ເພງສັນລະເສີນ119
1ຄວາມສຸກມີແກ່ບັນດາຜູ້ທີ່ດຳເນີນຊີວິດຢ່າງບໍ່ມີຕຳໜິ,ຜູ້ທີ່ປະພຶດຕາມກົດບັນຍັດຂອງພຣະເຈົ້າຢາເວ.2ຄວາມສຸກມີແກ່ບັນດາຜູ້ທີ່ຮັກສາກົດເກນຂອງພຣະອົງແລະ ສະແຫວງຫາພຣະອົງໝົດທັງຫົວໃຈຂອງຕົນ3ພວກເຂົາບໍ່ເຮັດສິ່ງທີ່ຜິດແຕ່ດຳເນີນຢູ່ໃນທາງຂອງພຣະອົງ.4ພຣະອົງໃຫ້ຂໍ້ບັງຄັບເຊິ່ງຕ້ອງເຊື່ອຟັງຢ່າງເຕັມທີ່.5ຂໍໃຫ້ວິຖີທາງຂອງຂ້ານ້ອຍນັ້ນໝັ້ນຄົງໃນການປະຕິບັດຕາມດຳລັດຂອງພຣະອົງ!6ແລ້ວຂ້ານ້ອຍຈະບໍ່ຕ້ອງຖືກອັບອາຍເມື່ອຂ້ານ້ອຍວິເຄາະສັ່ງທັງໝົດຂອງພຣະອົງ.7ຂ້ານ້ອຍຈະສັນລະເສີນພຣະອົງດ້ວຍຫົວໃຈທີ່ທ່ຽງທຳເມື່ອຮຽນຮູ້ກົດບັນຍັດອັນຊອບທຳຂອງພຣະອົງ.8ຂ້ານ້ອຍຈະເຊື່ອຟັງດຳລັດຂອງພຣະອົງຂໍຢ່າປະຖິ້ມຂ້ານ້ອຍໄປ.9ຄົນໜຸ່ມສາວຈະຮັກສາທາງຂອງຕົນໃຫ້ບໍລິສຸດໄດ້ຢ່າງໃດ?ກໍໂດຍການດຳເນີນຊີວິດຕາມພຣະຄຳຂອງພຣະອົງ.10ຂ້ານ້ອຍສະແຫວງຫາພຣະອົງດ້ວຍສຸດໃຈຂອງຂ້ານ້ອຍຂໍຢ່າໃຫ້ຂ້ານ້ອຍຕະເຫລີດໜີຈາກຂໍ້ຄຳສັ່ງຂອງພຣະອົງ.11ຂ້ານ້ອຍຈົດຈຳພຣະຄຳຂອງພຣະອົງໄວ້ໃນໃຈຂອງຂ້ານ້ອຍເພື່ອວ່າຂ້ານ້ອຍຈະໄດ້ບໍ່ເຮັດບາບຕໍ່ພຣະອົງ.12ຂ້າແດ່ພຣະເຈົ້າຢາເວ, ສັນລະເສີນພຣະອົງ,ຂໍໂຜດສອນດຳລັດຂອງພຣະອົງແກ່ຂ້ານ້ອຍ.13ດ້ວຍຮິມສົບຂອງຂ້ານ້ອຍຂ້ານ້ອຍທ່ອງຈຳກົດບັນຍັດທັງໝົດທີ່ອອກມາຈາກປາກຂອງພຣະອົງ.14ຂ້ານ້ອຍຊື່ນຊົມຍິນດີໃນການປະຕິບັດຕາມກົດເກນຂອງພຣະອົງເໝືອນດັ່ງຜູ້ທີ່ຊື່ນຊົມຍິນດີໃນຊັບສົມບັດອັນຫລວງຫລາຍ.15ຂ້ານ້ອຍສຳນຶກເຖິງຂໍ້ຄຳສັ່ງຂອງພຣະອົງແລະ ວິເຄາະເຖິງວິຖີທາງຂອງພຣະອົງ.16ຂ້ານ້ອຍປິຕິຍິນດີໃນດຳລັດຂອງພຣະອົງ;ຂ້ານ້ອຍຈະບໍ່ລະເລີຍຕໍ່ຖ້ອຍຄຳຂອງພຣະອົງ.17ຂໍໂຜດດີຕໍ່ຜູ້ຮັບໃຊ້ຂອງພຣະອົງ ແລ້ວຂ້ານ້ອຍຈະມີຊີວິດຢູ່ແລະ ຈະເຊື່ອຟັງພຣະຄຳຂອງພຣະອົງ.18ຂໍໂຜດເປີດຕາຂອງຂ້ານ້ອຍ ເພື່ອຂ້ານ້ອຍຈະເຫັນສິ່ງອັດສະຈັນທັງຫລາຍໃນກົດບັນຍັດຂອງພຣະອົງ.19ຂ້ານ້ອຍເປັນຄົນແປກໜ້າໃນໂລກນີ້;ຂໍຢ່າເຊື່ອງພຣະບັນຍັດຂອງພຣະອົງໄວ້ຈາກຂ້ານ້ອຍ.20ຈິດວິນຍານຂອງຂ້ານ້ອຍຖືກເຜົາໄໝ້ດ້ວຍຄວາມກະຫາຍຫາກົດບັນຍັດຂອງພຣະອົງຢູ່ຕະຫລອດເວລາ.21ພຣະອົງຕຳໜິຄົນຈອງຫອງ, ຜູ້ທີ່ຖືກສາບແຊ່ງ,ບັນດາຜູ້ທີ່ຕະເຫລີດໜີຈາກຂໍ້ຄຳສັ່ງຂອງພຣະອົງ.22ຂໍໂຜດເອົາຄຳໝິ່ນປະໝາດ ແລະ ການດູຖູກຂອງພວກເຂົາອອກໄປຈາກຂ້ານ້ອຍ.