ເພງສັນລະເສີນ123

(ບົດເພງ​ໃຊ້​ແຫ່​ຂຶ້ນ​ໄປ​ຍັງ​ເຢຣູຊາເລັມ)

1ຂ້ານ້ອຍ​ເງີຍ​ໜ້າ​ຂຶ້ນ​ເບິ່ງ​ພຣະອົງ,ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ໃນ​ຟ້າ​ສະຫວັນ.2ເໝືອນດັ່ງ​ດວງ​ຕາ​ຂອງ​ຂ້າທາດ​ທີ່​ເບິ່ງ​ມື​ນາຍ​ຂອງ​ຕົນ,ເໝືອນດັ່ງ​ດວງ​ຕາ​ຂອງ​ຂ້າທາດ​ຍິງ​ທີ່​ເຝົ້າ​ເບິ່ງ​ມື​ນາຍຍິງ​ຂອງ​ຕົນ,ດວງ​ຕາ​ຂອງ​ພວກຂ້ານ້ອຍ​ກໍ​ເບິ່ງ​ທີ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ,ຈົນ​ພຣະອົງ​ສະແດງ​ຄວາມ​ເມດຕາ​ຂອງ​ພຣະອົງ​ແກ່​ພວກຂ້ານ້ອຍ.
3ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ເມດຕາ​ພວກຂ້ານ້ອຍ​ດ້ວຍ ຂໍ​ເມດຕາ​ພວກຂ້ານ້ອຍ​ດ້ວຍ,ເພາະ​ພວກຂ້ານ້ອຍ​ໄດ້​ທົນ​ຕໍ່​ການ​ດູຖູກ​ມາ​ຫລາຍ4ພວກຂ້ານ້ອຍ​ໄດ້​ທົນຕໍ່​ການ​ເຢາະເຢີ້ຍ​ຈາກ​ຄົນ​ຈອງຫອງ,ທົນ​ຕໍ່​ການ​ໝິ່ນປະໝາດ​ຈາກ​ຄົນ​ອວດດີ​ບໍ່​ມີ​ທີ່​ສິ້ນສຸດ.

Biblica, Inc.

https://app.library.bible/content/eab9312f9f16b3a2