ເພງສັນລະເສີນ106

1ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ. ຈົ່ງ​ຂອບພຣະຄຸນ​ພຣະເຈົ້າ​ຢາເວ ເພາະ​ພຣະອົງ​ແສນ​ດີຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຕະຫລອດ​ໄປ​ເປັນນິດ.
2ຜູ້ໃດ​ຈະ​ສາມາດ​ປະກາດ​ພາລະກິດ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ຢາເວຫລື ປະກາດ​ການ​ສັນລະເສີນ​ຂອງ​ພຣະອົງ​ຢ່າງ​ຄົບ​ຖ້ວນ​ໄດ້?3ຄວາມ​ສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຮັກສາ​ຄວາມ​ຍຸຕິທຳ,ຜູ້​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຢູ່​ສະເໝີ.
4ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ລະນຶກ​ເຖິງ​ຂ້ານ້ອຍ​ເມື່ອ​ພຣະອົງ​ສະແດງ ຄວາມ​ພໍໃຈ​ແກ່​ປະຊາຊົນ​ຂອງ​ພຣະອົງ,ຂໍ​ໂຜດ​ມາ​ຊ່ວຍ​ຂ້ານ້ອຍ​ດ້ວຍ​ເມື່ອ​ເວລາ​ທີ່​ພຣະອົງ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ.5ເພື່ອ​ຂ້ານ້ອຍ​ຈະ​ຍິນດີ​ກັບ​ຄວາມ​ຈະເລີນ​ຮຸ່ງເຮືອງ​ຂອງ​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ໄວ້,ເພື່ອ​ຂ້ານ້ອຍ​ຈະ​ຮ່ວມ​ຍິນດີ​ກັບ​ຊົນຊາດ​ຂອງ​ພຣະອົງແລະ ຮ່ວມ​ສັນລະເສີນ​ກັບ​ຊົນຊາດ​ທີ່​ເປັນ​ກຳມະສິດ​ຂອງ​ພຣະອົງ.
6ພວກຂ້ານ້ອຍ​ໄດ້​ເຮັດ​ບາບ ເຊັ່ນ​ດຽວ​ກັບ​ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ​ທີ່​ໄດ້​ເຮັດ;ພວກຂ້ານ້ອຍ​ໄດ້​ເຮັດ​ສິ່ງ​ທີ່​ຜິດ ແລະ ໄດ້​ເຮັດຊົ່ວ.7ເມື່ອ​ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ​ຢູ່​ໃນ​ເອຢິບ,ພວກເຂົາ​ບໍ່​ໄດ້​ລະນຶກ​ເຖິງ​ການ​ອັດສະຈັນ​ຕ່າງໆ​ຂອງ​ພຣະອົງ;ພວກເຂົາ​ບໍ່​ໄດ້​ຈົດຈຳ​ຄວາມ​ກະລຸນາ​ທັງຫລາຍ​ຂອງ​ພຣະອົງ.ແລະ ພວກເຂົາ​ໄດ້​ກະບົດ​ຕໍ່​ພຣະອົງ​ຢູ່​ທີ່​ທະເລແດງ. 8ເຖິງ​ປານ​ນັ້ນ​ພຣະອົງ​ກໍ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ ເພາະ​ເຫັນ​ແກ່​ນາມ​ຂອງ​ພຣະອົງ,ເພື່ອ​ໃຫ້​ລິດອຳນາດ​ຍິ່ງໃຫຍ່​ຂອງ​ພຣະອົງ​ເປັນ​ທີ່​ຮູ້ຈັກ.9ພຣະອົງ​ໄດ້​ສັ່ງ​ທະເລແດງ ແລະ ມັນ​ກໍ​ແຫ້ງ​ລົງ;ພຣະອົງ​ໄດ້​ນຳ​ພວກເຂົາ​ເຫລົ່ານັ້ນ​ຜ່ານ​ບ່ອນ​ເລິກ​ເໝືອນ​ກັບ​ຜ່ານ​ທະເລຊາຍ.10ພຣະອົງ​ໄດ້​ຊ່ວຍ​ພວກເຂົາ​ອອກ​ຈາກ​ມື​ຂອງ​ສັດຕູ;ໄຖ່​ພວກເຂົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ບັນດາ​ສັດຕູ.11ນ້ຳ​ໄດ້​ໄຫລ​ຖ້ວມ​ປົກ​ບັນດາ​ສັດຕູ​ຂອງ​ພວກເຂົາ;ບໍ່​ມີ​ຈັກ​ຄົນ​ໃນ​ພວກເຂົາ​ເຫລືອຢູ່.12ແລ້ວ​ພວກເຂົາ​ຈຶ່ງ​ໄດ້​ເຊື່ອ​ໃນ​ສັນຍາ​ຂອງ​ພຣະອົງແລະ ໄດ້​ຮ້ອງເພງ​ສັນລະເສີນ​ພຣະອົງ.
