ເພງສັນລະເສີນ131
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມ, ບົດປະພັນຂອງດາວິດ)
1ຂ້າແດ່ພຣະເຈົ້າຢາເວ ຈິດໃຈຂອງຂ້ານ້ອຍບໍ່ໄດ້ອວດອົ່ງ,ຕາຂອງຂ້ານ້ອຍກໍບໍ່ໄດ້ຈອງຫອງ;ຂ້ານ້ອຍເອງບໍ່ໄດ້ຄິດການໃຫຍ່ຫລື ເຮັດຫຍັງເກີນໂຕ.2ແຕ່ຂ້ານ້ອຍໄດ້ສະຫງົບ ແລະ ມິດງຽບຢູ່,ເໝືອນເດັກນ້ອຍທີ່ເຊົາກິນນົມແລ້ວຢູ່ໃນເອິກແມ່;ຂ້ານ້ອຍສະຫງົບຢູ່ພາຍໃນ ເໝືອນດັ່ງເດັກນ້ອຍທີ່ເຊົາກິນນົມແລ້ວ.3ອິດສະຣາເອນ, ຈົ່ງຝາກຄວາມຫວັງໄວ້ທີ່ພຣະເຈົ້າຢາເວທັງບັດນີ້ ແລະ ຕະຫລອດໄປເປັນນິດ.Biblica, Inc.