ເພງສັນລະເສີນ130

(ບົດເພງ​ໃຊ້​ແຫ່​ຂຶ້ນ​ໄປ​ຍັງ​ເຢຣູຊາເລັມ)

1ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ​ຈາກ​ບ່ອນ​ເລິກ;2ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຟັງ​ສຽງ​ຂອງ​ຂ້ານ້ອຍ​ດ້ວຍ.ຂໍ​ໃຫ້​ຫູ​ຂອງ​ພຣະອົງ​ຕັ້ງ​ໃຈ​ຟັງຄຳ​ຮ້ອງ​ຂໍ​ຄວາມ​ເມດຕາ​ຂອງ​ຂ້ານ້ອຍ​ດ້ວຍ.
3ຂ້າແດ່​ພຣະເຈົ້າ​ຢາເວ ຖ້າ​ພຣະອົງ​ໄດ້​ບັນທຶກ​ຄວາມ​ບາບ​ທັງຫລາຍ​ໄວ້,ຂ້າແດ່​ອົງພຣະຜູ້​ເປັນເຈົ້າ ຜູ້ໃດ​ຈະ​ສາມາດ​ຢືນ​ຢູ່​ໄດ້?4ແຕ່​ເພາະ​ພຣະອົງ​ອະໄພ​ໂທດເພື່ອ​ວ່າ​ພວກຂ້ານ້ອຍ​ຈະ​ຢຳເກງ, ຮັບໃຊ້​ພຣະອົງ.
5ຂ້ານ້ອຍ​ລໍ​ຄອຍຖ້າ​ພຣະເຈົ້າ​ຢາເວ, ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ຄອຍຖ້າ​ຢູ່,ແລະ ຝາກ​ຄວາມ​ຫວັງ​ໄວ້​ທີ່​ພຣະຄຳ​ຂອງ​ພຣະອົງ.6ຂ້ານ້ອຍ​ລໍ​ຄອຍຖ້າ​ອົງພຣະຜູ້ເປັນເຈົ້າຍິ່ງ​ກວ່າ​ຄົນ​ຍາມ​ຄອຍຖ້າ​ເວລາ​ຮຸ່ງ​ເຊົ້າ,ຍິ່ງ​ກວ່າ​ຄົນ​ຍາມ​ຄອຍຖ້າ​ເວລາ​ຮຸ່ງ​ເຊົ້າ,
7ອິດສະຣາເອນ, ຈົ່ງ​ຝາກ​ຄວາມ​ຫວັງ​ຂອງ​ເຈົ້າ​ໄວ້​ທີ່​ພຣະເຈົ້າ​ຢາເວ,ເພາະ​ຄວາມ​ຮັກ​ໝັ້ນຄົງ​ນັ້ນ​ຢູ່​ທີ່​ພຣະເຈົ້າ​ຢາເວແລະ ການ​ໄຖ່​ອັນ​ສົມບູນ​ກໍ​ຢູ່​ທີ່​ພຣະອົງ.8ພຣະອົງ​ເອງ​ຈະ​ໄຖ່​ອິດສະຣາເອນໃຫ້​ພົ້ນ​ຈາກ​ຄວາມ​ບາບ​ທັງໝົດ​ຂອງ​ພວກເຂົາ.

Biblica, Inc.

https://app.library.bible/content/eab9312f9f16b3a2