ເພງສັນລະເສີນ121
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມ)
1ຂ້ານ້ອຍເງີຍໜ້າເບິ່ງທີ່ພູເຂົາທັງຫລາຍຄວາມຊ່ວຍເຫລືອຂອງຂ້ານ້ອຍມາຈາກໃສ?2ຄວາມຊ່ວຍເຫລືອຂອງຂ້ານ້ອຍມາຈາກພຣະເຈົ້າຢາເວຜູ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ.3ພຣະອົງຈະບໍ່ປ່ອຍໃຫ້ຕີນຂອງເຈົ້າພະລາດໄປພຣະອົງຜູ້ປົກປັກຮັກສາເຈົ້າຈະບໍ່ເຊືອບຫລັບ;4ແທ້ຈິງແລ້ວ, ພຣະອົງຜູ້ປົກປັກຮັກສາອິດສະຣາເອນຈະບໍ່ເຊືອບຫລັບ ຫລື ນອນຢູ່.5ພຣະເຈົ້າຢາເວປົກປັກຮັກສາເຈົ້າພຣະເຈົ້າຢາເວເປັນຮົ່ມເງົາຂອງເຈົ້າຢູ່ທີ່ເບື້ອງຂວາຂອງເຈົ້າ;6ດວງຕາເວັນຈະບໍ່ເຮັດຮ້າຍແກ່ເຈົ້າໃນເວລາກາງເວັນ,ແລະ ດວງເດືອນຈະບໍ່ເຮັດຮ້າຍແກ່ເຈົ້າໃນເວລາກາງຄືນ.7ພຣະເຈົ້າຢາເວຈະປົກປັກຮັກສາເຈົ້າໃຫ້ພົ້ນຈາກໄພອັນຕະລາຍທັງຫລາຍພຣະອົງຈະປົກປັກຮັກສາຊີວິດຂອງເຈົ້າ8ພຣະເຈົ້າຢາເວຈະປົກປັກຮັກສາການໄປ ແລະ ການມາຂອງເຈົ້າທັງບັດນີ້ ແລະ ຕະຫລອດໄປເປັນນິດ.Biblica, Inc.