ເພງສັນລະເສີນ124
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມຂອງດາວິດ)
1ຖ້າພຣະເຈົ້າຢາເວບໍ່ໄດ້ຢູ່ຝ່າຍພວກເຮົາກໍໃຫ້ອິດສະຣາເອນກ່າວວ່າ,2ຖ້າພຣະເຈົ້າຢາເວ ບໍ່ໄດ້ຢູ່ຝ່າຍພວກເຮົາເມື່ອຄົນມາໂຈມຕີພວກເຮົາ3ພວກເຂົາກໍຄົງຈະກືນພວກເຮົາທັງເປັນເມື່ອຄວາມໃຈຮ້າຍຂອງພວກເຂົາພຸ່ງຂຶ້ນຕໍ່ພວກເຮົາ,4ນ້ຳກໍຄົງຖ້ວມພວກເຮົາແລ້ວ,ກະແສນ້ຳແຮງກໍຄົງຊັດຖ້ວມພວກເຮົາ.5ນ້ຳທີ່ໄຫລແຮງກໍຄົງຈະພັດກວາດພວກເຮົາໄປແລ້ວ.6ຂໍຖວາຍສັນລະເສີນແດ່ພຣະເຈົ້າຢາເວຜູ້ບໍ່ຍອມໃຫ້ແຂ້ວຂອງພວກເຂົາກັດຈີກພວກເຮົາ.7ພວກເຮົາໜີພົ້ນມາໄດ້ເໝືອນນົກພົ້ນຈາກແຮ້ວຂອງນາຍພານແຮ້ວນັ້ນຖືກຫັກຖິ້ມ,ແລະ ພວກເຮົາກໍໜີພົ້ນມາໄດ້.8ຄວາມຊ່ວຍເຫລືອຂອງພວກເຮົາຢູ່ໃນນາມຂອງພຣະເຈົ້າຢາເວ,ຜູ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ.Biblica, Inc.