ເພງສັນລະເສີນ107

1ຈົ່ງ​ຂອບພຣະຄຸນ​ພຣະເຈົ້າ​ຢາເວ ເພາະ​ພຣະອົງ​ແສນ​ດີຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຕະຫລອດ​ໄປ​ເປັນນິດ.
2ໃຫ້​ຜູ້​ທີ່​ພຣະເຈົ້າ​ຢາເວ​ໄຖ່​ນັ້ນ​ຈົ່ງ​ບອກ​ເລື່ອງລາວ​ຂອງ​ຕົນຄື​ບັນດາ​ຜູ້​ທີ່​ໄດ້​ໄຖ່​ອອກ​ມາ​ຈາກ​ກຳ​ມື​ຂອງ​ສັດຕູ,3ຜູ້​ທີ່​ພຣະອົງ​ໄດ້​ຮວບຮວມ​ມາ​ຈາກ​ດິນແດນ​ຕ່າງໆ,ຈາກ​ທິດ​ຕາເວັນ​ອອກ ແລະ ທິດ​ຕາເວັນ​ຕົກ, ຈາກ​ທິດ​ເໜືອ ແລະ ທິດ​ໃຕ້. 
4ຄົນ​ພະເນຈອນ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ບາງ​ຄົນ,ບໍ່​ພົບ​ທາງ​ໄປ​ເມືອງ​ບ່ອນ​ທີ່​ພວກເຂົາ​ຈະ​ສາມາດ​ຕັ້ງ​ຖິ່ນຖານ.5ພວກເຂົາ​ທັງ​ຫິວ ແລະ ກະຫາຍ,ແລະ ອ່ອນ​ແຮງ​ໃຈ​ຈະ​ຂາດ.6ແລ້ວ​ພວກເຂົາ​ຮ້ອງ​ຫາ​ພຣະເຈົ້າ​ຢາເວ​ໃນ​ເວລາ​ທີ່​ພວກເຂົາ​ເດືອດຮ້ອນແລະ ພຣະອົງ​ກໍ​ໄດ້​ປົດປ່ອຍ​ພວກເຂົາ​ອອກ​ມາ​ຈາກ​ຄວາມ​ທຸກລຳບາກ.7ພຣະອົງ​ໄດ້​ນຳ​ພວກເຂົາ​ໄປ​ໃນ​ທາງ​ຊື່ໄປ​ເມືອງ​ທີ່​ພວກເຂົາ​ຈະ​ສາມາດ​ຕັ້ງ​ຖິ່ນຖານ​ໄດ້.8ໃຫ້​ພວກເຂົາ​ຂອບພຣະຄຸນ​ພຣະເຈົ້າ​ຢາເວ​ສຳລັບ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງແລະ ສຳລັບ​ການ​ກະທຳ​ອັນ​ອັດສະຈັນ​ຂອງ​ພຣະອົງ​ທີ່​ເຮັດ​ເພື່ອ​ມະນຸດ,9ເພາະວ່າ​ພຣະອົງ​ໄດ້​ໃຫ້​ຄົນ​ທີ່​ກະຫາຍ​ໄດ້​ອິ່ມ​ເຕັມແລະ ໃຫ້​ຜູ້​ທີ່​ຫິວ​ໂຫຍ​ໄດ້​ອິ່ມ​ເຕັມ​ດ້ວຍ​ສິ່ງ​ດີ.
