ເພງສັນລະເສີນ122
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມ, ບົດປະພັນຂອງດາວິດ)
1ຂ້ານ້ອຍຊື່ນຊົມຍິນດີ ເມື່ອມີຜູ້ກ່າວແກ່ຂ້ານ້ອຍວ່າ:“ໃຫ້ພວກເຮົາໄປຍັງວິຫານຂອງພຣະເຈົ້າຢາເວ”.2ເຢຣູຊາເລັມ, ຕີນຂອງພວກເຮົາກໍຢືນຢູ່ພາຍໃນປະຕູຂອງເຈົ້າ.3ເຢຣູຊາເລັມໄດ້ຮັບການສ້າງຂຶ້ນເປັນນະຄອນເຊິ່ງປະສານເຂົ້າໄວ້ດ້ວຍກັນຢ່າງໜາແໜ້ນ.4ເປັນບ່ອນທີ່ຊົນເຜົ່າຕ່າງໆຂຶ້ນມາຄືຄົນເຜົ່າຕ່າງໆຂອງພຣະເຈົ້າຢາເວເພື່ອສັນລະເສີນນາມຂອງພຣະເຈົ້າຢາເວຕາມກົດເກນທີ່ໄດ້ວາງໄວ້ໃຫ້ອິດສະຣາເອນ.5ບັນລັງເພື່ອການພິພາກສາໄດ້ຕັ້ງຢູ່ທີ່ນັ້ນ,ເປັນບັນລັງແຫ່ງເຊື້ອສາຍຂອງດາວິດ.6ຈົ່ງອະທິຖານຂໍສັນຕິພາບສຳລັບເຢຣູຊາເລັມວ່າ:“ຂໍໃຫ້ບັນດາຜູ້ທີ່ຮັກເຈົ້ານັ້ນປອດໄພ.7ຂໍໃຫ້ມີສັນຕິພາບພາຍໃນກຳແພງຂອງເຈົ້າແລະ ມີຄວາມປອດໄພໃນວັງຂອງເຈົ້າ”.8ເພື່ອເຫັນແກ່ຄອບຄົວ ແລະ ມິດສະຫາຍຂອງຂ້ານ້ອຍ,ຂ້ານ້ອຍຈະກ່າວວ່າ “ສັນຕິພາບຈົ່ງມີຢູ່ໃນເຈົ້າ”.9ເພື່ອເຫັນແກ່ວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ,ຂ້ານ້ອຍຈະຊອກຫາຄວາມຈະເລີນຮຸ່ງເຮືອງໃຫ້ແກ່ເຈົ້າ.Biblica, Inc.