ເພງສັນລະເສີນ12
ເຖິງຫົວໜ້ານັກຮ້ອງ ຕາມທຳນອງເຊມິນິດ ເພງສັນລະເສີນຂອງດາວິດ.
1ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຊ່ວຍດ້ວຍ, ເພາະບໍ່ມີຜູ້ໃດທີ່ສັດຊື່ອີກແລ້ວ;ບັນດາຄົນທີ່ຈົ່ງຮັກພັກດີໄດ້ສູນຫາຍໄປຈາກພົງພັນຂອງມະນຸດແລ້ວ.2ທຸກຄົນໄດ້ຕົວະເພື່ອນບ້ານຂອງຕົນ;ພວກເຂົາປະຈົບປະແຈງດ້ວຍຮີມສົບຂອງພວກເຂົາແຕ່ເກັບຄວາມຫລອກລວງໄວ້ຢູ່ໃນໃຈຂອງພວກເຂົາ.3ຂໍພຣະເຈົ້າຢາເວໂຜດເຮັດໃຫ້ທຸກຮີມສົບທີ່ປະຈົບປະແຈງນັ້ນໄດ້ງຽບໄປແລະ ທຸກລີ້ນທີ່ອວດອ້າງ4ບັນດາຄົນທີ່ເວົ້າວ່າ“ພວກເຮົາຈະເອົາຊະນະດ້ວຍລີ້ນຂອງພວກເຮົາ;ຮີມສົບຂອງພວກເຮົາເອງຈະປົກປ້ອງພວກເຮົາ ຜູ້ໃດຈະມາເປັນນາຍເໜືອພວກເຮົາ?”5ພຣະເຈົ້າຢາເວໄດ້ກ່າວວ່າ, “ເຮົາຈະລຸກຂຶ້ນເພາະເຫັນແກ່ຄົນທຸກຍາກທີ່ຖືກປຸ້ນ ແລະ ເຫັນແກ່ຄົນຍາກຈົນທີ່ຄ່ຳຄວນ.ເຮົາຈະປົກປ້ອງພວກເຂົາໃຫ້ພົ້ນຈາກຄົນທີ່ໃສ່ຮ້າຍພວກເຂົາ”.6ແລະ ຖ້ອຍຄຳຂອງພຣະເຈົ້າຢາເວນັ້ນບໍ່ມີຂໍ້ບົກຜ່ອງ,ເໝືອນດັ່ງເງິນທີ່ຫລອມໃຫ້ບໍລິສຸດໃນເບົ້າຫລອມ,ເໝືອນດັ່ງຄຳ ທີ່ຫລອມເຈັດຄັ້ງ.7ຂ້າແດ່ພຣະເຈົ້າຢາເວ ພຣະອົງຈະຄຸ້ມຄອງຄົນຍາກຈົນໃຫ້ປອດໄພແລະ ຈະປົກປ້ອງພວກຂ້ານ້ອຍໃຫ້ພົ້ນຈາກຄົນຊົ່ວຮ້າຍຕະຫລອດໄປ.8ຄົນຊົ່ວຮ້າຍມີຢູ່ທົ່ວທຸກບ່ອນເມື່ອຄວາມຊົ່ວຮ້າຍນັ້ນເປັນທີ່ຍົກຍ້ອງໃນທ່າມກາງມະນຸດ.Biblica, Inc.