ເພງສັນລະເສີນ116

1ຂ້ານ້ອຍ​ຮັກ​ພຣະເຈົ້າ​ຢາເວ ເພາະ​ພຣະອົງ​ໄດ້​ຍິນ​ສຽງ​ຂອງ​ຂ້ານ້ອຍພຣະອົງ​ໄດ້​ຍິນ​ຄຳ​ຮ້ອງ​ຂໍ​ຄວາມ​ເມດຕາ​ຂອງ​ຂ້ານ້ອຍ.2ເພາະ​ພຣະອົງ​ໄດ້​ງ່ຽງ​ຫູ​ຟັງ​ຂ້ານ້ອຍ,ຂ້ານ້ອຍ​ຈະ​ຮ້ອງ​ຫາ​ພຣະອົງ​ຕາບ​ໃດ​ທີ່​ຂ້ານ້ອຍ​ຍັງ​ມີ​ຊີວິດ​ຢູ່.
3ເຊືອກ​ແຫ່ງ​ຄວາມ​ຕາຍ​ໄດ້​ຜູກ​ມັດ​ຂ້ານ້ອຍ​ໄວ້,ຄວາມ​ທຸກທໍລະມານ​ແຫ່ງ​ຂຸມ​ຝັງ​ສົບ​ໄດ້​ມາ​ເຖິງ​ຂ້ານ້ອຍ;ຄວາມ​ທຸກ ແລະ ຄວາມ​ໂສກເສົ້າ​ໄດ້​ເອົາ​ຊະນະ​ຂ້ານ້ອຍ.4ແລ້ວ​ຂ້ານ້ອຍ​ກໍ​ຮ້ອງ​ອອກ​ນາມ​ພຣະເຈົ້າ​ຢາເວ​ວ່າ:“ຂ້າແດ່​ພຣະເຈົ້າ​ຢາເວ ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ດ້ວຍ!”
5ພຣະເຈົ້າ​ຢາເວ​ມີ​ຄວາມ​ກະລຸນາ ແລະ ຊອບທຳ;ພຣະເຈົ້າ​ຂອງ​ພວກເຮົາ​ເຕັມ​ດ້ວຍ​ຄວາມ​ເມດຕາ​ສົງສານ.6ພຣະເຈົ້າ​ຢາເວ​ປົກປ້ອງ​ຄຸ້ມຄອງ​ຄົນຊື່ເມື່ອ​ຂ້ານ້ອຍ​ຕົກຕ່ຳ ພຣະອົງ​ກໍ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ.
7ຈິດ​ວິນຍານ​ຂອງ​ຂ້ານ້ອຍ ຈົ່ງ​ກັບ​ໄປ​ພັກ​ສະຫງົບ​ຄືນ,ເພາະ​ພຣະເຈົ້າ​ຢາເວ​ດີ​ຕໍ່​ເຈົ້າ​ສະເໝີ​ມາ.
8ເພາະ​ພຣະອົງ​ໄດ້​ປົດປ່ອຍ​ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ,ປົກປ້ອງ​ຕາ​ຂອງ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ນ້ຳ​ຕາປົກປ້ອງ​ຕີນ​ຂອງ​ຂ້ານ້ອຍ​ບໍ່​ໃຫ້​ສະດຸດ​ລົ້ມ,9ເພື່ອ​ຂ້ານ້ອຍ​ຈະ​ເດີນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວໃນ​ດິນແດນ​ຂອງ​ຜູ້​ມີ​ຊີວິດ​ຢູ່.
10ຂ້ານ້ອຍ​ໄດ້​ເຊື່ອ​ໃນ​ພຣະເຈົ້າ​ຢາເວ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ໄດ້​ເວົ້າວ່າ:“ຂ້ານ້ອຍ​ທຸກທໍລະມານ​ຫລາຍ”;11ແມ່ນ​ວ່າ​ໃນ​ຍາມ​ທໍ້​ໃຈ ຂ້ານ້ອຍ​ໄດ້​ເວົ້າ​ວ່າ:“ທຸກຄົນ​ເປັນ​ຄົນ​ຕົວະ”.
12ຂ້ານ້ອຍ​ຈະ​ຕອບ​ແທນ​ພຣະເຈົ້າ​ຢາເວ​ຢ່າງໃດໃຫ້​ສົມ​ກັບ​ຄວາມ​ດີ​ຂອງ​ພຣະອົງ​ທັງໝົດ​ທີ່​ມີ​ຕໍ່​ຂ້ານ້ອຍ?
13ຂ້ານ້ອຍ​ຈະ​ຍົກ​ຈອກ​ແຫ່ງ​ຄວາມພົ້ນ​ຂຶ້ນແລະ ຮ້ອງ​ອອກ​ນາມ​ຂອງ​ພຣະເຈົ້າ​ຢາເວ.14ຂ້ານ້ອຍ​ຈະ​ເຮັດ​ຕາມ​ທີ່​ໄດ້​ປະຕິຍານ​ໄວ້​ຕໍ່​ພຣະເຈົ້າ​ຢາເວຕໍ່ໜ້າ​ປະຊາຊົນ​ຂອງ​ພຣະອົງ​ທຸກຄົນ.
15ຄວາມ​ຕາຍ​ຂອງ​ບັນດາ​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງ​ພຣະອົງ​ນັ້ນມີ​ຄ່າ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ.16ຂ້າແດ່​ພຣະເຈົ້າ​ຢາເວ ແທ້​ຈິງ​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ;ຂ້ານ້ອຍ​ຮັບໃຊ້​ຂອງ​ພຣະອົງ ເໝືອນດັ່ງ​ທີ່​ແມ່​ຂອງ​ຂ້ານ້ອຍ​ໄດ້​ເຮັດ​ພຣະອົງ;ພຣະອົງ​ໄດ້​ປົດປ່ອຍ​ຂ້ານ້ອຍ​ອອກ​ຈາກ​ໂສ້​ທັງຫລາຍ.
17ຂ້ານ້ອຍ​ຈະ​ຖວາຍ​ເຄື່ອງບູຊາ​ຂອບພຣະຄຸນ​ແກ່​ພຣະອົງແລະ ຮ້ອງ​ອອກ​ນາມ​ຂອງ​ພຣະເຈົ້າ​ຢາເວ.18ຂ້ານ້ອຍ​ຈະ​ເຮັດ​ຕາມ​ທີ່​ໄດ້​ປະຕິຍານ​ໄວ້​ຕໍ່​ພຣະເຈົ້າ​ຢາເວຕໍ່ໜ້າ​ປະຊາຊົນ​ຂອງ​ພຣະອົງ​ທຸກຄົນ.19ໃນ​ລານ​ແຫ່ງ​ວິຫານ​ຂອງ​ພຣະເຈົ້າ​ຢາເວໃນ​ທ່າມກາງ​ເຈົ້າ, ເຢຣູຊາເລັມ.ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ. 

Biblica, Inc.

https://app.library.bible/content/eab9312f9f16b3a2