ເພງສັນລະເສີນ132
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມ)
1ຂ້າແດ່ພຣະເຈົ້າຢາເວ ຂໍລະນຶກເຖິງດາວິດແລະ ຄວາມທຸກຍາກທັງໝົດທີ່ເພິ່ນໄດ້ປະເຊີນ.2ດາວິດປະຕິຍານຕໍ່ພຣະເຈົ້າຢາເວແລະ ໄດ້ສາບານຕໍ່ອົງຜູ້ມີລິດອຳນາດຍິ່ງໃຫຍ່ຂອງຢາໂຄບໄວ້ວ່າ:3“ຂ້ານ້ອຍຈະບໍ່ເຂົ້າໄປໃນເຮືອນຂອງຂ້ານ້ອຍຫລື ເຂົ້າໄປໃນບ່ອນນອນຂອງຂ້ານ້ອຍ,4ຂ້ານ້ອຍຈະບໍ່ຍອມໃຫ້ຕາຂອງຂ້ານ້ອຍນອນຫລັບຫລື ປ່ອຍໃຫ້ໜັງຕາເຊືອບຫລັບໄປ,5ຈົນກວ່າຂ້ານ້ອຍຈະພົບສະຖານທີ່ສຳລັບພຣະເຈົ້າຢາເວເປັນທີ່ຢູ່ຂອງອົງຜູ້ມີລິດອຳນາດຍິ່ງໃຫຍ່ຂອງຢາໂຄບ”.6ພວກເຮົາໄດ້ຍິນເລື່ອງນີ້ໃນເອຟຣາທາພວກເຮົາໄດ້ພົບສິ່ງນີ້ຢູ່ໃນທົ່ງນາແຫ່ງຢາອາວ່າ: 7“ໃຫ້ພວກເຮົາໄປຍັງທີ່ຢູ່ຂອງພຣະອົງ,ໃຫ້ພວກເຮົານະມັດສະການຢູ່ທີ່ແທ່ນຮອງຕີນຂອງພຣະອົງ ໂດຍກ່າວວ່າ:8‘ຂ້າແດ່ພຣະເຈົ້າຢາເວ ຂໍໂຜດລຸກຂຶ້ນ ແລະ ມາຍັງບ່ອນຢູ່ຂອງພຣະອົງ,ທັງພຣະອົງ ແລະ ຫີບຄຳໝັ້ນສັນຍາແຫ່ງລິດອຳນາດຂອງພຣະອົງ.9ຂໍໃຫ້ບັນດາປະໂລຫິດຂອງພຣະອົງສວມຄວາມຊອບທຳຂອງພຣະອົງ;ຂໍໃຫ້ປະຊາຊົນທີ່ສັດຊື່ຂອງພຣະອົງຮ້ອງເພງດ້ວຍຄວາມຍິນດີ’ ”.10ເພື່ອເຫັນແກ່ດາວິດຜູ້ຮັບໃຊ້ຂອງພຣະອົງ,ຂໍຢ່າໄດ້ປະຕິເສດຜູ້ທີ່ພຣະອົງໄດ້ເຈີມໄວ້.11ເພາະພຣະເຈົ້າຢາເວໄດ້ປະຕິຍານໄວ້ກັບດາວິດ,ເປັນຄຳປະຕິຍານທີ່ແນ່ນອນ ເຊິ່ງພຣະອົງຈະບໍ່ຄືນຄຳວ່າ “ເຮົາຈະໃຫ້ລູກຫລານຂອງເຈົ້າຄົນໜຶ່ງຂຶ້ນຄອງບັນລັງຂອງເຈົ້າ.12ຖ້າບັນດາລູກຊາຍຂອງເຈົ້າຮັກສາຄຳໝັ້ນສັນຍາຂອງເຮົາແລະ ຮັກສາກົດເກນທີ່ເຮົາໄດ້ສັ່ງສອນພວກເຂົາ,ແລ້ວບັນດາລູກຊາຍຂອງພວກເຂົາກໍຈະນັ່ງເທິງບັນລັງຂອງເຈົ້າຕະຫລອດໄປ”.13ເພາະພຣະເຈົ້າຢາເວໄດ້ເລືອກຊີໂອນ,ພຣະອົງປະສົງໃຫ້ເປັນບ່ອນຢູ່ຂອງພຣະອົງ ໂດຍກ່າວວ່າ:14“ນີ້ຄືບ່ອນພັກຂອງເຮົາຕະຫລອດໄປ;ເຮົາຈະນັ່ງເທິງບັນລັງຢູ່ທີ່ນີ້ ເພາະເຮົາປະສົງເຊັ່ນນັ້ນ.15ເຮົາຈະອວຍພອນໃຫ້ນະຄອນນີ້ອຸດົມສົມບູນ;ແລະ ໃຫ້ຄົນທຸກຍາກໃນເມືອງນີ້ໄດ້ອິ່ມເຕັມດ້ວຍອາຫານ.16ເຮົາຈະໃຫ້ປະໂລຫິດຂອງເມືອງນີ້ສວມຄວາມພົ້ນເປັນເຄື່ອງນຸ່ງ,ປະຊາຊົນຂອງເມືອງນີ້ຈະຮ້ອງເພງດ້ວຍຄວາມຍິນດີຢູ່ສະເໝີ.17“ເຮົາຈະໃຫ້ມີເຂົາສັດ ໜຶ່ງເຂົາງອກຂຶ້ນມາເພື່ອດາວິດແລະ ຕັ້ງຕະກຽງໜຶ່ງອັນໄວ້ສຳລັບຜູ້ທີ່ເຮົາເຈີມໄດ້ໄວ້.18ເຮົາຈະເຮັດໃຫ້ສັດຕູທັງຫລາຍຂອງລາວສວມຄວາມອັບອາຍເປັນເຄື່ອງນຸ່ງ,ແຕ່ຫົວຂອງລາວຈະຖືກປະດັບດ້ວຍມົງກຸດອັນຮຸ່ງເຮືອງ”.Biblica, Inc.