10ບາງຄົນ​ນັ່ງ​ຢູ່​ໃນ​ຄວາມ​ມືດ​ມິດ, ຢູ່​ໃນ​ຄວາມ​ໝົ່ນ​ໝອງ,ຖືກ​ຈຳຈອງ​ທຸກທໍລະມານ​ດ້ວຍ​ໂສ້​ເຫລັກ,11ເພາະ​ພວກເຂົາ​ໄດ້​ກະບົດ​ຕໍ່​ຄຳສັ່ງ​ຂອງ​ພຣະເຈົ້າແລະ ດູຖູກ​ຄຳ​ແນະນຳ​ສັ່ງສອນ​ຂອງ​ອົງ​ຜູ້​ສູງສຸດ.12ດັ່ງນັ້ນ ພຣະອົງ​ຈຶ່ງ​ປາບ​ພວກເຂົາ​ດ້ວຍ​ງານ​ໜັກພວກເຂົາ​ໄດ້​ລົ້ມ​ລົງ ແລະ ບໍ່​ມີ​ຜູ້ໃດ​ຊ່ວຍ​ຢູ່​ທີ່​ນັ້ນ.13ແລ້ວ​ພວກເຂົາ​ກໍ​ໄດ້​ຮ້ອງ​ຫາ​ພຣະເຈົ້າ​ຢາເວ​ເມື່ອ​ເວລາ​ທີ່​ພວກເຂົາ​ຢູ່​ໃນ​ຄວາມ​ເດືອດຮ້ອນແລະ ພຣະອົງ​ໄດ້​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກລຳບາກ​ຂອງ​ພວກເຂົາ.14ພຣະອົງ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ຄວາມ​ມືດ​ມິດ, ອອກ​ມາ​ຈາກ​ຄວາມ​ໝົ່ນໝອງແລະ ໄດ້​ທຳລາຍ​ໂສ້​ຂອງ​ພວກເຂົາ​ຖິ້ມ.15ໃຫ້​ພວກເຂົາ​ຂອບພຣະຄຸນ​ພຣະເຈົ້າ​ຢາເວ​ສຳລັບ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງແລະ ສຳລັບ​ການ​ກະທຳ​ອັນ​ອັດສະຈັນ​ຂອງ​ພຣະອົງ​ທີ່​ເຮັດ​ເພື່ອ​ມະນຸດ,16ເພາະ​ພຣະອົງ​ໄດ້​ທຳລາຍ​ປະຕູ​ທອງສຳລິດແລະ ຕັດ​ກົງ​ເຫລັກ​ອອກ.
17ບາງຄົນ​ກາຍເປັນ​ຄົນ​ໂງ່​ໂດຍ​ການ​ກະບົດ​ຂອງ​ຕົນ​ເອງແລະ ຕ້ອງ​ທົນທຸກ​ເພາະ​ຄວາມ​ຊົ່ວ​ຊ້າ​ຂອງ​ຕົນ.18ພວກເຂົາ​ເບື່ອ​ອາຫານ​ທຸກ​ຢ່າງແລະ ເກືອບ​ໃກ້​ປະຕູ​ແຫ່ງ​ຄວາມ​ຕາຍ.19ແລ້ວ​ພວກເຂົາ​ກໍ​ໄດ້​ຮ້ອງ​ຫາ​ພຣະເຈົ້າ​ຢາເວ​ເມື່ອ​ພວກເຂົາ​ຢູ່​ໃນ​ຄວາມ​ທຸກລຳບາກແລະ ພຣະອົງ​ກໍ​ໄດ້​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກລຳບາກ​ຂອງ​ພວກເຂົາ.20ພຣະອົງ​ກ່າວ​ຖ້ອຍຄຳ​ຂອງ​ພຣະອົງ​ອອກ​ໄປ ແລະ ພວກເຂົາ​ກໍ​ໄດ້​ຮັບ​ການ​ຮັກສາ;ພຣະອົງ​ໄດ້​ຊ່ວຍ​ກອບກູ້​ພວກເຂົາ​ອອກ​ມາ​ຈາກ​ຂຸມ​ຝັງ​ສົບ.21ໃຫ້​ພວກເຂົາ​ຂອບພຣະຄຸນ​ພຣະເຈົ້າ​ຢາເວ​ສຳລັບ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງແລະ ສຳລັບ​ການ​ກະທຳ​ອັນ​ອັດສະຈັນ​ຂອງ​ພຣະອົງ​ທີ່​ເຮັດ​ເພື່ອ​ມະນຸດ.22ໃຫ້​ພວກເຂົາ​ຖວາຍ​ເຄື່ອງບູຊາ​ຂອບພຣະຄຸນແລະ ເລົ່າ​ເຖິງ​ພາລະກິດ​ຕ່າງໆ​ຂອງ​ພຣະອົງ​ດ້ວຍ​ບົດເພງ​ແຫ່ງ​ຄວາມ​ຊື່ນຊົມຍິນດີ.