ເພາະຂ້ານ້ອຍຮັກສາກົດເກນຂອງພຣະອົງ.23ເຖິງແມ່ນວ່າບັນດາຜູ້ປົກຄອງຈະນັ່ງລົງຮ່ວມກັນ ແລະ ໃສ່ຮ້າຍຂ້ານ້ອຍ,ຜູ້ຮັບໃຊ້ຂອງພຣະອົງຈະຍັງສຳນຶກເຖິງດຳລັດຂອງພຣະອົງ.24ກົດເກນຂອງພຣະອົງເປັນຄວາມປິຕິຍິນດີຂອງຂ້ານ້ອຍ;ກົດເກນເຫລົ່ານັ້ນເປັນທີ່ປຶກສາຂອງຂ້ານ້ອຍ.25ຂ້ານ້ອຍຕົກຕ່ຳລົງຈົນເກືອກຝຸ່ນຂໍສະຫງວນຊີວິດຂອງຂ້ານ້ອຍຕາມພຣະຄຳຂອງພຣະອົງ26ຂ້ານ້ອຍເລົ່າເຖິງວິຖີທາງຂອງຂ້ານ້ອຍ ແລະ ພຣະອົງກໍໄດ້ຕອບຂ້ານ້ອຍ;ຂໍໂຜດສອນດຳລັດຂອງພຣະອົງແກ່ຂ້ານ້ອຍ.27ຂໍໃຫ້ຂ້ານ້ອຍໄດ້ເຂົ້າໃຈວິຖີທາງແຫ່ງຄຳສອນຈາກຂໍ້ບັງຄັບຂອງພຣະອົງ,ແລ້ວຂ້ານ້ອຍຈະຄິດຕຶກຕອງເຖິງພາລະກິດອັນອັດສະຈັນຂອງພຣະອົງ.28ຈິດວິນຍານຂອງຂ້ານ້ອຍອ່ອນແຮງເພາະຄວາມໂສກເສົ້າຂໍເຮັດໃຫ້ຂ້ານ້ອຍເຂັ້ມແຂງຂຶ້ນຕາມພຣະຄຳຂອງພຣະອົງດ້ວຍ.29ຂໍປົກປ້ອງຂ້ານ້ອຍໃຫ້ພົ້ນຈາກວິຖີທາງອັນຫລອກລວງທັງຫລາຍ;ຂໍໂຜດເມດຕາແກ່ຂ້ານ້ອຍ ແລະ ສອນກົດບັນຍັດຂອງພຣະອົງແກ່ຂ້ານ້ອຍ.30ຂ້ານ້ອຍໄດ້ເລືອກຫົນທາງແຫ່ງຄວາມສັດຊື່;ຂ້ານ້ອຍປັກໃຈໃນກົດບັນຍັດຂອງພຣະອົງ.31ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຢຶດໝັ້ນໃນກົດເກນຂອງພຣະອົງຂໍຢ່າໃຫ້ຂ້ານ້ອຍຕ້ອງຖືກອັບອາຍ.32ຂ້ານ້ອຍກະຕືລືລົ້ນທີ່ຈະເຮັດຕາມຄຳສັ່ງຂອງພຣະອົງເພາະພຣະອົງໄດ້ເຮັດໃຫ້ຂະຫຍາຍຄວາມເຂົ້າໃຈຂອງຂ້ານ້ອຍ.33ຂ້າແດ່ພຣະເຈົ້າຢາເວ ຂໍສອນຂ້ານ້ອຍໃຫ້ປະຕິບັດຕາມດຳລັດຂອງພຣະອົງ,ແລ້ວຂ້ານ້ອຍຈະຮັກສາດຳລັດໄວ້ຈົນເຖິງທີ່ສຸດ.34ໂຜດໃຫ້ຄວາມເຂົ້າໃຈ ແລ້ວຂ້ານ້ອຍຈະຮັກສາກົດບັນຍັດຂອງພຣະອົງແລະ ປະຕິບັດຕາມດ້ວຍສຸດໃຈຂອງຂ້ານ້ອຍ.35ຂໍນຳຂ້ານ້ອຍໄປຕາມທາງທີ່ພຣະອົງສັ່ງ,ເພາະຂ້ານ້ອຍປິຕິຍິນດີໃນທາງນັ້ນ.36ຂໍໂຜດຫັນຫົວໃຈຂອງຂ້ານ້ອຍສູ່ກົດເກນຂອງພຣະອົງແລະ ບໍ່ໄຝ່ຫາຜົນປະໂຫຍດຢ່າງເຫັນແກ່ຕົວ.37ຂໍໂຜດຫັນສາຍຕາຂອງຂ້ານ້ອຍໄປຈາກສິ່ງທີ່ໄຮ້ຄ່າ;ຂໍສະຫງວນຊີວິດຂອງຂ້ານ້ອຍຕາມຖ້ອຍຄຳຂອງພຣະອົງ 38ຂໍເຮັດຕາມຄຳສັນຍາຂອງພຣະອົງທີ່ໃຫ້ໄວ້ກັບຜູ້ຮັບໃຊ້ຂອງພຣະອົງ,ເພື່ອພຣະອົງຈະເປັນທີ່ຢຳເກງ.39ຂໍໂຜດເອົາຄວາມອັບອາຍທີ່ຂ້ານ້ອຍຢ້ານກົວນັ້ນອອກໄປ,ເພາະກົດບັນຍັດຂອງພຣະອົງນັ້ນດີ.40ຂ້ານ້ອຍໄຝ່ຫາໃນຂໍ້ບັງຄັບຂອງພຣະອົງຫລາຍ!ຂໍໂຜດສະຫງວນຊີວິດຂອງຂ້ານ້ອຍໄວ້ດ້ວຍຄວາມຊອບທຳຂອງພຣະອົງ.41ຂ້າແດ່ພຣະເຈົ້າຢາເວ ຂໍໃຫ້ຄວາມຮັກໝັ້ນຄົງຂອງພຣະອົງມາເຖິງຂ້ານ້ອຍ,ຂໍໃຫ້ຄວາມພົ້ນຂອງພຣະອົງມາເຖິງຕາມຄຳສັນຍາຂອງພຣະອົງ;42ແລ້ວຂ້ານ້ອຍຈະສາມາດຕອບທຸກຄົນທີ່ເຢາະເຢີ້ຍຂ້ານ້ອຍ,ເພາະຂ້ານ້ອຍໄດ້ໄວ້ວາງໃຈໃນພຣະຄຳຂອງພຣະອົງ.43ຂໍຢ່າເອົາຖ້ອຍຄຳແຫ່ງຄວາມຈິງຂອງພຣະອົງໄປຈາກປາກຂອງຂ້ານ້ອຍ,ເພາະຂ້ານ້ອຍໄດ້ມອບຄວາມຫວັງຂອງຂ້ານ້ອຍໄວ້ກັບກົດບັນຍັດທັງຫລາຍຂອງພຣະອົງ.44ຂ້ານ້ອຍຈະເຊື່ອຟັງກົດບັນຍັດຂອງພຣະອົງຢູ່ສະເໝີ,ຕະຫລອດໄປເປັນນິດ.45ຂ້ານ້ອຍຈະດຳເນີນຊີວິດໄປຢ່າງເສລີພາບເພາະຂ້ານ້ອຍໄດ້ສະແຫວງຫາຂໍ້ບັງຄັບຂອງພຣະອົງ.46ຂ້ານ້ອຍຈະເວົ້າເຖິງກົດເກນຂອງພຣະອົງຕໍ່ໜ້າບັນດາກະສັດແລະ ຈະບໍ່ຖືກອັບອາຍຂາຍໜ້າ,47ເພາະຂ້ານ້ອຍປິຕິຍິນດີໃນຄຳສັ່ງຂອງພຣະອົງເພາະວ່າຂ້ານ້ອຍຮັກຄຳສັ່ງເຫລົ່ານັ້ນ.48ຂ້ານ້ອຍເທີດທູນ ຄຳສັ່ງຂອງພຣະອົງ ເຊິ່ງຂ້ານ້ອຍຮັກ,ແລະ ຂ້ານ້ອຍຄິດຕຶກຕອງເຖິງດຳລັດຂອງພຣະອົງ.49ຂໍລະນຶກເຖິງຖ້ອຍທີ່ໃຫ້ໄວ້ແກ່ຜູ້ຮັບໃຊ້ຂອງພຣະອົງ,ເພາະພຣະອົງໄດ້ໃຫ້ຄວາມຫວັງແກ່ຂ້ານ້ອຍ.50ສິ່ງທີ່ປອບໃຈຂ້ານ້ອຍໃນເວລາທຸກຍາກລຳບາກນັ້ນກໍຄື:ຄຳສັນຍາຂອງພຣະອົງຮັກສາຊີວິດຂ້ານ້ອຍໄວ້.51ຄົນຈອງຫອງເຢາະເຢີ້ຍຂ້ານ້ອຍຢ່າງບໍ່ມີຄວາມເມດຕາປານີ,ແຕ່ຂ້ານ້ອຍບໍ່ຫັນໄປຈາກກົດບັນຍັດຂອງພຣະອົງ.52ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍລະນຶກເຖິງກົດບັນຍັດແຕ່ເກົ່າກ່ອນຂອງພຣະອົງແລະ ຂ້ານ້ອຍກໍໄດ້ຮັບການເລົ້າໂລມໃຈຈາກກົດບັນຍັດເຫລົ່ານັ້ນ.53ຄວາມຂຸ່ນເຄືອງໃຈໄດ້ຄອບງຳຂ້ານ້ອຍເພາະຄົນຊົ່ວ,ຜູ້ທີ່ໄດ້ປະຖິ້ມກົດບັນຍັດຂອງພຣະອົງ.54ດຳລັດຂອງພຣະອົງເປັນຫົວຂໍ້ຂອງບົດເພງຂອງຂ້ານ້ອຍໃນທຸກບ່ອນທີ່ຂ້ານ້ອຍຈະອາໄສຢູ່.55ຂ້າແດ່ພຣະເຈົ້າຢາເວ ໃນເວລາກາງຄືນ ຂ້ານ້ອຍໄດ້ລະນຶກເຖິງນາມຂອງພຣະອົງ,ແລະ ຂ້ານ້ອຍຈະປະຕິບັດຕາມກົດບັນຍັດຂອງພຣະອົງ.56ທີ່ຂ້ານ້ອຍໄດ້ປະຕິບັດຕະຫລອດມາກໍຄືຂ້ານ້ອຍເຊື່ອຟັງຂໍ້ບັງຄັບທັງຫລາຍຂອງພຣະອົງ.57ຂ້າແດ່ພຣະເຈົ້າຢາເວ ພຣະອົງເປັນສ່ວນມໍລະດົກຂອງຂ້ານ້ອຍ;ຂ້ານ້ອຍໄດ້ສັນຍາວ່າຈະເຊື່ອຟັງຖ້ອຍຄຳຂອງພຣະອົງ.58ຂ້ານ້ອຍສະແຫວງຫາໃບໜ້າຂອງພຣະອົງໝົດທັງຫົວໃຈຂອງຂ້ານ້ອຍ;ຂໍໂຜດເມດຕາຂ້ານ້ອຍຕາມຄຳສັນຍາຂອງພຣະອົງ.59ຂ້ານ້ອຍພິຈາລະນາວິຖີທາງຂອງຕົນແລະ ໄດ້ຫັນບາດກ້າວຂອງຕົນມາສູ່ກົດເກນຂອງພຣະອົງ.60ຂ້ານ້ອຍຈະຟ້າວ ແລະ ຈະບໍ່ຊັກຊ້າທີ່ຈະເຊື່ອຟັງຄຳສັ່ງຂອງພຣະອົງ.61ເຖິງແມ່ນຄົນຊົ່ວຜູກຂ້ານ້ອຍໄວ້ດ້ວຍເຊືອກກໍຕາມ,ຂ້ານ້ອຍກໍຈະບໍ່ລືມກົດບັນຍັດຂອງພຣະອົງ.62ເວລາທ່ຽງຄືນຂ້ານ້ອຍລຸກຂຶ້ນມາຂອບພຣະຄຸນພຣະອົງສຳລັບກົດບັນຍັດອັນຊອບທຳຂອງພຣະອົງ.63ຂ້ານ້ອຍເປັນມິດກັບທຸກຄົນທີ່ຢຳເກງພຣະອົງ,ກັບຜູ້ທີ່ເຮັດຕາມຂໍ້ບັງຄັບຂອງພຣະອົງ.64ຂ້າແດ່ພຣະເຈົ້າຢາເວ ໂລກນີ້ເຕັມດ້ວຍຄວາມຮັກຂອງພຣະອົງ;ຂໍໂຜດສອນດຳລັດຂອງພຣະອົງໃຫ້ແກ່ຂ້ານ້ອຍດ້ວຍ.65ພຣະເຈົ້າຢາເວຂໍໂຜດດີຕໍ່ຜູ້ຮັບໃຊ້ຂອງພຣະອົງຕາມຖ້ອຍຄຳຂອງພຣະອົງ.66ຂໍສອນຂ້ານ້ອຍໃຫ້ມີຄວາມຮູ້ ແລະ ມີການຕັດສິນທີ່ດີ,ເພາະຂ້ານ້ອຍວາງໃຈຄຳສັ່ງຂອງພຣະອົງ.67ກ່ອນທີ່ຂ້ານ້ອຍຈະຕົກທຸກ ຂ້ານ້ອຍໄດ້ຕະເຫລີດໄປ,ແຕ່ບັດນີ້ ຂ້ານ້ອຍເຊື່ອຟັງຖ້ອຍຄຳຂອງພຣະອົງ.68ພຣະອົງແສນດີ ແລະ ສິ່ງທີ່ພຣະອົງເຮັດນັ້ນກໍດີເລີດ;ຂໍໂຜດສອນດຳລັດຂອງພຣະອົງໃຫ້ແກ່ຂ້ານ້ອຍດ້ວຍ.69ເຖິງແມ່ນວ່າຄົນຈອງຫອງໃສ່ຮ້າຍປ້າຍສີຂ້ານ້ອຍຂ້ານ້ອຍກໍຮັກສາຂໍ້ບັງຄັບຂອງພຣະອົງດ້ວຍສຸດຫົວໃຈຂອງຂ້ານ້ອຍ.70ຈິດໃຈຂອງພວກເຂົາດື້ດ້ານ ແລະ ບໍ່ຮູ້ຈັກສຳນຶກ,ສ່ວນຂ້ານ້ອຍປິຕິຍິນດີໃນກົດບັນຍັດຂອງພຣະອົງ.71ດີແລ້ວທີ່ຂ້ານ້ອຍທຸກຍາກຂ້ານ້ອຍຈະໄດ້ຮຽນຮູ້ດຳລັດຂອງພຣະອົງ.72ກົດບັນຍັດຈາກປາກຂອງພຣະອົງນັ້ນລ້ຳຄ່າສຳລັບຂ້ານ້ອຍຫລາຍກວ່າເງິນ ແລະ ຄຳຈຳນວນເປັນພັນແທ່ງ.73ມືຂອງພຣະອົງໄດ້ສ້າງ ແລະ ປັ້ນຂ້ານ້ອຍຂຶ້ນ;ໂຜດໃຫ້ຂ້ານ້ອຍມີຄວາມເຂົ້າໃຈ ເພື່ອຈະຮຽນຮູ້ຂໍ້ຄຳສັ່ງຂອງພຣະອົງ.74ຂໍໃຫ້ຜູ້ທີ່ຢຳເກງພຣະອົງຊື່ນຊົມຍິນດີເມື່ອພວກເຂົາເຫັນຂ້ານ້ອຍ,ເພາະຂ້ານ້ອຍມອບຄວາມຫວັງຂອງຂ້ານ້ອຍໄວ້ທີ່ພຣະຄຳຂອງພຣະອົງ.75ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮູ້ວ່າກົດບັນຍັດຂອງພຣະອົງນັ້ນຊອບທຳ,ແລະ ຮູ້ວ່າທີ່ພຣະອົງໄດ້ເຮັດໃຫ້ຂ້ານ້ອຍທຸກຍາກນັ້ນກໍເພາະພຣະອົງຢູ່ໃນຄວາມສັດຊື່.76ຂໍໃຫ້ຄວາມຮັກໝັ້ນຄົງຂອງພຣະອົງເລົ້າໂລມຂ້ານ້ອຍ,ຕາມຄຳສັນຍາຂອງພຣະອົງທີ່ໄດ້ໃຫ້ໄວ້ກັບຜູ້ຮັບໃຊ້ຂອງພຣະອົງ.77ຂໍໃຫ້ຄວາມເມດຕາສົງສານຂອງພຣະອົງມາເຖິງຂ້ານ້ອຍ ເພື່ອຂ້ານ້ອຍຈະມີຊີວິດຢູ່,ເພາະກົດບັນຍັດຂອງພຣະອົງເປັນຄວາມປິຕິຍິນດີຂອງຂ້ານ້ອຍ.78ຂໍໃຫ້ຄົນຈອງຫອງຖືກອັບອາຍ ເພາະພວກເຂົາເຮັດຜິດຕໍ່ຂ້ານ້ອຍໂດຍບໍ່ມີສາເຫດ;ສ່ວນຂ້ານ້ອຍຈະຄິດຕຶກຕອງເຖິງຂໍ້ບັງຄັບຂອງພຣະອົງ.79ຂໍໃຫ້ບັນດາຜູ້ທີ່ຢຳເກງພຣະອົງຜູ້ທີ່ເຂົ້າໃຈກົດເກນຂອງພຣະອົງ ຫັນມາຫາຂ້ານ້ອຍ.80ຂໍໃຫ້ຂ້ານ້ອຍປະຕິບັດຕາມດຳລັດຂອງພຣະອົງດ້ວຍສຸດໃຈ,ເພື່ອວ່າຂ້ານ້ອຍຈະບໍ່ຕ້ອງຖືກອັບອາຍ.81ຈິດວິນຍານຂອງຂ້ານ້ອຍອ່ອນແຮງເພາະໂຫຍຫາຄວາມພົ້ນຂອງພຣະອົງ,ແຕ່ຂ້ານ້ອຍໄດ້ມອບຄວາມຫວັງຂອງຂ້ານ້ອຍໄວ້ທີ່ພຣະຄຳຂອງພຣະອົງ.82ດວງຕາຂອງຂ້ານ້ອຍອ່ອນແຮງ ເພາະລໍຄອຍຖ້າຄຳສັນຍາຂອງພຣະອົງ;ຂ້ານ້ອຍເວົ້າວ່າ “ເມື່ອໃດພຣະອົງຈຶ່ງຈະເລົ້າໂລມຂ້ານ້ອຍ?”83ເຖິງແມ່ນວ່າຂ້ານ້ອຍຈະເໝືອນຖົງໜັງເຫລົ້າອະງຸ່ນທີ່ຖືກຮົມຄວັນ,ຂ້ານ້ອຍກໍບໍ່ລືມດຳລັດຂອງພຣະອົງ.84ຜູ້ຮັບໃຊ້ຂອງພຣະອົງຈະຕ້ອງລໍຄອຍຖ້າອີກດົນເທົ່າໃດ?ເມື່ອໃດພຣະອົງຈຶ່ງຈະລົງໂທດບັນດາຜູ້ທີ່ຂົ່ມເຫັງຂ້ານ້ອຍ?85ຄົນຈອງຫອງຂຸດຂຸມດັກຂ້ານ້ອຍ,ເຊິ່ງຂັດກັບກົດບັນຍັດຂອງພຣະອົງ.86ຂໍ້ຄຳສັ່ງທັງໝົດຂອງພຣະອົງລ້ວນແຕ່ເຊື່ອຖືໄດ້;ຂໍໂຜດຊ່ວຍຂ້ານ້ອຍ ເພາະຄົນກົດຂີ່ຂົ່ມເຫັງຂ້ານ້ອຍໂດຍບໍ່ມີສາເຫດ.87ພວກເຂົາເກືອບຈະກຳຈັດຂ້ານ້ອຍໄປຈາກແຜ່ນດິນໂລກນີ້ແລ້ວ,ແຕ່ຂ້ານ້ອຍບໍ່ຍອມປະຖິ້ມຂໍ້ບັງຄັບຂອງພຣະອົງ.88ຂໍຮັກສາຊີວິດຂອງຂ້ານ້ອຍຕາມຄວາມຮັກໝັ້ນຄົງຂອງພຣະອົງ,ແລ້ວຂ້ານ້ອຍຈະປະຕິບັດຕາມກົດເກນຈາກປາກຂອງພຣະອົງ.89ຂ້າແດ່ພຣະເຈົ້າຢາເວ ພຣະຄຳຂອງພຣະອົງນັ້ນຄົງຢູ່ຕະຫລອດໄປ;ພຣະຄຳໝັ້ນຄົງນິລັນດອນໃນຟ້າສະຫວັນ.90ຄວາມສັດຊື່ຂອງພຣະອົງດຳລົງຢູ່ທຸກຊົ່ວອາຍຸ;ພຣະອົງໄດ້ສະຖາປະນາໂລກ ແລະ ໂລກນີ້ກໍດຳລົງຢູ່.91ກົດບັນຍັດຂອງພຣະອົງດຳລົງຢູ່ຈົນເຖິງທຸກວັນນີ້,ເພາະທຸກສິ່ງຮັບໃຊ້ພຣະອົງ.92ຖ້າກົດບັນຍັດຂອງພຣະອົງບໍ່ໄດ້ເປັນຄວາມປິຕິຍິນດີຂອງຂ້ານ້ອຍ,ຂ້ານ້ອຍກໍຄົງພິນາດໃນຄວາມທຸກຍາກໄປແລ້ວ,93ຂ້ານ້ອຍຈະບໍ່ລືມຂໍ້ບັງຄັບຂອງພຣະອົງ.ເພາະພຣະອົງຮັກສາຊີວິດຂອງຂ້ານ້ອຍໄວ້ດ້ວຍຂໍ້ບັງຄັບເຫລົ່ານັ້ນ.94ຂໍໂຜດຊ່ວຍກອບກູ້ຂ້ານ້ອຍ ເພາະຂ້ານ້ອຍເປັນຂອງພຣະອົງ;ຂ້ານ້ອຍສະແຫວງຫາຂໍ້ບັງຄັບຂອງພຣະອົງ.95ຄົນຊົ່ວລໍຖ້າທຳລາຍຂ້ານ້ອຍ,ແຕ່ຂ້ານ້ອຍຈະຄິດຕຶກຕອງກົດເກນຂອງພຣະອົງ.96ຂ້ານ້ອຍເຫັນວ່າທຸກສິ່ງທີ່ດີພ້ອມກໍຍັງມີຂີດຈຳກັດ,ແຕ່ຄຳສັ່ງຂອງພຣະອົງນັ້ນບໍ່ມີຂອບເຂດ.97ຂ້ານ້ອຍຮັກກົດບັນຍັດຂອງພຣະອົງຫລາຍ!ຂ້ານ້ອຍຄິດຕຶກຕອງກົດບັນຍັດນັ້ນຕະຫລອດວັນ.98ຂໍ້ຄຳສັ່ງຂອງພຣະອົງຢູ່ກັບຂ້ານ້ອຍສະເໝີແລະ ເຮັດໃຫ້ຂ້ານ້ອຍສະຫລາດກວ່າສັດຕູທັງຫລາຍຂອງຂ້ານ້ອຍ.99ຂ້ານ້ອຍມີຄວາມເຂົ້າໃຈກວ່າບັນດາຄູທັງຫລາຍຂອງຂ້ານ້ອຍ,ເພາະຂ້ານ້ອຍສຳນຶກກົດເກນຂອງພຣະອົງ.100ຂ້ານ້ອຍເຂົ້າໃຈຫລາຍກວ່າຜູ້ອາວຸໂສ,ເພາະຂ້ານ້ອຍເຊື່ອຟັງຂໍ້ບັງຄັບຂອງພຣະອົງ.101ຂ້ານ້ອຍຮັກສາທຸກບາດກ້າວຂອງຂ້ານ້ອຍໃຫ້ພົ້ນຈາກວິຖີທາງອັນຊົ່ວຮ້າຍ.ເພື່ອຂ້ານ້ອຍຈະເຊື່ອຟັງພຣະຄຳຂອງພຣະອົງ.102ຂ້ານ້ອຍບໍ່ໄດ້ຫ່າງຈາກກົດບັນຍັດຂອງພຣະອົງ,ເພາະພຣະອົງເອງໄດ້ສອນຂ້ານ້ອຍ.103ພຣະຄຳຂອງພຣະອົງນັ້ນ ຂ້ານ້ອຍລອງແລ້ວຫວານຫລາຍ,ຫວານຍິ່ງກວ່ານ້ຳເຜິ້ງເມື່ອເຖິງປາກຂອງຂ້ານ້ອຍ!104ຂ້ານ້ອຍໄດ້ຄວາມເຂົ້າໃຈຈາກຂໍ້ບັງຄັບຂອງພຣະອົງ;ເຫດສະນັ້ນ ຂ້ານ້ອຍຈຶ່ງກຽດຊັງທຸກວິຖີທາງທີ່ຜິດ.105ພຣະຄຳຂອງພຣະອົງເປັນຕະກຽງສຳລັບບາດກ້າວຂອງຂ້ານ້ອຍ,ເປັນແສງສະຫວ່າງສ່ອງທາງຂອງຂ້ານ້ອຍ.106ຂ້ານ້ອຍໄດ້ປະຕິຍານ ແລະ ຢືນຢັນໄວ້ວ່າຂ້ານ້ອຍຈະປະຕິບັດຕາມກົດບັນຍັດອັນຊອບທຳຂອງພຣະອົງ.107ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍທຸກທໍລະມານຍິ່ງນັກຂໍໂຜດຮັກສາຊີວິດຂອງຂ້ານ້ອຍຕາມພຣະຄຳຂອງພຣະອົງ.108ຂ້າແດ່ພຣະເຈົ້າຢາເວ ຂໍຮັບຄຳສັນລະເສີນດ້ວຍໃຈຈາກປາກຂອງຂ້ານ້ອຍ,ແລະ ສອນກົດບັນຍັດຂອງພຣະອົງໃຫ້ແກ່ຂ້ານ້ອຍ.109ເຖິງແມ່ນຂ້ານ້ອຍຕ້ອງເອົາຊີວິດເຂົ້າສ່ຽງໄພຢູ່ສະເໝີ,ຂ້ານ້ອຍກໍຈະບໍ່ລືມກົດບັນຍັດຂອງພຣະອົງ.110ຄົນຊົ່ວຮ້າຍວາງກັບດັກລໍ້ຂ້ານ້ອຍ,ແຕ່ຂ້ານ້ອຍບໍ່ໄດ້ຫລົງໜີຈາກຂໍ້ບັງຄັບຂອງພຣະອົງ.111ກົດເກນຂອງພຣະອົງເປັນມໍລະດົກນິລັນດອນຂອງຂ້ານ້ອຍ;ແລະ ເປັນຄວາມຊື່ນຊົມຍິນດີໃນໃຈຂອງຂ້ານ້ອຍ.112ຂ້ານ້ອຍຕັ້ງໃຈວ່າຈະເຮັດຕາມດຳລັດຂອງພຣະອົງຈົນເຖິງທີ່ສຸດ. 