ເພງສັນລະເສີນ11
ເຖິງຫົວໜ້ານັກຮ້ອງ ເພງສັນລະເສີນຂອງດາວິດ.
1ຂ້ານ້ອຍລີ້ໄພຢູ່ໃນພຣະເຈົ້າຢາເວແລ້ວເຫດໃດທ່ານຈຶ່ງກ່າວກັບຂ້ານ້ອຍວ່າ:“ຈົ່ງໜີໄປທີ່ພູເຂົາຂອງທ່ານເໝືອນດັ່ງນົກ.2ເພາະເບິ່ງແມ, ຄົນຊົ່ວຮ້າຍໄດ້ກົ່ງຄັນທະນູຂອງພວກເຂົາແລ້ວ;ພວກເຂົາໄດ້ເອົາລູກສອນພາດໃສ່ສາຍໄວ້ເພື່ອຍິງຈາກເງົາມືດຍິງໄປທີ່ຜູ້ມີໃຈທ່ຽງທຳ.3ເມື່ອຮາກຖານຖືກທຳລາຍລົງແລ້ວ,ຄົນຊອບທຳຈະເຮັດຫຍັງໄດ້? ”4ພຣະເຈົ້າຢາເວສະຖິດຢູ່ໃນວິຫານອັນສັກສິດຂອງພຣະອົງ;ພຣະເຈົ້າຢາເວ ຢູ່ເທິງບັນລັງແຫ່ງຟ້າສະຫວັນ.ພຣະອົງໄດ້ສັງເກດເບິ່ງທຸກຄົນທີ່ຢູ່ໃນໂລກນີ້;ຕາຂອງພຣະອົງໄດ້ກວດສອບເບິ່ງພວກເຂົາ.5ພຣະເຈົ້າຢາເວ ໄດ້ກວດສອບເບິ່ງຄົນຊອບທຳ,ແຕ່ຄົນຊົ່ວຮ້າຍ ແລະ ບັນດາຜູ້ທີ່ມັກຄວາມຄວາມຮຸນແຮງນັ້ນ;ພຣະອົງກຽດຊັງເຂົ້າກະດູກດຳ.6ພຣະອົງຈະໂຮຍຖ່ານໄຟແລະ ມາດລົງໃສ່ຄົນຊົ່ວຮ້າຍເໝືອນດັ່ງຫ່າຝົນແລະ ເຜົາຜານພວກເຂົາດ້ວຍລົມອັນຮ້ອນແຮງ.7ເພາະພຣະເຈົ້າຢາເວນັ້ນຊອບທຳ,ພຣະອົງຮັກຄວາມຍຸຕິທຳ;ຄົນຊອບທຳຈະເຫັນໃບໜ້າຂອງພຣະອົງ.Biblica, Inc.