ເພງສັນລະເສີນ128
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມ)
1ຄວາມສຸກມີແກ່ທຸກຄົນທີ່ຢຳເກງພຣະເຈົ້າຢາເວ,ທຸກຄົນທີ່ດຳເນີນຊີວິດດ້ວຍການເຊື່ອຟັງພຣະອົງ.2ທ່ານຈະກິນຜົນຈາກເຫື່ອແຮງຂອງເຈົ້າ;ພຣະພອນ ແລະ ຄວາມຈະເລີນຮຸ່ງເຮືອງຈະເປັນຂອງເຈົ້າ3ເມຍຂອງເຈົ້າຈະເປັນດັ່ງເຄືອອະງຸ່ນຢູ່ໃນເຮືອນຂອງເຈົ້າ;ລູກທັງຫລາຍຂອງເຈົ້າຈະເປັນດັ່ງໜໍ່ໝາກກອກຢູ່ອ້ອມໂຕະຂອງເຈົ້າ.4ແມ່ນແລ້ວ, ນີ້ຈະເປັນພອນສຳລັບຜູ້ທີ່ຢຳເກງພຣະເຈົ້າຢາເວ.5ຂໍພຣະເຈົ້າຢາເວອວຍພອນເຈົ້າຈາກຊີໂອນ;ຂໍໃຫ້ເຈົ້າເຫັນຄວາມຈະເລີນຮຸ່ງເຮືອງຂອງເຢຣູຊາເລັມຕະຫລອດຊີວິດຂອງເຈົ້າ.6ຂໍໃຫ້ເຈົ້າອາຍຸຍືນ ເພື່ອເຫັນລູກຫລານຂອງເຈົ້າສັນຕິສຸກຈົ່ງມີແກ່ອິດສະຣາເອນ.Biblica, Inc.