ເພງສັນລະເສີນ118
1ຈົ່ງຂອບພຣະຄຸນພຣະເຈົ້າຢາເວເພາະພຣະອົງແສນດີ;ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.2ໃຫ້ອິດສະຣາເອນກ່າວວ່າ:“ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ”.3ໃຫ້ພົງພັນຂອງອາໂຣນກ່າວວ່າ:“ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ”.4ໃຫ້ບັນດາຜູ້ທີ່ຢຳເກງພຣະເຈົ້າຢາເວກ່າວວ່າ:“ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ”.5ໃນຍາມທຸກຍາກຂ້ານ້ອຍໄດ້ຮ້ອງຫາພຣະເຈົ້າຢາເວແລະ ພຣະອົງໄດ້ນຳຂ້ານ້ອຍເຂົ້າໄປໃນທີ່ກວ້າງ.6ພຣະເຈົ້າຢາເວຢູ່ກັບຂ້ານ້ອຍ ຂ້ານ້ອຍຈະບໍ່ຢ້ານກົວ.ມະນຸດຈະເຮັດຫຍັງຂ້ານ້ອຍໄດ້?7ພຣະເຈົ້າຢາເວຢູ່ກັບຂ້ານ້ອຍ ພຣະອົງເປັນຜູ້ຊ່ວຍເຫລືອຂອງຂ້ານ້ອຍ.ຂ້ານ້ອຍຈະເບິ່ງສັດຕູຢ່າງຜູ້ຊະນະ.8ການລີ້ໄພໃນພຣະເຈົ້າຢາເວກໍດີກວ່າການໄວ້ວາງໃຈໃນມະນຸດ.9ການລີ້ໄພໃນພຣະເຈົ້າຢາເວກໍດີກວ່າການໄວ້ວາງໃຈໃນເຈົ້ານາຍທັງຫລາຍ.10ປະຊາຊາດທັງໝົດໄດ້ຫຸ້ມອ້ອມຂ້ານ້ອຍ,ແຕ່ໃນນາມຂອງພຣະເຈົ້າຢາເວ ຂ້ານ້ອຍຈະທຳລາຍພວກເຂົາໃຫ້ໝົດ.11ພວກເຂົາໄດ້ລ້ອມຂ້ານ້ອຍໄວ້ທຸກດ້ານ,ແຕ່ໃນນາມຂອງພຣະເຈົ້າຢາເວ ຂ້ານ້ອຍຈະທຳລາຍພວກເຂົາໃຫ້ໝົດ.12ພວກເຂົາໄດ້ມາອ້ອມຕົວຂອງຂ້ານ້ອຍຄືກັບເຜິ້ງ,ແຕ່ພວກເຂົາມອດລົງຢ່າງວ່ອງໄວເໝືອນກັບໄຟໄໝ້ໜາມ;ໃນນາມຂອງພຣະເຈົ້າຢາເວ ຂ້ານ້ອຍຈະທຳລາຍພວກເຂົາໃຫ້ໝົດ.13ຂ້ານ້ອຍຖືກລຸມກະໜ່ຳ ແລະ ເກືອບລົ້ມລົງ,ແຕ່ພຣະເຈົ້າຢາເວໄດ້ຊ່ວຍຂ້ານ້ອຍໄວ້.14ພຣະເຈົ້າຢາເວເປັນກຳລັງ ແລະ ເປັນປ້ອມປ້ອງກັນ ຂອງຂ້ານ້ອຍພຣະອົງເປັນຄວາມພົ້ນຂອງຂ້ານ້ອຍ.15ສຽງໂຫ່ຮ້ອງຊື່ນຊົມຍິນດີ ແລະ ສຽງໄຊໂຍດັ່ງກ້ອງໃນເຕັນຂອງຄົນຊອບທຳວ່າ:“ມືຂວາຂອງພຣະເຈົ້າຢາເວໄດ້ເຮັດສິ່ງທີ່ຍິ່ງໃຫຍ່!16ມືຂວາຂອງພຣະເຈົ້າຢາເວໄດ້ຊູຂຶ້ນສູງ;ມືຂວາຂອງພຣະເຈົ້າຢາເວໄດ້ເຮັດສິ່ງທີ່ຍິ່ງໃຫຍ່!”17ຂ້ານ້ອຍຈະບໍ່ຕາຍ ແຕ່ມີຊີວິດຢູ່,ແລະ ຈະປະກາດສິ່ງທີ່ພຣະເຈົ້າຢາເວໄດ້ກະທຳ.18ພຣະເຈົ້າຢາເວໄດ້ຕີສອນຂ້ານ້ອຍຢ່າງໜັກ,ແຕ່ບໍ່ໄດ້ມອບຂ້ານ້ອຍໃຫ້ແກ່ຄວາມຕາຍ.19ຈົ່ງເປີດປະຕູແຫ່ງຄວາມຊອບທຳໃຫ້ຂ້ານ້ອຍ;ຂ້ານ້ອຍຈະເຂົ້າໄປ ແລະ ຖວາຍຄຳຂອບພຣະຄຸນພຣະເຈົ້າຢາເວ.20ນີ້ຄືປະຕູຂອງພຣະເຈົ້າຢາເວຜູ້ຊອບທຳຈະເຂົ້າໄປທາງປະຕູນີ້.21ຂ້ານ້ອຍຂອບພຣະຄຸນພຣະອົງເພາະພຣະອົງໄດ້ຕອບຂ້ານ້ອຍ;ພຣະອົງມາເປັນຄວາມພົ້ນຂອງຂ້ານ້ອຍ.22ສີລາທີ່ນາຍຊ່າງກໍ່ໄດ້ຖິ້ມແລ້ວບັດນີ້ກັບກາຍເປັນຫີນເສົາເອກ;23ພຣະເຈົ້າຢາເວໄດ້ກະທຳການນີ້,ແລະ ເປັນສິ່ງມະຫັດສະຈັນໃນສາຍຕາຂອງພວກເຮົາ.24ນີ້ຄືວັນທີ່ພຣະເຈົ້າຢາເວໄດ້ສ້າງໃຫ້ພວກເຮົາຊື່ນຊົມຍິນດີ ແລະ ຍິນດີໃນວັນນີ້.25ຂ້າແດ່ພຣະເຈົ້າຢາເວ ຂໍຊ່ວຍພວກຂ້ານ້ອຍໃຫ້ພົ້ນດ້ວຍ!ຂ້າແດ່ພຣະເຈົ້າຢາເວ ຂໍໃຫ້ຄວາມສຳເລັດແກ່ພວກຂ້ານ້ອຍດ້ວຍ!26ສັນລະເສີນພຣະອົງຜູ້ມາໃນນາມຂອງພຣະເຈົ້າຢາເວ.ພວກຂ້ານ້ອຍຂໍສັນລະເສີນພຣະອົງ ຈາກວິຫານຂອງພຣະເຈົ້າຢາເວ.27ພຣະເຈົ້າຢາເວເປັນພຣະເຈົ້າ,ແລະ ພຣະອົງໄດ້ໃຫ້ຄວາມສະຫວ່າງຂອງພຣະອົງສ່ອງໃສ່ພວກເຮົາ.ໃຫ້ພວກເຮົາຖືກິ່ງໄມ້ແລ້ວເຂົ້າຮ່ວມຂະບວນສະເຫລີມສະຫລອງໄປເຖິງ ເຊີງງອນຂອງແທ່ນບູຊາ.28ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ ແລະ ຂ້ານ້ອຍຈະສັນລະເສີນພຣະອົງ;ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ ແລະ ຂ້ານ້ອຍຈະຍົກຍ້ອງພຣະອົງ.29ຈົ່ງຂອບພຣະຄຸນພຣະເຈົ້າຢາເວ ເພາະພຣະອົງແສນດີຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
Biblica, Inc.