ເພງສັນລະເສີນ109
(ເຖິງຫົວໜ້ານັກຮ້ອງ, ບົດເພງສັນລະເສີນຂອງດາວິດ)
1ຂ້າແດ່ພຣະເຈົ້າຜູ້ທີ່ຂ້ານ້ອຍສັນລະເສີນຂໍຢ່າໄດ້ມິດງຽບເລີຍ,2ເພາະຄົນຊົ່ວ ແລະ ຫລອກລວງທັງຫລາຍໄດ້ອ້າປາກຂອງພວກເຂົາຕໍ່ຕ້ານຂ້ານ້ອຍ;ພວກເຂົາໄດ້ໃສ່ຮ້າຍຂ້ານ້ອຍດ້ວຍລີ້ນທີ່ຕົວະ.3ພວກເຂົາຫຸ້ມດ່າຂ້ານ້ອຍດ້ວຍຖ້ອຍຄຳທີ່ກຽດຊັງ;ພວກເຂົາໂຈມຕີຂ້ານ້ອຍໂດຍບໍ່ມີສາເຫດ.4ຂ້ານ້ອຍເປັນມິດກັບພວກເຂົາ ແຕ່ພວກເຂົາກັບກ່າວຫາຂ້ານ້ອຍ,ແຕ່ຂ້ານ້ອຍກໍອະທິຖານເພື່ອພວກເຂົາ.5ພວກເຂົາໄດ້ຕອບແທນຄວາມດີຂອງຂ້ານ້ອຍດ້ວຍຄວາມຊົ່ວ,ແລະ ຕອບແທນມິດຕະພາບດ້ວຍຄວາມກຽດຊັງ.6ຂໍໂຜດຕັ້ງຄົນຊົ່ວໃຫ້ມາຕໍ່ຕ້ານສັດຕູຂອງຂ້ານ້ອຍ;ຂໍໃຫ້ຜູ້ກ່າວໂທດ ຢືນຢູ່ທີ່ຂ້າງຂວາຂອງລາວ.7ເມື່ອລາວຖືກສອບສວນ ກໍຂໍໃຫ້ລາວຖືກຕັດສິນວ່າຜິດແທ້,ຂໍໃຫ້ຄຳອະທິຖານຂອງລາວມັດໂຕລາວ.8ຂໍໃຫ້ລາວອາຍຸສັ້ນ;ໃຫ້ຄົນອື່ນຂຶ້ນມາເປັນຜູ້ນຳແທນຕຳແໜ່ງຂອງລາວ.9ຂໍໃຫ້ລູກຂອງລາວເປັນລູກກຳພ້າພໍ່ແລະ ເມຍຂອງລາວເປັນແມ່ໝ້າຍ.10ຂໍໃຫ້ລູກຫລານຂອງລາວພະເນຈອນຂໍທານ;ຂໍໃຫ້ພວກເຂົາຖືກຂັບໄລ່ອອກຈາກ ເຮືອນອັນຫັກພັງຂອງພວກເຂົາ.11ຂໍໃຫ້ເຈົ້າໜີ້ຢຶດເອົາເຄື່ອງຂອງທຸກຢ່າງທີ່ລາວມີ;ຂໍໃຫ້ຄົນຕ່າງຖິ່ນມາປຸ້ນເອົາສິ່ງທີ່ລາວໄດ້ລົງແຮງຫາມາ.12ຂໍຢ່າໃຫ້ຜູ້ໃດເມດຕາກະລຸນາລາວຫລື ສົງສານລູກທີ່ກຳພ້າພໍ່ຂອງລາວ.13ຂໍໃຫ້ເຊື້ອສາຍຂອງລາວຖືກຕັດຂາດ,ໃຫ້ຊື່ສຽງຂອງລາວສູນໄປພາຍໃນຊົ່ວອາຍຸຕໍ່ໄປ.14ຂໍໃຫ້ຄວາມຊົ່ວຊ້າຂອງບັນພະບຸລຸດຂອງລາວເປັນທີ່ລະນຶກຢູ່ຕໍ່ໜ້າພຣະເຈົ້າຢາເວ;ຂໍໃຫ້ຄວາມບາບຂອງແມ່ຂອງລາວບໍ່ມີວັນຫາຍໄປ.15ຂໍໃຫ້ຄວາມບາບເຫລົ່ານັ້ນຢູ່ຕໍ່ໜ້າພຣະເຈົ້າຢາເວຢູ່ສະເໝີ,ເພື່ອພຣະອົງຈະໄດ້ເຮັດໃຫ້ລາວຖືກລືມໄປຈາກໂລກນີ້.16ເພາະລາວບໍ່ເຄີຍຄິດທີ່ຈະເມດຕາກະລຸນາຕໍ່ຜູ້ໃດ,ແຕ່ໄດ້ຂ້າຄົນທຸກຍາກແລະ ຄົນຂັດສົນ ແລະ ຄົນທີ່ຫົວໃຈແຕກສະຫລາຍ.17ລາວຮັກທີ່ຈະສາບແຊ່ງຂໍໃຫ້ຄຳສາບແຊ່ງນັ້ນຕົກຢູ່ກັບລາວ.