ເພງສັນລະເສີນ127

(ບົດເພງ​ໃຊ້​ແຫ່​ຂຶ້ນ​ໄປ​ຍັງ​ເຢຣູຊາເລັມ, ບົດ​ປະພັນ​ຂອງ​ໂຊໂລໂມນ)

1ຖ້າ​ພຣະເຈົ້າ​ຢາເວ​ບໍ່​ໄດ້​ສ້າງ​ເຮືອນ,ຜູ້​ສ້າງ​ລົງ​ແຮງ​ໄປ​ກໍ​ເມື່ອຍ​ລ້າໆ.ຖ້າ​ພຣະເຈົ້າ​ຢາເວ​ບໍ່​ໄດ້​ປົກປັກ​ຮັກສາ​ເມືອງ,ຄົນ​ຍາມ​ຢືນ​ເຝົ້າ​ຢູ່​ກໍ​ເມື່ອຍ​ລ້າໆ.2ເປັນ​ການ​ເມື່ອຍ​ລ້າໆ​ທີ່​ເຈົ້າ​ລຸກ​ຂຶ້ນ​ແຕ່​ເຊົ້າ​ມືດແລະ ເຮັດ​ວຽກ​ຈົນ​ເດິກ,ພະຍາຍາມ​ຫາ​ອາຫານ​ມາ​ກິນເພາະ​ພຣະເຈົ້າ​ໄດ້​ໃຫ້​ບັນດາ​ຜູ້​ທີ່​ພຣະອົງ​ຮັກ​ນອນຫລັບ​ສະບາຍ. 
3ລູກ​ທັງຫລາຍ​ເປັນ​ມໍລະດົກ​ຈາກ​ພຣະເຈົ້າ​ຢາເວລູກ​ຫລານ​ເປັນ​ບຳເໜັດ​ຈາກ​ພຣະອົງ.4ລູກ​ທີ່​ເກີດ​ແກ່​ຄົນ​ໜຸ່ມ​ສາວກໍ​ເປັນ​ເໝືອນ​ລູກສອນ​ໃນ​ມື​ຂອງ​ນັກຮົບ.5ພຣະພອນ​ເປັນ​ຂອງຄົນ​ທີ່​ມີ​ລູກ​ທະນູ​ຢູ່​ເຕັມ​ກະບອກ.ພວກເຂົາ​ຈະ​ບໍ່​ຕ້ອງ​ຖືກ​ອັບອາຍເມື່ອ​ພວກເຂົາ​ໂຕ້ຖຽງ​ກັບ​ຄູ່​ຕໍ່ສູ້​ຂອງ​ພວກເຂົາ​ທີ່​ສານ.

Biblica, Inc.

https://app.library.bible/content/eab9312f9f16b3a2