ເພງສັນລະເສີນ125

(ບົດເພງ​ໃຊ້​ແຫ່​ຂຶ້ນ​ໄປ​ຍັງ​ເຢຣູຊາເລັມ)

1ບັນດາ​ຜູ້​ທີ່​ໄວ້​ວາງໃຈ​ໃນ​ພຣະເຈົ້າ​ຢາເວ ກໍ​ເໝືອນ​ດັ່ງ​ພູເຂົາ​ຊີໂອນ,ເຊິ່ງ​ບໍ່​ຫວັ່ນໄຫວ ແຕ່​ຕັ້ງໝັ້ນ​ຕະຫລອດ​ໄປ.2ເໝືອນດັ່ງ​ພູເຂົາ​ທັງຫລາຍ​ທີ່​ຢູ່​ອ້ອມ​ເຢຣູຊາເລັມ,ດັ່ງ​ນັ້ນ​ພຣະເຈົ້າ​ຢາເວ ຈຶ່ງ​ອ້ອມ​ຮອບ​ປະຊາຊົນ​ຂອງ​ພຣະອົງ​ໄວ້ທັງ​ບັດນີ້ ແລະ ຕະຫລອດ​ໄປ​ເປັນນິດ.
3ໄມ້​ຄາທາ​ຂອງ​ຄົນ​ຊົ່ວຮ້າຍ​ຈະ​ບໍ່​ຍັງ​ຢູ່ເໜືອ​ແຜ່ນດິນ​ທີ່​ເປັນ​ສ່ວນ​ຂອງ​ຄົນ​ຊອບທຳ,ບໍ່​ດັ່ງນັ້ນ​ຄົນ​ຊອບທຳ​ອາດ​ຈະ​ໃຊ້ມື​ຂອງ​ຕົນ​ເຮັດ​ຊົ່ວ.
4ຂ້າແດ່​ພຣະເຈົ້າ​ຢາເວ, ຂໍ​ໂຜດ​ເຮັດ​ດີ​ຕໍ່​ບັນດາ​ຜູ້​ທີ່​ເຮັດ​ດີ,ຕໍ່​ບັນດາ​ຜູ້​ທີ່​ມີ​ຈິດໃຈ​ທ່ຽງທຳ.5ແຕ່​ຜູ້​ທີ່​ຫັນ​ໄປ​ສູ່​ທາງ​ຄົດ​ລ້ຽວພຣະເຈົ້າ​ຢາເວ​ຈະ​ໄລ່​ພວກເຂົາ​ໄປ​ພ້ອມ​ກັບ​ຄົນ​ເຮັດ​ຊົ່ວ.ສັນຕິສຸກ​ຈົ່ງ​ມີ​ແກ່​ອິດສະຣາເອນ.

Biblica, Inc.

https://app.library.bible/content/eab9312f9f16b3a2