113ຂ້ານ້ອຍກຽດຊັງຄົນສອງຈິດສອງໃຈ,ແຕ່ຂ້ານ້ອຍຮັກກົດບັນຍັດຂອງພຣະອົງ.114ພຣະອົງເປັນທີ່ລີ້ໄພ ແລະ ເປັນໂລ່ຂອງຂ້ານ້ອຍຂ້ານ້ອຍມອບຄວາມຫວັງຂອງຂ້ານ້ອຍໄວ້ທີ່ພຣະຄຳຂອງພຣະອົງ.115ເຈົ້າຜູ້ເຮັດການຊົ່ວທັງຫລາຍ ຈົ່ງໄປໃຫ້ພົ້ນຈາກຂ້ອຍ,ເພື່ອຂ້ອຍຈະໄດ້ເຮັດຕາມຄຳສັ່ງຂອງພຣະເຈົ້າຂອງຂ້ອຍ!116ຂໍໂຜດຄ້ຳຊູຂ້ານ້ອຍຕາມຄຳສັນຍາຂອງພຣະອົງ ແລະ ຂ້ານ້ອຍຈະມີຊີວິດຢູ່;ຂໍຢ່າໃຫ້ຄວາມຫວັງຂອງຂ້ານ້ອຍສະຫລາຍໄປ.117ຂໍໂຜດອູ້ມຊູຂ້ານ້ອຍໄວ້ ແລະ ຂ້ານ້ອຍຈະໄດ້ຮັບການປົດປ່ອຍ;ຂ້ານ້ອຍຈະເຄົາລົບດຳລັດຂອງພຣະອົງຢູ່ສະເໝີ.118ພຣະອົງປະຕິເສດທຸກຄົນທີ່ຫລົງໜີຈາກດຳລັດຂອງພຣະອົງ,ເພາະການຫລອກລວງຂອງພວກເຂົາກໍສູນເປົ່າ.119ພຣະອົງປະຖິ້ມບັນດາຄົນຊົ່ວຂອງໂລກນີ້ເໝືອນກັບຂີ້ແຮ່;ເຫດສະນັ້ນຂ້ານ້ອຍຈຶ່ງຮັກກົດເກນຂອງພຣະອົງ.120ເນື້ອໜັງຂອງຂ້ານ້ອຍກໍສັ່ນສະທ້ານດ້ວຍຄວາມຢ້ານພຣະອົງ;ຂ້ານ້ອຍຢຳເກງກົດບັນຍັດຂອງພຣະອົງ.121ຂ້ານ້ອຍໄດ້ເຮັດສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳຂໍຢ່າປະຖິ້ມຂ້ານ້ອຍໄວ້ກັບຜູ້ທີ່ກົດຂີ່ຂົ່ມເຫັງຂ້ານ້ອຍ.122ຂໍຄ້ຳປະກັນຄວາມສະຫວັດດີພາບໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງດ້ວຍ;ຢ່າໃຫ້ຄົນຈອງຫອງຂົ່ມເຫັງຂ້ານ້ອຍໄດ້.123ດວງຕາຂອງຂ້ານ້ອຍອ່ອນແຮງເພາະລໍຄອຍຖ້າຄວາມພົ້ນຈາກພຣະອົງ.ຊອກຫາຄຳສັນຍາອັນຊອບທຳຂອງພຣະອົງ.124ຂໍປະຕິບັດຕໍ່ຜູ້ຮັບໃຊ້ຂອງພຣະອົງຕາມຄວາມຮັກໝັ້ນຄົງຂອງພຣະອົງແລະ ສອນດຳລັດຂອງພຣະອົງໃຫ້ແກ່ຂ້ານ້ອຍ.125ຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະອົງ ຂໍໃຫ້ຄວາມສະຫລາດຫລັກແຫລມແກ່ຂ້ານ້ອຍເພື່ອຂ້ານ້ອຍຈະໄດ້ເຂົ້າໃຈກົດເກນຂອງພຣະອົງ.126ຂ້າແດ່ພຣະເຈົ້າຢາເວ ເຖິງເວລາແລ້ວທີ່ພຣະອົງຈະຈັດການ;ເພາະກົດບັນຍັດຂອງພຣະອົງຖືກລະເມີດ.127ເພາະວ່າຂ້ານ້ອຍຮັກຂໍ້ຄຳສັ່ງຂອງພຣະອົງຫລາຍກວ່າຄຳ, ຫລາຍກວ່າ, ຄຳບໍລິສຸດ128ແລະ ເພາະຂ້ານ້ອຍເຫັນວ່າຂໍ້ບັງຄັບຂອງພຣະອົງລ້ວນແຕ່ຖືກຕ້ອງ,ຂ້ານ້ອຍຈຶ່ງກຽດຊັງທາງທີ່ຜິດທຸກທາງ.129ກົດເກນຂອງພຣະອົງນັ້ນລ້ຳເລີດ;ເຫດສະນັ້ນ ຂ້ານ້ອຍຈຶ່ງເຊື່ອຟັງກົດເກນເຫລົ່ານັ້ນ.130ການເປີດເຜີຍພຣະຄຳຂອງພຣະອົງນັ້ນໃຫ້ຄວາມສະຫວ່າງເຮັດໃຫ້ຄົນຮູ້ໜ້ອຍມີຄວາມເຂົ້າໃຈ.131ຂ້ານ້ອຍອ້າປາກຂອງຂ້ານ້ອຍ ແລະ ກໍຫອບ,ໂຫຍຫາຂໍ້ຄຳສັ່ງຂອງພຣະອົງ.132ຂໍໂຜດຫັນມາຫາຂ້ານ້ອຍ ແລະ ເມດຕາຂ້ານ້ອຍ,ເໝືອນດັ່ງທີ່ເຮັດຕໍ່ບັນດາຜູ້ທີ່ຮັກນາມຂອງພຣະອົງຢູ່ສະເໝີ.133ຂໍໂຜດນຳບາດກ້າວຂອງຂ້ານ້ອຍໄປຕາມພຣະຄຳຂອງພຣະອົງ;ຂໍຢ່າໃຫ້ຄວາມບາບໄດ້ຄອບຄອງຂ້ານ້ອຍ.134ຂໍໂຜດໄຖ່ຂ້ານ້ອຍຈາກການກົດຂີ່ຂົ່ມເຫັງຂອງມະນຸດ,ເພື່ອຂ້ານ້ອຍຈະໄດ້ເຊື່ອຟັງຂໍ້ບັງຄັບຂອງພຣະອົງ.135ຂໍໃຫ້ໃບໜ້າຂອງພຣະອົງສ່ອງແສງໃສ່ຜູ້ຮັບໃຊ້ຂອງພຣະອົງແລະ ສອນດຳລັດຂອງພຣະອົງໃຫ້ແກ່ຂ້ານ້ອຍ.136ນ້ຳຕາຂອງຂ້ານ້ອຍໄຫລເປັນສາຍ,ເພາະຄົນທັງຫລາຍບໍ່ເຊື່ອຟັງກົດບັນຍັດຂອງພຣະອົງ.137ຂ້າແດ່ພຣະເຈົ້າຢາເວ ພຣະອົງນັ້ນຊອບທຳ;ແລະ ກົດບັນຍັດຂອງພຣະອົງກໍຖືກຕ້ອງ.138ກົດເກນທີ່ພຣະອົງໄດ້ວາງໄວ້ແມ່ນຊອບທຳ;ໜ້າເຊື່ອຖືໄດ້.139ຄວາມຮ້ອນຮົນຂອງຂ້ານ້ອຍເຮັດໃຫ້ຂ້ານ້ອຍໝົດແຮງ,ເພາະສັດຕູຂອງຂ້ານ້ອຍໄດ້ລະເລີຍຕໍ່ພຣະຄຳຂອງພຣະອົງ.140ສັນຍາຂອງພຣະອົງຜ່ານການພິສູດມາຢ່າງຖີ່ຖ້ວນແລະ ຜູ້ຮັບໃຊ້ຂອງພຣະອົງຮັກສັນຍານັ້ນ.141ເຖິງແມ່ນຂ້ານ້ອຍຕ່ຳຕ້ອຍ ແລະ ຖືກໝິ່ນປະໝາດກໍຕາມຂ້ານ້ອຍກໍບໍ່ລືມຂໍ້ບັງຄັບຂອງພຣະອົງ.142ຄວາມຊອບທຳຂອງພຣະອົງດຳລົງນິລັນດອນແລະ ກົດບັນຍັດຂອງພຣະອົງກໍເປັນຄວາມຈິງ.143ເຖິງແມ່ນຄວາມເດືອດຮ້ອນ ແລະ ຄວາມທຸກໃຈໄດ້ເຂົ້າມາຫາຂ້ານ້ອຍແຕ່ຄຳສັ່ງຂອງພຣະອົງກໍເຮັດໃຫ້ຂ້ານ້ອຍປິຕິຍິນດີ.144ກົດເກນຂອງພຣະອົງຖືກຕ້ອງຢູ່ສະເໝີ;ຂໍໂຜດຊ່ວຍໃຫ້ຂ້ານ້ອຍເຂົ້າໃຈເພື່ອຂ້ານ້ອຍຈະມີຊີວິດຢູ່.145ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮ້ອງຫາໝົດທັງຫົວໃຈຂອງຂ້ານ້ອຍ, ຂໍໂຜດຕອບຂ້ານ້ອຍດ້ວຍແລະ ຂ້ານ້ອຍຈະເຊື່ອຟັງດຳລັດຂອງພຣະອົງ.146ຂ້ານ້ອຍຮ້ອງຫາພຣະອົງ ຂໍຊ່ວຍຂ້ານ້ອຍໃຫ້ພົ້ນເພື່ອຂ້ານ້ອຍຈະປະຕິບັດຕາມກົດເກນຂອງພຣະອົງ.147ຂ້ານ້ອຍຕື່ນຂຶ້ນກ່ອນຮຸ່ງເຊົ້າ ແລະ ຮ້ອງຂໍຄວາມຊ່ວຍເຫລືອ;ຂ້ານ້ອຍມອບຄວາມຫວັງຂອງຂ້ານ້ອຍໄວ້ທີ່ພຣະຄຳຂອງພຣະອົງ.148ຕາຂອງຂ້ານ້ອຍມືນຢູ່ຕະຫລອດທັງຄືນເພື່ອຂ້ານ້ອຍຈະໄດ້ຄິດຕຶກຕອງເຖິງສັນຍາຂອງພຣະອົງ.149ຂໍຟັງຄຳຮ້ອງຂໍຂອງຂ້ານ້ອຍຕາມຄວາມຮັກໝັ້ນຄົງຂອງພຣະອົງ;ຂ້າແດ່ພຣະເຈົ້າຢາເວ ຂໍຮັກສາຊີວິດຂອງຂ້ານ້ອຍຕາມກົດບັນຍັດຂອງພຣະອົງ.150ບັນດາຜູ້ທີ່ວາງແຜນຊົ່ວກໍໃກ້ເຂົ້າມາແລ້ວແຕ່ພວກເຂົາກໍຫ່າງໄກຈາກກົດບັນຍັດຂອງພຣະອົງ.151ຂ້າແດ່ພຣະເຈົ້າຢາເວ ແຕ່ພຣະອົງກໍຢູ່ໃກ້,ແລະ ຂໍ້ຄຳສັ່ງທັງໝົດຂອງພຣະອົງລ້ວນເປັນຄວາມຈິງ.152ຂ້ານ້ອຍຮຽນຈາກກົດເກນຂອງພຣະອົງມາດົນພຣະອົງໄດ້ຕັ້ງກົດເກນເຫລົ່ານັ້ນໄວ້ເປັນນິດ.153ຂໍໂຜດຫລຽວເບິ່ງຄວາມທຸກທໍລະມານຂອງຂ້ານ້ອຍ ແລະ ກອບກູ້ເອົາຂ້ານ້ອຍດ້ວຍ,ເພາະຂ້ານ້ອຍບໍ່ໄດ້ລືມກົດບັນຍັດຂອງພຣະອົງ.154ຂໍສູ້ຄະດີໃຫ້ຂ້ານ້ອຍ ແລະ ໄຖ່ຂ້ານ້ອຍ;ຂໍຮັກສາຊີວິດຂອງຂ້ານ້ອຍຕາມຄຳສັນຍາຂອງພຣະອົງ.155ຄວາມພົ້ນແມ່ນຢູ່ຫ່າງໄກຈາກຄົນຊົ່ວຮ້າຍ,ເພາະພວກເຂົາບໍ່ສະແຫວງຫາດຳລັດຂອງພຣະອົງ.156ຂ້າແດ່ພຣະເຈົ້າຢາເວ ຄວາມເມດຕາກະລຸນາຂອງພຣະອົງນັ້ນຍິ່ງໃຫຍ່ຫລາຍ;ຂໍຮັກສາຊີວິດຂອງຂ້ານ້ອຍຕາມກົດບັນຍັດຂອງພຣະອົງ.157ສັດຕູຜູ້ກົດຂີ່ຂົ່ມເຫັງຂ້ານ້ອຍມີຫລວງຫລາຍແຕ່ຂ້ານ້ອຍບໍ່ໄດ້ຫັນໄປຈາກກົດເກນຂອງພຣະອົງ.158ຂ້ານ້ອຍເບິ່ງຜູ້ທໍລະຍົດດ້ວຍຄວາມກຽດຊັງເພາະພວກເຂົາບໍ່ເຊື່ອຟັງຖ້ອຍຄຳຂອງພຣະອົງ.159ຂ້າແດ່ພຣະເຈົ້າຢາເວ ຂໍໃຫ້ເບິ່ງວ່າ ຂ້ານ້ອຍຮັກຂໍ້ບັງຄັບຂອງພຣະອົງຫລາຍເທົ່າໃດ;ຂໍຮັກສາຊີວິດຂອງຂ້ານ້ອຍໄວ້ຕາມຄວາມຮັກໝັ້ນຄົງຂອງພຣະອົງ.160ຖ້ອຍຄຳທັງໝົດຂອງພຣະອົງນັ້ນເປັນຄວາມຈິງ;ກົດບັນຍັດອັນຊອບທຳທັງໝົດຂອງພຣະອົງດຳລົງຢູ່ນິລັນດອນ.161ບັນດາຜູ້ຄອບຄອງຂົ່ມເຫັງຂ້ານ້ອຍໂດຍບໍ່ມີສາເຫດ,ແຕ່ຫົວໃຈຂ້ານ້ອຍກໍຢຳເກງພຣະຄຳຂອງພຣະອົງ.162ຂ້ານ້ອຍຊື່ນຊົມຍິນດີໃນສັນຍາຂອງພຣະອົງເໝືອນຄົນທີ່ພົບຂຸມຊັບອັນມະຫາສານ.163ຂ້ານ້ອຍຊັງ ແລະ ລັງກຽດຄວາມຕົວະແຕ່ຂ້ານ້ອຍຮັກກົດບັນຍັດຂອງພຣະອົງ.164ຂ້ານ້ອຍສັນລະເສີນພຣະອົງວັນລະເຈັດເທື່ອເພາະກົດບັນຍັດອັນຊອບທຳຂອງພຣະອົງ.165ບັນດາຜູ້ທີ່ຮັກກົດບັນຍັດຂອງພຣະອົງກໍມີສັນຕິສຸກຍິ່ງໃຫຍ່,ບໍ່ມີສິ່ງໃດເຮັດໃຫ້ພວກເຂົາສະດຸດລົ້ມໄດ້.166ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຄອຍຖ້າຄວາມພົ້ນຂອງພຣະອົງແລະ ຂ້ານ້ອຍໄດ້ປະຕິບັດຕາມຄຳສັ່ງຂອງພຣະອົງ.167ຂ້ານ້ອຍເຊື່ອຟັງກົດເກນຂອງພຣະອົງເພາະຂ້ານ້ອຍຮັກກົດເກນເຫລົ່ານັ້ນຫລາຍ.168ຂ້ານ້ອຍເຊື່ອຟັງຂໍ້ບັງຄັບ ແລະ ກົດເກນຂອງພຣະອົງເພາະວິຖີທາງທັງໝົດຂອງຂ້ານ້ອຍກໍປາກົດແຈ້ງແກ່ພຣະອົງ.169ຂ້າແດ່ພຣະເຈົ້າຢາເວ ຂໍໃຫ້ສຽງຮ້ອງໄຫ້ຂອງຂ້ານ້ອຍຂຶ້ນໄປເຖິງຕໍ່ໜ້າພຣະອົງ;ໂຜດໃຫ້ຄວາມເຂົ້າໃຈແກ່ຂ້ານ້ອຍຕາມພຣະຄຳຂອງພຣະອົງ.170ຂໍໃຫ້ຄຳອ້ອນວອນຂອງຂ້ານ້ອຍຂຶ້ນໄປເຖິງຕໍ່ໜ້າພຣະອົງຂໍຊ່ວຍກອບກູ້ຂ້ານ້ອຍຕາມສັນຍາຂອງພຣະອົງ.171ຂໍໃຫ້ປາກຂອງຂ້ານ້ອຍລົ້ນດ້ວຍຄຳສັນລະເສີນພຣະອົງເພາະພຣະອົງສອນດຳລັດຂອງພຣະອົງໃຫ້ແກ່ຂ້ານ້ອຍ.172ຂໍໃຫ້ລີ້ນຂອງຂ້ານ້ອຍຮ້ອງເພງເຖິງພຣະຄຳຂອງພຣະອົງເພາະຂໍ້ຄຳສັ່ງທັງໝົດຂອງພຣະອົງນັ້ນຊອບທຳ.173ຂໍໃຫ້ມືຂອງພຣະອົງພ້ອມທີ່ຈະຊ່ວຍເຫລືອຂ້ານ້ອຍເພາະຂ້ານ້ອຍໄດ້ເລືອກຂໍ້ບັງຄັບຂອງພຣະອົງ.174ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໂຫຍຫາຄວາມພົ້ນຂອງພຣະອົງແລະ ກົດບັນຍັດຂອງພຣະອົງນັ້ນກໍເປັນຄວາມປິຕິຍິນດີຂອງຂ້ານ້ອຍ.175ຂໍໃຫ້ຂ້ານ້ອຍມີຊີວິດຢູ່ເພື່ອທີ່ຈະສັນລະເສີນພຣະອົງ,ຂໍໃຫ້ກົດບັນຍັດຂອງພຣະອົງຄ້ຳຊູຂ້ານ້ອຍໄວ້.176ຂ້ານ້ອຍໄດ້ຫລົງໄປເໝືອນລູກແກະທີ່ຫລົງທາງ.ຂໍໂຜດຕາມຫາຜູ້ຮັບໃຊ້ຂອງພຣະອົງ,ເພາະຂ້ານ້ອຍບໍ່ລືມຂໍ້ຄຳສັ່ງຂອງພຣະອົງ.
Biblica, Inc.