ເພງສັນລະເສີນ111

1ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ. ຂ້ານ້ອຍ​ຈະ​ຍົກຍ້ອງ​ພຣະເຈົ້າ​ຢາເວ​ດ້ວຍ​ສຸດ​ຫົວໃຈ​ຂອງ​ຂ້ານ້ອຍໃນ​ທີ່​ປະຊຸມ​ຂອງ​ຜູ້​ຊອບທຳ ແລະ ໃນ​ທີ່​ຊຸມນຸມ.
2ຜົນງານ​ຂອງ​ພຣະເຈົ້າ​ຢາເວ​ຍິ່ງໃຫຍ່;ທຸກ​ຄົນ​ທີ່​ປິຕິຍິນດີ​ກໍ​ຕຶກຕອງ​ເຖິງ​ງານ​ເຫລົ່າ​ນັ້ນ.3ການ​ກະທຳ​ຂອງ​ພຣະອົງ​ຮຸ່ງເຮືອງ ແລະ ສະຫງ່າງາມ,ແລະ ຄວາມ​ຊອບທຳ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ໄປ​ເປັນນິດ.4ພຣະອົງ​ເຮັດ​ໃຫ້​ການ​ອັດສະຈັນ​ຂອງ​ພຣະອົງ​ນັ້ນ​ເປັນ​ທີ່​ຈົດຈຳ​ຢ່າງ​ບໍ່​ເຄີຍ​ລືມ.ພຣະເຈົ້າ​ຢາເວ​ມີ​ຄວາມ​ກະລຸນາ ແລະ ຄວາມ​ເມດຕາ​ສົງສານ.5ພຣະອົງ​ໄດ້​ຈັດຕຽມ​ອາຫານ​ສຳລັບ​ຜູ້​ທີ່​ຢຳເກງ​ພຣະອົງ;ພຣະອົງ​ລະນຶກ​ເຖິງ​ຄຳໝັ້ນສັນຍາ​ຂອງ​ພຣະອົງ​ຕະຫລອດ​ໄປ.
6ພຣະອົງ​ໄດ້​ສະແດງ​ອຳນາດ​ແຫ່ງ​ງານ​ຂອງ​ພຣະອົງ​ແກ່​ປະຊາຊົນ​ຂອງ​ພຣະອົງ,ໄດ້​ໃຫ້​ດິນແດນ​ຂອງ​ຊົນຊາດ​ອື່ນໆ​ແກ່​ພວກເຂົາ.7ຜົນງານ​ຈາກ​ມື​ຂອງ​ພຣະອົງ​ນັ້ນ​ສັດຊື່ ແລະ ຍຸຕິທຳ;ຂໍ້​ບັງຄັບ​ທັງໝົດ​ຂອງ​ພຣະອົງ​ແມ່ນ​ເຊື່ອ​ຖື​ໄດ້.8ສິ່ງ​ເຫລົ່ານີ້​ໄດ້​ຮັບ​ການ​ສະຖາປະນາ​ໄວ້​ນິລັນດອນ,ກຳນົດ​ຂຶ້ນ​ຈາກ​ຄວາມ​ສັດຊື່ ແລະ ຄວາມ​ທ່ຽງທຳ.9ພຣະອົງ​ໄດ້​ຈັດຕຽມ​ຄ່າ​ໄຖ່​ສຳລັບ​ປະຊາຊົນ​ຂອງ​ພຣະອົງພຣະອົງ​ໄດ້​ສະຖາປະນາ​ຄຳໝັ້ນສັນຍາ​ຂອງ​ພຣະອົງ​ໄວ້​ເປັນນິດນາມ​ຂອງ​ພຣະອົງ​ນັ້ນ​ສັກສິດ ແລະ ໜ້າ​ຢຳເກງ.
10ຄວາມ​ຢຳເກງ​ພຣະເຈົ້າ​ຢາເວ​ເປັນ​ບໍ່​ເກີດ​ຂອງ​ປັນຍາ;ທຸກຄົນ​ທີ່​ປະຕິບັດ​ຕາມ​ຂໍ້​ບັງຄັບ​ຂອງ​ພຣະອົງ​ກໍ​ມີ​ຄວາມ​ເຂົ້າໃຈ​ດີ.ການ​ສັນລະເສີນ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ໄປ​ເປັນນິດ.

Biblica, Inc.

https://app.library.bible/content/eab9312f9f16b3a2