ເພງສັນລະເສີນ133
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມ, ບົດປະພັນຂອງດາວິດ)
1ເປັນການດີ ແລະ ໜ້າຊື່ນໃຈຫລາຍເມື່ອຄົນຂອງພຣະເຈົ້າອາໄສຢູ່ນຳກັນເປັນນ້ຳໜຶ່ງໃຈດຽວກັນ!2ເໝືອນນ້ຳມັນອັນລ້ຳຄ່າທີ່ຖອກລົງເທິງຫົວ,ໄຫລລົງມາເທິງໜວດ,ໄຫລລົງມາເທິງໜວດຂອງອາໂຣນ,ໄຫລລົງມາເທິງຄໍເສື້ອຂອງອາໂຣນ.3ດັ່ງນ້ຳຄ້າງແຫ່ງພູເຂົາເຮີໂມນຕົກລົງເທິງພູເຂົາຊີໂອນ.ເພາະພຣະເຈົ້າຢາເວໄດ້ໃຫ້ພອນຢູ່ທີ່ນັ້ນ,ໃຫ້ແມ່ນແຕ່ຊີວິດອັນຕະຫລອດໄປເປັນນິດ.Biblica, Inc.