ເພງສັນລະເສີນ108

(ບົດເພງ, ບົດ​ເພງສັນລະເສີນ​ຂອງ​ດາວິດ)

1ຂ້າແດ່​ພຣະເຈົ້າ ຈິດໃຈ​ຂອງ​ຂ້ານ້ອຍ​ນັ້ນ​ໝັ້ນຄົງ;ຂ້ານ້ອຍ​ຈະ​ຮ້ອງ​ເພງ ແລະ ຫລິ້ນ​ດົນຕີ​ດ້ວຍ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຂ້ານ້ອຍ.2ພິນ​ໃຫຍ່ ແລະ ພິນ​ເຂົາ​ຄູ່ ຈົ່ງ​ບັນ​ເລງ!ຂ້ານ້ອຍ​ຈະ​ປຸກ​ອາລຸນ​ວັນ​ໃໝ່.3ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ທ່າມກາງ​ປະຊາຊາດ​ທັງຫລາຍ;ຂ້ານ້ອຍ​ຈະ​ຮ້ອງເພງ​ສັນລະເສີນ​ພຣະອົງ​ທ່າມກາງ​ປະຊາຊົນ​ທັງຫລາຍ.4ເພາະ​ຄວາມ​ຮັກ​ຍິ່ງໃຫຍ່​ຂອງ​ພຣະອົງ​ສູງ​ກວ່າ​ຟ້າ​ສະຫວັນ;ຄວາມ​ສັດຊື່​ຂອງ​ພຣະອົງ​ຈຸ​ເຖິງ​ທ້ອງຟ້າ.5ຂ້າແດ່​ພຣະເຈົ້າ ຂໍ​ໃຫ້​ເປັນ​ທີ່​ຍົກຍ້ອງ​ເໜືອ​ຟ້າ​ສະຫວັນ;ຂໍ​ໃຫ້​ສະຫງ່າລາສີ​ຂອງ​ພຣະອົງ​ປົກ​ຄຸມ​ໄປ​ທົ່ວ​ໂລກ.
6ຂໍ​ຊ່ວຍ​ກອບກູ້​ພວກຂ້ານ້ອຍ​ດ້ວຍ​ມື​ຂວາ​ຂອງ​ພຣະອົງ,ເພື່ອ​ບັນດາ​ຜູ້​ທີ່​ພຣະອົງ​ຮັກ​ຈະ​ຫລຸດພົ້ນ.7ພຣະເຈົ້າ​ໄດ້​ກ່າວ​ຈາກ​ບ່ອນ​ນະມັດສະການ​ຂອງ​ພຣະອົງ​ວ່າ:“ໃນ​ໄຊຊະນະ ເຮົາ​ຈະ​ແບ່ງ​ຊີເຄມແລະ ກຳນົດ​ເຂດ​ຮ່ອມພູ​ຊຸກໂກດ.8ກີເລອາດ​ເປັນ​ຂອງ​ເຮົາ, ມານາເຊ​ເປັນ​ຂອງ​ເຮົາ;ເອຟຣາອິມ​ຄື​ໝວກ​ເກາະ​ຂອງ​ເຮົາ,ຢູດາ​ຄື​ໄມ້​ຄາທາ​ຂອງ​ເຮົາ.9ໂມອາບ​ເປັນ​ອ່າງ​ຊຳລະ​ຂອງ​ເຮົາ,ເຮົາ​ໂຍນ​ເກີບ​ຂອງ​ເຮົາ​ລົງ​ເທິງ​ເອໂດມ;ແລະ ເຮົາ​ຈະ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ມີ​ໄຊ​ເໜືອ​ຟີລິດສະຕິນ”.
10ຜູ້ໃດ​ຈະ​ພາ​ຂ້ານ້ອຍ​ໄປ​ຍັງ​ເມືອງ​ປ້ອມ​ປ້ອງກັນ?ຜູ້ໃດ​ຈະ​ນຳ​ຂ້ານ້ອຍ​ໄປ​ຍັງ​ເອໂດມ?11ພຣະອົງ​ບໍ່​ແມ່ນ​ບໍ, ຂ້າແດ່​ພຣະເຈົ້າ ພຣະອົງ​ຜູ້​ໄດ້​ປະຕິເສດ​ພວກຂ້ານ້ອຍແລະ ບໍ່​ຮ່ວມ​ທັບ​ກັບ​ພວກຂ້ານ້ອຍ​ອີກ​ຕໍ່ໄປ?12ຂໍ​ຊ່ວຍ​ພວກຂ້ານ້ອຍ​ຕໍ່ສູ້​ສັດຕູເພາະ​ຄວາມ​ຊ່ວຍເຫລືອ​ຂອງ​ມະນຸດ​ນັ້ນ​ໄຮ້​ຄ່າ.13ໂດຍ​ພຣະເຈົ້າ​ພວກເຮົາ​ຈະ​ໄດ້​ຮັບ​ໄຊຊະນະພຣະອົງ​ຈະ​ຢຽບ​ສັດຕູ​ທັງຫລາຍ​ຂອງ​ພວກເຮົາ.

Biblica, Inc.

https://app.library.bible/content/eab9312f9f16b3a2