ລາວບໍ່ພໍໃຈກັບການໃຫ້ພອນຂໍໃຫ້ພອນນັ້ນຫ່າງໄກຈາກລາວ.18ລາວສວມຄຳສາບແຊ່ງເປັນເສື້ອຜ້າຂອງລາວ;ຄຳສາບແຊ່ງນັ້ນໄດ້ເຂົ້າໄປໃນຮ່າງກາຍຂອງລາວເໝືອນກັບນ້ຳ,ເຂົ້າໄປໃນກະດູກຂອງລາວເໝືອນກັບນ້ຳມັນ.19ຂໍໃຫ້ການສາບແຊ່ງນັ້ນເປັນດັ່ງເສື້ອຄຸມຫໍ່ຕົວຂອງລາວ,ເປັນດັ່ງສາຍແອວຮັດອ້ອມລາວໄວ້ຕະຫລອດໄປ.20ຂໍໃຫ້ທັງໝົດນີ້ເປັນການຕອບແທນຈາກພຣະເຈົ້າຢາເວທີ່ມີຕໍ່ບັນດາຜູ້ກ່າວຫາຂອງຂ້ານ້ອຍ,ທີ່ມີຕໍ່ບັນດາຜູ້ທີ່ໃສ່ຮ້າຍຂ້ານ້ອຍ.21ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍຂໍໂຜດຊ່ວຍຂ້ານ້ອຍເພື່ອເຫັນແກ່ນາມຂອງພຣະອົງ;ຂໍຊ່ວຍກອບກູ້ຂ້ານ້ອຍດ້ວຍຄວາມຮັກອັນປະເສີດຂອງພຣະອົງ.22ເພາະຂ້ານ້ອຍທຸກຍາກ ແລະ ຂັດສົນ,ແລະ ຈິດໃຈຂອງຂ້ານ້ອຍກໍເຈັບປວດຢູ່ພາຍໃນຂ້ານ້ອຍ.23ຂ້ານ້ອຍຈາງຫາຍໄປເໝືອນດັ່ງເງົາໃນເວລາຄ່ຳ;ຂ້ານ້ອຍຖືກຊັດຖິ້ມເໝືອນກັບຕັກແຕນ.24ຫົວເຂົ່າຂອງຂ້ານ້ອຍອ່ອນລ້າເພາະອົດອາຫານ;ຮ່າງກາຍຂອງຂ້ານ້ອຍກໍຈ່ອຍຜອມ ແລະ ແຫ້ງ.25ຂ້ານ້ອຍຕົກເປັນຂີ້ປາກຂອງຄົນທີ່ກ່າວຫາຂ້ານ້ອຍເມື່ອພວກເຂົາເຫັນຂ້ານ້ອຍ ພວກເຂົາກໍພາກັນແກ່ວງຫົວຂອງຕົນ.26ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍຂໍຊ່ວຍຂ້ານ້ອຍໃຫ້ລອດພົ້ນຕາມຄວາມຮັກໝັ້ນຄົງຂອງພຣະອົງດ້ວຍ.27ຂ້າແດ່ພຣະເຈົ້າຢາເວ ໂຜດໃຫ້ພວກເຂົາຮູ້ວ່າ ນີ້ເປັນຝີມືຂອງພຣະອົງ,ໃຫ້ຮູ້ວ່າພຣະອົງເອງເປັນຜູ້ເຮັດການນີ້.28ພວກເຂົາອາດຈະປ້ອຍດ່າ ແຕ່ພຣະອົງຈະອວຍພອນ;ຂໍໃຫ້ບັນດາຄົນທີ່ໂຈມຕີຂ້ານ້ອຍຖືກເຮັດໃຫ້ອັບອາຍ,ແຕ່ຜູ້ຮັບໃຊ້ຂອງພຣະອົງຈະຊື່ນຊົມຍິນດີ.29ຂໍໃຫ້ບັນດາຜູ້ກ່າວຫາຂ້ານ້ອຍສວມດ້ວຍຄວາມອັບອາຍແລະ ຄຸມດ້ວຍຄວາມອັບອາຍຂາຍໜ້າດັ່ງເສື້ອຄຸມ.30ຂ້ານ້ອຍຈະຍົກຍ້ອງພຣະເຈົ້າຢາເວຢ່າງໃຫຍ່ດ້ວຍປາກຂອງຂ້ານ້ອຍ;ຂ້ານ້ອຍຈະສັນລະເສີນພຣະອົງທ່າມກາງຝູງຊົນຜູ້ນະມັດສະການທັງຫລາຍ.31ເພາະວ່າພຣະອົງຢືນຢູ່ເບື້ອງຂວາມືຂອງຄົນຂັດສົນ,ເພື່ອຊ່ວຍຊີວິດຂອງພວກເຂົາໃຫ້ຈາກຜູ້ທີ່ຕັດສິນວ່າພວກເຂົາຜິດ.Biblica, Inc.