ເພງສັນລະເສີນ115

1ຂ້າແດ່​ພຣະເຈົ້າ​ຢາເວ ກຽດຕິຍົດ​ບໍ່​ໄດ້​ມີ​ແກ່​ພວກຂ້ານ້ອຍ, ບໍ່​ໄດ້​ມີ​ແກ່​ພວກຂ້ານ້ອຍແຕ່​ມີ​ແດ່​ນາມ​ຂອງ​ພຣະອົງ,ເພາະ​ຄວາມ​ຮັກ​ໝັ້ນຄົງ ແລະ ຄວາມ​ສັດຊື່​ຂອງ​ພຣະອົງ.
2ດ້ວຍ​ເຫດ​ໃດ​ປະຊາຊາດ​ທັງຫລາຍ​ຈຶ່ງ​ເວົ້າ​ວ່າ:“ພຣະເຈົ້າ​ຂອງ​ພວກເຂົາ​ຢູ່ໃສ?”3ພຣະເຈົ້າ​ຂອງ​ພວກເຮົາ​ຢູ່​ໃນ​ສະຫວັນພຣະອົງ​ໄດ້​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະອົງ​ພໍໃຈ.4ແຕ່​ຮູບເຄົາລົບ​ຂອງ​ພວກເຂົາ​ແມ່ນ​ເຮັດ​ດ້ວຍ​ເງິນ ແລະ ຄຳ,ເຮັດ​ດ້ວຍ​ມື​ມະນຸດ.5ຮູບເຄົາລົບ​ເຫລົ່ານັ້ນ​ມີ​ປາກ​ແຕ່​ເວົ້າ​ບໍ່​ໄດ້ມີ​ຕາ​ແຕ່​ເບິ່ງ​ບໍ່​ເຫັນ.6ຮູບເຄົາລົບ​ເຫລົ່ານັ້ນ​ມີ​ຫູ​ແຕ່​ບໍ່​ໄດ້​ຍິນ,ມີ​ດັງ​ແຕ່​ບໍ່​ໄດ້​ກິ່ນ.7ຮູບເຄົາລົບ​ເຫລົ່ານັ້ນ​ມີ​ມື​ແຕ່​ສຳພັດ​ບໍ່​ໄດ້,ມີ​ຕີນ​ແຕ່​ເດີນ​ບໍ່​ໄດ້,ຮູບເຄົາລົບ​ເຫລົ່ານັ້ນ​ບໍ່​ມີ​ແມ່ນແຕ່​ສຽງ​ທີ່​ອອກ​ມາ​ຈາກ​ຄໍ​ຂອງ​ຕົນ.8ບັນດາ​ຜູ້​ທີ່​ສ້າງ​ຮູບເຄົາລົບ​ເຫລົ່ານັ້ນ​ກໍ​ຈະ​ເປັນ​ເໝືອນ​ຮູບເຄົາລົບ​ເຫລົ່ານັ້ນ,ແລະ ຜູ້​ທີ່​ໄວ້ວາງໃຈ​ໃນ​ຮູບເຄົາລົບ​ເຫລົ່ານັ້ນ​ກໍ​ຈະ​ເປັນ​ເໝືອນ​ກັນ.
9ເຊື້ອສາຍ​ອິດສະຣາເອນ​ທຸກຄົນ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢາເວພຣະອົງ​ເປັນ​ຄວາມ​ຊ່ວຍເຫລືອ ແລະ ເປັນ​ໂລ່​ກຳບັງ​ຂອງ​ພວກເຂົາ.10ເຊື້ອສາຍ​ຂອງ​ອາໂຣນ, ຈົ່ງ​ໄວ້​ວາງໃຈ​ໃນ​ພຣະເຈົ້າ​ຢາເວພຣະອົງ​ເປັນ​ຄວາມ​ຊ່ວຍເຫລືອ ແລະ ເປັນ​ໂລ່​ກຳບັງ​ຂອງ​ພວກເຂົາ.11ພວກເຈົ້າ​ທັງຫລາຍ​ຜູ້​ຢຳເກງ​ພຣະອົງ ຈົ່ງ​ໄວ້​ວາງໃຈ​ໃນ​ພຣະເຈົ້າ​ຢາເວພຣະອົງ​ເປັນ​ຄວາມ​ຊ່ວຍເຫລືອ ແລະ ເປັນ​ໂລ່​ກຳບັງ​ຂອງ​ພວກເຂົາ.
12ພຣະເຈົ້າ​ຢາເວ​ລະນຶກ​ເຖິງ​ພວກເຮົາ ແລະ ຈະ​ອວຍພອນ​ພວກເຮົາພຣະອົງ​ຈະ​ອວຍພອນ​ເຊື້ອສາຍ​ຂອງ​ອິດສະຣາເອນ,ພຣະອົງ​ຈະ​ອວຍພອນ​ເຊື້ອສາຍ​ຂອງ​ອາໂຣນ,13ພຣະເຈົ້າ​ຢາເວ​ຈະ​ອວຍພອນ​ບັນດາ​ຜູ້​ທີ່​ຢຳເກງ​ພຣະອົງບໍ່​ວ່າ​ຜູ້​ນ້ອຍ ຫລື ຜູ້​ໃຫຍ່.
14ຂໍ​ພຣະເຈົ້າ​ຢາເວ​ໂຜດ​ໃຫ້​ພວກເຈົ້າ​ເພີ່ມ​ທະວີ​ຂຶ້ນທັງ​ພວກເຈົ້າ ແລະ ລູກ​ຫລານ​ຂອງ​ພວກເຈົ້າ.15ຂໍ​ໃຫ້​ພວກເຈົ້າ​ໄດ້​ຮັບ​ພອນ​ຈາກ​ພຣະເຈົ້າ​ຢາເວຜູ້​ສ້າງ​ຟ້າ​ສະຫວັນ ແລະ ແຜ່ນດິນ​ໂລກ.
16ຟ້າ​ສະຫວັນ​ສູງສຸດ​ເປັນ​ຂອງ​ພຣະເຈົ້າ​ຢາເວແຕ່​ແຜ່ນດິນ​ໂລກ​ພຣະອົງ​ໄດ້​ໃຫ້​ແກ່​ມະນຸດ.17ຄົນ​ຕາຍ​ແລ້ວ​ບໍ່​ອາດ​ສັນລະເສີນ​ພຣະເຈົ້າ​ຢາເວຄື​ບັນດາ​ຄົນ​ທີ່​ລົງ​ໄປ​ສູ່​ຄວາມ​ງຽບສະຫງັດ.18ແຕ່​ເປັນ​ພວກເຮົາ​ທີ່​ຍົກຍ້ອງ​ພຣະເຈົ້າ​ຢາເວທັງ​ບັດນີ້ ແລະ ຕະຫລອດ​ໄປ​ເປັນນິດ.ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ. 

Biblica, Inc.

https://app.library.bible/content/eab9312f9f16b3a2