ເພງສັນລະເສີນ112
1ຈົ່ງສັນລະເສີນພຣະເຈົ້າຢາເວ. ຄວາມສຸກມີແກ່ຜູ້ທີ່ຢຳເກງພຣະເຈົ້າຢາເວຜູ້ທີ່ປິຕິຍິນດີໃນຄຳສັ່ງຂອງພຣະອົງ.2ລູກຫລານຂອງພວກເຂົາຈະຍິ່ງໃຫຍ່ໃນດິນແດນ;ຜູ້ຊອບທຳແຕ່ລະຊົ່ວອາຍຸຈະໄດ້ຮັບພອນ.3ຄວາມຮັ່ງມີ ແລະ ຊັບສົມບັດກໍຢູ່ໃນເຮືອນຂອງພວກເຂົາແລະ ຄວາມຊອບທຳຂອງພວກເຂົາກໍດຳລົງຢູ່ຕະຫລອດໄປເປັນນິດ.4ແມ່ນແຕ່ໃນຄວາມມືດ ແສງສະຫວ່າງກໍສ່ອງເຂົ້າມາສຳລັບຜູ້ທີ່ທ່ຽງທຳ,ສຳລັບບັນດາຜູ້ທີ່ມີໃຈກະລຸນາກັບເມດຕາສົງສານ ແລະ ຊອບທຳ.5ບັນດາຜູ້ທີ່ມີໃຈເອື້ອເຟື້ອເພື່ອແຜ່ ແລະ ໃຫ້ຢືມດ້ວຍໃຈກວ້າງຂວາງ,ຜູ້ທີ່ດຳເນີນກິດຈະການຂອງຕົນຢ່າງທ່ຽງທຳຈະຢູ່ເຢັນເປັນສຸກ.6ແນ່ນອນ ຄົນຊອບທຳຈະບໍ່ມີວັນສັ່ນສະເທືອນ.ພວກເຂົາຈະເປັນທີ່ຈົດຈຳຕະຫລອດໄປ.7ພວກເຂົາຈະບໍ່ຢ້ານຕໍ່ຂ່າວຮ້າຍ;ຈິດໃຈຂອງພວກເຂົາໝັ້ນຄົງ ແລະ ໄວ້ວາງໃຈໃນພຣະເຈົ້າຢາເວ.8ຈິດໃຈຂອງພວກເຂົາຢຶດໝັ້ນ, ພວກເຂົາຈະບໍ່ຢ້ານກົວ;ສຸດທ້າຍພວກເຂົາຈະເບິ່ງສັດຕູຂອງພວກເຂົາຢ່າງຜູ້ຊະນະ.9ພວກເຂົາໄດ້ແຈກຢາຍເຄື່ອງຂອງທີ່ເປັນຂອງພວກເຂົາໃຫ້ແກ່ຄົນທຸກຍາກ.ຄວາມຊອບທຳຂອງພວກເຂົານັ້ນດຳລົງຢູ່ຕະຫລອດໄປ;ເຂົາ ຂອງພວກເຂົາໄດ້ຮັບການຍົກຂຶ້ນຢ່າງມີກຽດ. 10ຄົນຊົ່ວຮ້າຍຈະເຫັນ ແລະ ໂກດແຄ້ນ,ພວກເຂົາຈະກັດແຂ້ວຂອງຕົນ ແລະ ຈິບຫາຍໄປ;ຄວາມປາຖະໜາຂອງຄົນຊົ່ວຮ້າຍຈະບໍ່ມີຫຍັງໝົດ.
Biblica, Inc.