23ບາງຄົນ​ກໍ​ລົງ​ເຮືອ​ອອກ​ໄປ​ກາງ​ທະເລພວກເຂົາ​ທຳມາຫາກິນ​ຕາມ​ເສັ້ນ​ທາງ​ມະຫາສະຫມຸດ.24ພວກເຂົາ​ໄດ້​ເຫັນ​ພາລະກິດ​ຂອງ​ພຣະເຈົ້າ​ຢາເວ,ເຫັນ​ການ​ກະທຳ​ອັນ​ອັດສະຈັນ​ຂອງ​ພຣະອົງ​ໃນ​ທີ່​ເລິກ.25ເພາະ​ເມື່ອ​ພຣະອົງ​ກ່າວ ແລະ ພະຍຸ​ກໍ​ກໍ່​ໂຕ​ຂຶ້ນເຮັດ​ໃຫ້​ຄື້ນ​ຊັດ​ສູງ​ຂຶ້ນ.26ພວກເຂົາ​ຖືກ​ໂຍນ​ຂຶ້ນ​ຟ້າ​ສະຫວັນ​ແລ້ວ​ກໍ​ດິ່ງ​ລົງ​ມາ​ໃນ​ເຫວ​ເລິກ;ເມື່ອ​ພວກເຂົາ​ຕົກ​ຢູ່​ໃນ​ອັນຕະລາຍ​ຄວາມ​ກ້າຫານ​ຂອງ​ພວກເຂົາ​ກໍ​ຫາຍ​ໄປ.27ພວກເຂົາ​ໝູນ​ຕົວ ແລະ ໂຊເຊ​ໄປ​ເໝືອນ​ກັບ​ຄົນ​ເມົາ​ເຫລົ້າ;ພວກເຂົາ​ຈົນ​ປັນຍາ​ບໍ່​ຮູ້​ຈະ​ເຮັດ​ຢ່າງໃດ.28ແລ້ວ​ພວກເຂົາ​ກໍ​ໄດ້​ຮ້ອງ​ຫາ​ພຣະເຈົ້າ​ຢາເວ​ເມື່ອ​ເວລາ​ທີ່​ພວກເຂົາ​ຢູ່​ໃນ​ຄວາມ​ເດືອດຮ້ອນ.ແລະ ພຣະອົງ​ກໍ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ຄວາມ​ທຸກລຳບາກ​ຂອງ​ພວກເຂົາ.29ພຣະອົງ​ໄດ້​ເຮັດ​ໃຫ້​ພະຍຸ​ສະຫງົບ​ລົງ​ເປັນ​ພຽງ​ສຽງ​ຊື່ມ;ເຮັດ​ໃຫ້​ຄື້ນ​ໃນ​ທະເລ​ງຽບ​ສະຫງົບ​ລົງ.30ພວກເຂົາ​ດີ​ໃຈ​ທີ່​ທະເລ​ສະຫງົບແລະ ພຣະອົງ​ໄດ້​ນຳ​ພວກເຂົາ​ເຂົ້າ​ມາ​ຈອດ​ຢູ່​ທ່າ​ເຮືອ​ຕາມ​ໃຈ​ປາຖະໜາ​ຂອງ​ພວກເຂົາ.31ໃຫ້​ພວກເຂົາ​ຂອບພຣະຄຸນ​ພຣະເຈົ້າ​ຢາເວ​ສຳລັບ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງແລະ ສຳລັບ​ການ​ກະທຳ​ອັນ​ອັດສະຈັນ​ຂອງ​ພຣະອົງ​ທີ່​ເຮັດ​ເພື່ອ​ມະນຸດ.32ໃຫ້​ພວກເຂົາ​ຍົກຍ້ອງ​ພຣະອົງ​ໃນ​ທີ່​ປະຊຸມ​ຂອງ​ຄົນ​ທັງຫລາຍແລະ ສັນລະເສີນ​ພຣະອົງ​ໃນ​ທີ່​ປະຊຸມ​ຂອງ​ຜູ້ອາວຸໂສ.
