ເພງສັນລະເສີນ126

(ບົດເພງ​ໃຊ້​ແຫ່​ຂຶ້ນ​ໄປ​ຍັງ​ເຢຣູຊາເລັມ)

1ເມື່ອ​ພຣະເຈົ້າ​ຢາເວ​ນຳ​ບັນດາ​ຊະເລີຍ​ກັບ​ສູ່​ຊີໂອນ ພວກເຮົາ​ກໍ​ເໝືອນ​ກັບ​ບັນດາ​ຄົນ​ທີ່​ຝັນ​ໄປ. 2ປາກ​ຂອງ​ພວກເຮົາ​ກໍ​ເຕັມ​ດ້ວຍ​ສຽງ​ຫົວຂັວນ,ລີ້ນ​ຂອງ​ພວກເຮົາ​ກໍ​ຮ້ອງ​ບົດເພງ​ແຫ່ງ​ຄວາມ​ຍິນດີ.ແລ້ວ​ປະຊາຊາດ​ທັງຫລາຍ​ກໍ​ເວົ້າ​ກັນ​ວ່າ:“ພຣະເຈົ້າ​ຢາເວ​ໄດ້​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່​ເພື່ອ​ພວກເຂົາ”.3ພຣະເຈົ້າ​ຢາເວ​ໄດ້​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່​ເພື່ອ​ພວກເຮົາ,ພວກເຮົາ​ຈຶ່ງ​ເຕັມລົ້ນ​ດ້ວຍ​ຄວາມ​ຍິນດີ.
4ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໃຫ້​ພວກຂ້ານ້ອຍ​ໄດ້​ກັບ​ສູ່​ສະພາບ​ດີ, ເໝືອນ​ກັນ​ກັບ​ສາຍ​ນ້ຳ​ໃນ​ເນເກັບ.5ບັນດາ​ຜູ້​ທີ່​ຫວ່ານ​ດ້ວຍ​ນ້ຳຕາຈະ​ເກັບກ່ຽວ​ດ້ວຍ​ບົດເພງ​ແຫ່ງ​ຄວາມ​ຍິນດີ.6ບັນດາ​ຜູ້​ທີ່​ອອກ​ໄປ​ຫວ່ານ​ເມັດ​ພືດດ້ວຍ​ນ້ຳ​ຕາ,ຈະ​ແບກ​ຝ່ອນເຂົ້າ​ກັບ​ມາ​ນຳ​ຕົນດ້ວຍ​ບົດເພງ​ແຫ່ງ​ຄວາມ​ຍິນດີ.

Biblica, Inc.

https://app.library.bible/content/eab9312f9f16b3a2