ເພງສັນລະເສີນ110
(ບົດເພງສັນລະເສີນຂອງດາວິດ)
1ພຣະເຈົ້າຢາເວກ່າວກັບເຈົ້ານາຍ ຂອງຂ້ານ້ອຍວ່າ:“ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາຈົນກວ່າເຮົາຈະເຮັດໃຫ້ສັດຕູຂອງເຈົ້າເປັນແທ່ນວາງຕີນຂອງເຈົ້າ”.2ພຣະເຈົ້າຢາເວຈະຍື່ນໄມ້ຄາທາອັນມີລິດອຳນາດຂອງທ່ານອອກຈາກຊີໂອນ ແລະ ກ່າວວ່າ,“ຈົ່ງປົກຄອງທ່າມກາງບັນດາສັດຕູຂອງທ່ານ!”3ໃນມື້ທີ່ທ່ານອອກຮົບກອງທະຫານຂອງທ່ານຈະເຕັມໃຈສູ້ຮົບ.ຕັ້ງແນວຮົບດ້ວຍຄວາມງົດງາມສັກສິດ,ຊາຍໜຸ່ມຈະມາຫາທ່ານດັ່ງນ້ຳຄ້າງຈາກມົດລູກຍາມອາລຸນວັນໃໝ່. 4ພຣະເຈົ້າຢາເວໄດ້ປະຕິຍານແລ້ວແລະ ຈະບໍ່ປ່ຽນໃຈຄື:“ເຈົ້າເປັນປະໂລຫິດຕະຫລອດໄປ,ຕາມແບບຂອງເມຄີເຊເດັກ”.5ອົງເຈົ້ານາຍຢູ່ເບື້ອງຂວາຂອງທ່ານ ;ພຣະອົງຈະຍ່ອງກະສັດທັງຫລາຍໃນວັນແຫ່ງຄວາມໂກດຮ້າຍຂອງພຣະອົງ.6ພຣະອົງຈະພິພາກສາປະຊາຊາດທັງຫລາຍ, ເຮັດໃຫ້ຄົນຕາຍເປັນກອງແລະ ຈະຍ່ອງບັນດາຜູ້ນຳທົ່ວໂລກ.7ພຣະອົງຈະດື່ມນ້ຳຈາກຫ້ວຍຢູ່ຕາມທາງ, ແລະ ດັ່ງນັ້ນ ພຣະອົງຈະຍົກຫົວຂອງພຣະອົງຂຶ້ນສູງ.Biblica, Inc.