33ພຣະອົງ​ໄດ້​ປ່ຽນ​ແມ່ນ້ຳ​ໃຫ້​ກາຍເປັນ​ທະເລຊາຍ,ບໍ່​ນ້ຳ​ທີ່​ໄຫລ​ກາຍເປັນ​ພື້ນ​ແຕກ​ແຫງ,34ແລະ ປ່ຽນ​ດິນແດນ​ອັນ​ອຸດົມ​ສົມບູນ​ໃຫ້​ກາຍເປັນ​ບ່ອນ​ຮົກ​ຮ້າງ,ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ບັນດາ​ຄົນ​ທີ່​ອາໄສ​ຢູ່​ທີ່​ນັ້ນ.35ພຣະອົງ​ໄດ້​ປ່ຽນ​ຖິ່ນແຫ້ງແລ້ງກັນດານ​ໃຫ້​ກາຍເປັນ​ໜອງ​ນ້ຳແລະ ປ່ຽນ​ແຜ່ນດິນ​ທີ່​ແຕກ​ແຫງ​ໃຫ້​ກາຍເປັນ​ບໍ່​ນ້ຳ;36ພຣະອົງ​ໄດ້​ນຳ​ຄົນ​ຫິວໂຫຍ​ໄປ​ອາໄສ​ຢູ່​ທີ່​ນັ້ນ,ແລະ ໃຫ້​ພວກເຂົາ​ໄດ້​ພົບ​ເມືອງ​ທີ່​ພວກເຂົາ​ຈະ​ສາມາດ​ຕັ້ງ​ຖິ່ນຖານ​ໄດ້.37ພວກເຂົາ​ໄດ້​ຫວ່ານ​ໃນ​ທົ່ງນາ ແລະ ປູກ​ໃນ​ສວນ​ອະງຸ່ນແລະ ເກັບ​ກ່ຽວ​ພືດພັນ​ທັນຍາຫານ​ໄດ້​ຢ່າງ​ອຸດົມ​ສົມບູນ;38ພຣະອົງ​ໄດ້​ອວຍພອນ ແລະ ພວກເຂົາ​ກໍ​ເພີ່ມ​ທະວີ​ຈຳນວນ​ຫລາຍ​ຂຶ້ນແລະ ພຣະອົງ​ບໍ່​ໄດ້​ໃຫ້​ຝູງສັດ​ຂອງ​ພວກເຂົາ​ລຸດ​ຈຳນວນ​ລົງ.
39ແລ້ວ​ຈຳນວນ​ຂອງ​ພວກເຂົາ​ກໍ​ຖືກ​ຫລຸດ​ລົງ ແລະ ພວກເຂົາ​ກໍ​ຖືກ​ເຮັດ​ໃຫ້​ຕົກ​ຕ່ຳ​ລົງຈາກ​ການ​ກົດຂີ່​ຂົ່ມເຫັງ, ໄພພິບັດ ແລະ ຄວາມ​ໂສກເສົ້າ;40ພຣະອົງ​ຜູ້​ໄດ້​ເທ​ການ​ໝິ່ນປະໝາດ​ລົງ​ມາ​ເໜືອ​ບັນດາ​ເຈົ້ານາຍໄດ້​ເຮັດ​ໃຫ້​ພວກເຂົາ​ຢູ່​ໃນ​ທີ່​ຮົກ​ຮ້າງ​ບໍ່​ມີ​ຫົນທາງ.41ແຕ່​ພຣະອົງ​ໄດ້​ຍົກ​ຄົນ​ທີ່​ຂັດສົນ​ອອກ​ຈາກ​ຄວາມ​ທຸກຍາກ​ຂອງ​ພວກເຂົາແລະ ໃຫ້​ຄອບຄົວ​ຂອງ​ພວກເຂົາ​ເພີ່ມ​ທະວີ​ຂຶ້ນ​ເໝືອນ​ດັ່ງ​ຝູງສັດ.42ຄົນ​ທ່ຽງທຳ​ເຫັນ ແລະ ກໍ​ຊື່ນຊົມຍິນດີ,ແຕ່​ຄົນ​ຊົ່ວ​ຮ້າຍ​ທັງໝົດ​ປິດ​ປາກ​ຂອງ​ຕົນ​ງຽບ.
43ຜູ້ໃດ​ສະຫລາດ​ຈົ່ງ​ຟັງ​ສິ່ງ​ເຫລົ່ານີ້ແລະ ສຳນຶກ​ເຖິງ​ຄວາມ​ຮັກ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ຢາເວ.

Biblica, Inc.

https://app.library.bible/content/eab9312f9f16b3a2