ເພງສັນລະເສີນ114
1ເມື່ອອິດສະຣາເອນໄດ້ອອກຈາກເອຢິບ,ເຊື້ອສາຍຂອງຢາໂຄບກໍອອກມາຈາກຄົນທີ່ເວົ້າພາສາຕ່າງຊາດ,2ຢູດາໄດ້ກາຍເປັນບ່ອນນະມັດສະການຂອງພຣະເຈົ້າ,ອິດສະຣາເອນກໍເປັນອານາຈັກຂອງພຣະອົງ.3ທະເລເບິ່ງແລ້ວ ແລະ ຖອຍໜີ,ແມ່ນ້ຳຈໍແດນກໍໄດ້ຫັນກັບໄປ;4ພູເຂົາທັງຫລາຍກະໂດດເຕັ້ນເໝືອນກັບແກະຜູ້,ໂນນພູກໍກະໂດດເຕັ້ນເໝືອນກັບລູກແກະ.5ທະເລ, ດ້ວຍເຫດໃດເຈົ້າຈຶ່ງຖອຍໜີ?ແມ່ນ້ຳຈໍແດນ, ດ້ວຍເຫດໃດເຈົ້າຈຶ່ງຫັນກັບໄປ?6ພູເຂົາ, ດ້ວຍເຫດໃດເຈົ້າຈຶ່ງກະໂດດເຕັ້ນເໝືອນກັບແກະຜູ້?ໂນນພູ, ດ້ວຍເຫດໃດເຈົ້າຈຶ່ງກະໂດດເຕັ້ນເໝືອນກັບລູກແກະ?7ແຜ່ນດິນໂລກ, ຈົ່ງສັ່ນສະທ້ານຕໍ່ໜ້າອົງພຣະຜູ້ເປັນເຈົ້າ,ຕໍ່ໜ້າພຣະເຈົ້າຂອງຢາໂຄບ,8ຜູ້ໄດ້ເຮັດໃຫ້ຫີນກາຍເປັນສະນ້ຳ,ສີລາແຂງກາຍເປັນນ້ຳພຸ.
Biblica, Inc.