ເພງສັນລະເສີນ129

(ບົດເພງ​ໃຊ້​ແຫ່​ຂຶ້ນ​ໄປ​ຍັງ​ເຢຣູຊາເລັມ)

1ພວກເຂົາ​ໄດ້​ຂົ່ມເຫັງ​ຂ້ານ້ອຍ​ຢ່າງ​ໜັກ​ຕັ້ງ​ແຕ່​ຂ້ານ້ອຍ​ຍັງ​ເປັນ​ໜຸ່ມ,ໃຫ້​ອິດສະຣາເອນ​ກ່າວ​ວ່າ,2ພວກເຂົາ​ໄດ້​ຂົ່ມເຫັງ​ຂ້ານ້ອຍ​ຢ່າງ​ໜັກ​ຕັ້ງ​ແຕ່​ຂ້ານ້ອຍ​ຍັງ​ເປັນ​ໜຸ່ມ,ເຖິງ​ປານ​ນັ້ນ​ພວກເຂົາ​ກໍ​ຍັງ​ບໍ່​ຊະນະ​ຂ້ານ້ອຍ.3ພວກເຂົາ​ໄດ້​ເຮັດ​ນາ​ເທິງ​ຫລັງ​ຂອງ​ຂ້ານ້ອຍແລະ ໄດ້​ເຮັດ​ຮອຍ​ໄຖ​ໄວ້​ຢ່າງ​ຍາວ.4ແຕ່​ພຣະເຈົ້າ​ຢາເວ​ນັ້ນ​ຊອບທຳພຣະອົງ​ໄດ້​ຕັດ​ເຊືອກ​ມັດ​ຂອງ​ຄົນ​ຊົ່ວ​ອອກ ປົດປ່ອຍ​ຂ້ານ້ອຍ​ໃຫ້ເປັນ​ອິດສະຫລະ.
5ຂໍ​ໃຫ້​ຜູ້​ທີ່​ກຽດຊັງ​ຊີໂອນກັບ​ຄືນ​ໄປ​ດ້ວຍ​ຄວາມ​ອັບອາຍ.6ຂໍ​ໃຫ້​ພວກເຂົາ​ເປັນ​ເໝືອນ​ຫຍ້າ​ທີ່​ຢູ່​ເທິງ​ຫລັງຄາ,ທີ່​ຫ່ຽວແຫ້ງ​ໄປ​ເມື່ອ​ຍັງ​ບໍ່​ທັນ​ໃຫຍ່;7ເຊິ່ງ​ຄົນ​ເກັບກ່ຽວ​ກໍ​ເອົາ​ມັນ​ມາ​ເຕັມ​ມື​ບໍ່​ໄດ້,ແລະ ຄົນ​ມັດ​ກໍ​ຍັງ​ເອົາ​ມັນ​ມາ​ເຕັມ​ແຂນ​ຂອງ​ຕົນ​ບໍ່​ໄດ້.8ຂໍ​ໃຫ້​ບັນດາ​ຄົນ​ທີ່​ຜ່ານ​ໄປ​ມາ​ຢ່າ​ໄດ້​ກ່າວ​ກັບ​ພວກເຂົາ​ວ່າ,“ຂໍ​ພຣະພອນ​ຂອງ​ພຣະເຈົ້າ​ຢາເວ​ຈົ່ງ​ມີ​ແກ່​ເຈົ້າ;ພວກເຮົາ​ຂໍ​ອວຍພອນ​ເຈົ້າ​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ”.

Biblica, Inc.

https://app.library.bible/content/eab9312f9f16b3a2