ເພງສັນລະເສີນ113

1ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ. ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ;ຈົ່ງ​ສັນລະເສີນ​ນາມ​ຂອງ​ພຣະເຈົ້າ​ຢາເວ.2ຂໍ​ໃຫ້​ນາມ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ເປັນ​ທີ່​ສັນລະເສີນ,ຕັ້ງ​ແຕ່​ບັດນີ້ ແລະ ຕະຫລອດ​ໄປ​ເປັນນິດ.3ຕັ້ງ​ແຕ່​ບ່ອນ​ຕາເວັນ​ຂຶ້ນ ຈົນ​ເຖິງ​ບ່ອນ​ຕາເວັນ​ຕົກນາມ​ຂອງ​ພຣະເຈົ້າ​ຢາເວ​ເວ​ຈະ​ເປັນ​ທີ່​ສັນລະເສີນ.
4ພຣະເຈົ້າ​ຢາເວ​ເປັນ​ທີ່​ຍົກຍ້ອງ​ເໜືອ​ທຸກ​ຊົນຊາດ,ກຽດ​ຕິຍົດ​ຂອງ​ພຣະອົງ​ສູງ​ສົ່ງ​ກວ່າ​ຟ້າ​ສະຫວັນ.5ຜູ້ໃດ​ຈະ​ສະເໝີ​ເໝືອນ​ພຣະເຈົ້າ​ຢາເວ​ຂອງ​ພວກເຮົາພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ເບື້ອງ​ສູງ,6ຜູ້​ໂນ້ມ​ພຣະອົງ​ລົງ​ມາເບິ່ງ​ຟ້າ​ສະຫວັນ ແລະ ແຜ່ນດິນ​ໂລກ?
7ພຣະອົງ​ຍົກ​ຄົນ​ທຸກຍາກ​ຂຶ້ນ​ຈາກ​ຂີ້ຝຸ່ນ​ດິນແລະ ຍົກ​ຄົນ​ຂັດສົນ​ຂຶ້ນ​ຈາກ​ກອງ​ຂີ້ເຖົ່າ;8ພຣະອົງ​ໃຫ້​ພວກເຂົາ​ນັ່ງ​ຮ່ວມ​ກັບ​ເຈົ້ານາຍ​ທັງຫລາຍ,ກັບ​ເຈົ້ານາຍ​ແຫ່ງ​ຊົນຊາດ​ຂອງ​ລາວ.9ພຣະອົງ​ໄດ້​ໃຫ້​ເຮືອນ​ແກ່​ແມ່ຍິງ​ທີ່​ເປັນ​ໝັນເພື່ອ​ນາງ​ຈະ​ເປັນ​ມານດາ​ຜູ້​ມີ​ຄວາມສຸກ​ຂອງ​ລູກ​ທັງຫລາຍ.ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.

Biblica, Inc.

https://app.library.bible/content/eab9312f9f16b3a2