ເພງສັນລະເສີນ135

1ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ. ຈົ່ງ​ສັນລະເສີນ​ນາມ​ຂອງ​ພຣະເຈົ້າ​ຢາເວ;ຈົ່ງ​ສັນລະເສີນ​ພຣະອົງ, ພວກເຈົ້າ​ທັງຫລາຍ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ,2ພວກເຈົ້າ​ທັງຫລາຍ​ຜູ້​ເປັນ​ຜູ້ຮັບໃຊ້​ໃນ​ວິຫານຂອງ​ພຣະເຈົ້າ​ຢາເວ,ໃນ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.
3ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ ເພາະ​ພຣະເຈົ້າ​ຢາເວ​ນັ້ນ​ແສນ​ດີຈົ່ງ​ຮ້ອງເພງ​ສັນລະເສີນ​ນາມ​ຂອງ​ພຣະອົງ, ເພາະ​ເປັນ​ເລື່ອງ​ທີ່​ໜ້າ​ຍິນດີ.4ເພາະ​ພຣະເຈົ້າ​ຢາເວ​ໄດ້​ເລືອກ​ຢາໂຄບ​ໃຫ້​ເປັນ​ຂອງ​ພຣະອົງ​ເອງ,ໄດ້​ເລືອກ​ອິດສະຣາເອນ​ໄວ້​ເປັນ​ກຳມະສິດ​ອັນ​ລ້ຳຄ່າ​ຂອງ​ພຣະອົງ.
5ຂ້ານ້ອຍ​ຮູ້​ວ່າ​ພຣະເຈົ້າ​ຢາເວ​ນັ້ນ​ຍິ່ງໃຫຍ່,ຮູ້​ວ່າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ນັ້ນ​ຍິ່ງໃຫຍ່​ກວ່າ​ພະ​ອື່ນ​ໃດ​ທັງໝົດ.6ພຣະເຈົ້າ​ຢາເວ​ໄດ້​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ພຣະອົງ​ພໍໃຈ,ໃນ​ຟ້າ​ສະຫວັນ ແລະ ເທິງ​ແຜ່ນດິນ​ໂລກ,ໃນ​ທະເລ ແລະ ທີ່​ເລິກ​ທັງຫລາຍ.7ພຣະອົງ​ໄດ້​ເຮັດ​ໃຫ້​ເມກ​ລອຍ​ຂຶ້ນ​ມາ​ຈາກ​ສຸດ​ຂອງ​ແຜ່ນດິນ​ໂລກ;ພຣະອົງ​ໄດ້​ສົ່ງ​ຟ້າ​ແມບ​ມາ​ກັບ​ຝົນແລະ ໄດ້​ນຳ​ເອົາ​ສາຍ​ລົມ​ອອກ​ມາ​ຈາກ​ຄັງ​ຂອງ​ພຣະອົງ.
8ພຣະອົງ​ໄດ້​ທຳລາຍ​ລູກກົກ​ຂອງ​ເອຢິບ,ລູກ​ຫົວ​ປີ​ຂອງ​ຄົນ ແລະ ຂອງ​ສັດ.9ເອຢິບ, ພຣະອົງ​ໄດ້​ສົ່ງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ​ມາ​ທ່າມກາງ​ພວກເຈົ້າ.ມາ​ຕໍ່ສູ້​ຟາໂຣ ແລະ ບັນດາ​ຜູ້ຮັບໃຊ້​ທັງໝົດ​ຂອງ​ເພິ່ນ.10ພຣະອົງ​ໄດ້​ທຳລາຍ​ຫລາຍ​ຊົນຊາດແລະ ໄດ້​ຂ້າ​ກະສັດ​ຜູ້​ຍິ່ງໃຫຍ່11ຄື​ກະສັດ​ສີໂຫນ​ຂອງ​ຊາວ​ອາໂມ,ກະສັດ​ໂອກ​ແຫ່ງ​ບາຊານ,ແລະ ກະສັດ​ທັງໝົດ​ໃນ​ການາອານ12ແລະ ພຣະອົງ​ໄດ້​ຍົກ​ດິນແດນ​ຂອງ​ພວກເຂົາ​ໃຫ້​ເປັນ​ກຳມະສິດ,ໃຫ້​ເປັນ​ກຳມະສິດ​ຂອງ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ.
13ຂ້າແດ່​ພຣະເຈົ້າ​ຢາເວ ນາມ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ໄປ,ຂ້າແດ່​ພຣະເຈົ້າ​ຢາເວ ຊື່​ສຽງ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ທຸກ​ຊົ່ວ​ອາຍຸ.14ເພາະ​ພຣະເຈົ້າ​ຢາເວ​ຈະ​ໃຫ້​ຄວາມ​ເປັນ​ທຳ​ແກ່​ປະຊາຊົນ​ຂອງ​ພຣະອົງແລະ ເມດຕາ​ສົງສານ​ຜູ້ຮັບໃຊ້​ຂອງ​ພຣະອົງ.
15ຮູບເຄົາລົບ​ຂອງ​ຊົນຊາດ​ຕ່າງໆ ແມ່ນ​ເຮັດ​ດ້ວຍ​ເງິນ ແລະ ຄຳ,ເຮັດ​ດ້ວຍ​ມື​ມະນຸດ.16ຮູບເຄົາລົບ​ເຫລົ່ານັ້ນ​ມີ​ປາກ ແຕ່​ເວົ້າ​ບໍ່​ໄດ້,ມີ​ຕາ ແຕ່​ເບິ່ງ​ບໍ່​ເຫັນ.17ຮູບເຄົາລົບ​ເຫລົ່ານັ້ນ​ມີ​ຫູ ແຕ່​ບໍ່​ໄດ້​ຍິນ,ຢູ່​ໃນ​ປາກ​ຂອງ​ຮູບເຄົາລົບ​ເຫລົ່ານັ້ນ​ບໍ່​ມີ​ແມ່ນ​ແຕ່​ລົມຫາຍໃຈ.18ບັນດາ​ຜູ້​ທີ່​ສ້າງ​ຮູບເຄົາລົບ​ເຫລົ່ານັ້ນ​ກໍ​ຈະ​ເປັນ​ເໝືອນ​ຮູບເຄົາລົບ​ເຫລົ່ານັ້ນ,ແລະ ຜູ້​ທີ່​ໄວ້ວາງໃຈ​ໃນ​ຮູບເຄົາລົບ​ເຫລົ່ານັ້ນ​ກໍ​ຈະ​ເປັນ​ເໝືອນ​ກັນ.
19ເຊື້ອສາຍ​ຂອງ​ອິດສະຣາເອນ, ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ;ເຊື້ອສາຍ​ຂອງ​ອາໂຣນ, ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ;20ເຊື້ອສາຍ​ຂອງ​ເລວີ, ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ;ພວກເຈົ້າ​ທັງຫລາຍ​ຜູ້​ຢຳເກງ​ພຣະອົງ ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ;21ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ​ຈາກ​ຊີໂອນ,ຈົ່ງ​ສັນລະເສີນ​ພຣະອົງ​ຜູ້​ອາໄສ​ຢູ່​ໃນ​ເຢຣູຊາເລັມ.ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.

Biblica, Inc.

https://app.library.bible/content/eab9312f9f16b3a2