ເພງສັນລະເສີນ120
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມ)
1ເມື່ອຍາມທຸກໃຈ ຂ້ານ້ອຍໄດ້ຮ້ອງຫາພຣະເຈົ້າຢາເວແລະ ພຣະອົງກໍຕອບຂ້ານ້ອຍ.2ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຊ່ວຍຂ້ານ້ອຍໃຫ້ພົ້ນຈາກຮີມສົບທີ່ຕົວະແລະ ຈາກລີ້ນທີ່ຫລອກລວງ.3ລີ້ນຫລອກລວງ,ພຣະອົງຈະຈັດການກັບເຈົ້າຢ່າງໃດ,ແລະ ພຣະອົງຈະເຮັດຫຍັງຫລາຍກວ່ານັ້ນອີກ?4ພຣະອົງຈະລົງໂທດເຈົ້າດ້ວຍລູກສອນທີ່ຄົມຂອງນັກຮົບ,ດ້ວຍຖ່ານໄມ້ທີ່ກຳລັງໄໝ້ຢູ່.5ວິບັດແກ່ຂ້ານ້ອຍທີ່ມາອາໄສຢູ່ໃນເມເຊັກມາໃຊ້ຊີວິດຢູ່ທ່າມກາງເຕັນຂອງເກດາ!6ຂ້ານ້ອຍໄດ້ອາໄສຢູ່ທ່າມກາງຄົນເຫລົ່ານັ້ນທີ່ກຽດຊັງສັນຕິພາບດົນເກີນໄປແລ້ວ.7ຂ້ານ້ອຍເປັນຄົນສະແຫວງຫາສັນຕິແຕ່ພໍຂ້ານ້ອຍເວົ້າ, ພວກເຂົາກໍໝາຍເຮັດສົງຄາມ.Biblica, Inc.