13ແຕ່​ບໍ່​ດົນ​ພວກເຂົາ​ກໍ​ລືມ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳແລະ ບໍ່​ລໍ​ຖ້າ​ຄຳ​ແນະນຳ​ຈາກ​ພຣະອົງ.14ໃນ​ທະເລຊາຍ​ພວກເຂົາ​ຍອມ​ພ່າຍແພ້​ແກ່​ຄວາມ​ຢາກ​ຂອງ​ຕົນ​ເອງ;ໃນ​ຖິ່ນແຫ້ງແລ້ງກັນດານ​ພວກເຂົາ​ໄດ້​ທົດລອງ​ພຣະເຈົ້າ.15ພຣະອົງ​ຈຶ່ງ​ໃຫ້​ຕາມ​ທີ່​ພວກເຂົາ​ໄດ້​ຮ້ອງ​ຂໍ,ແຕ່​ໄດ້​ສົ່ງ​ພະຍາດ​ລະບາດ​ມາ​ທ່າມກາງ​ພວກເຂົາ.
16ໃນ​ຄ້າຍ​ພັກ​ນັ້ນ ພວກເຂົາ​ເລີ່ມ​ອິດສາ​ໂມເຊແລະ ເລີ່ມ​ອິດສາ​ອາໂຣນ​ຜູ້​ທີ່​ໄດ້​ຮັບ​ການ​ຊຳລະ ແລະ ແຍກ​ໄວ້​ແດ່​ພຣະເຈົ້າ​ຢາເວ.17ແຜ່ນດິນ​ໂລກ​ຈຶ່ງ​ເປີດ​ອອກ ແລະ ກືນ​ກິນ​ດາທານ;ມັນ​ໄດ້​ຝັງ​ອາບີຣາມ​ກັບ​ພັກພວກ.18ໄຟ​ໄດ້​ລຸກ​ຂຶ້ນ​ໃນ​ທ່າມກາງ​ຜູ້​ຕິດຕາມ​ຂອງ​ພວກເຂົາ;ແປວ​ໄຟ​ເຜົາ​ໄໝ້​ບັນດາ​ຄົນ​ຊົ່ວ.19ທີ່​ພູເຂົາ​ໂຮເຣັບ ພວກເຂົາ​ໄດ້​ສ້າງ​ຮູບເຄົາລົບ​ລູກ​ງົວ​ຂຶ້ນແລະ ຂາບໄຫວ້​ຮູບເຄົາລົບ​ທີ່​ຫລໍ່​ຂຶ້ນ​ຈາກ​ໂລຫະ.20ພວກເຂົາ​ໄດ້​ເອົາ​ພຣະເຈົ້າ​ຜູ້​ສະຫງ່າລາສີ​ຂອງ​ພວກເຂົາໄປ​ແລກ​ກັບ​ຮູບ​ປັ້ນ​ຂອງ​ງົວ​ທີ່​ກິນ​ຫຍ້າ.21ພວກເຂົາ​ໄດ້​ລືມ​ພຣະເຈົ້າ​ຜູ້​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ,ຜູ້​ໄດ້​ກະທຳ​ພາລະກິດ​ອັນ​ຍິ່ງໃຫຍ່​ໃນ​ເອຢິບ,22ກະທຳ​ການ​ອັດສະຈັນ​ໃນ​ດິນແດນ​ຂອງ​ຮາມແລະ ສິ່ງ​ທີ່​ໜ້າ​ຢຳເກງ​ຢູ່​ທີ່​ທະເລແດງ.23ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ເວົ້າ​ວ່າ​ຈະ​ທຳລາຍ​ພວກເຂົາດີ​ທີ່​ໂມເຊ ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ໄວ້ໄດ້​ເຂົ້າ​ໄປ​ຫາ​ພຣະອົງ​ເພື່ອ​ຫ້າມ​ໄວ້ເພື່ອ​ບໍ່​ໃຫ້​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ທຳລາຍ​ພວກເຂົາ.
24ຕໍ່ມາ​ພວກເຂົາ​ກໍ​ດູຖູກ​ດິນແດນ​ອັນ​ສວຍ​ງາມ​ນັ້ນພວກເຂົາ​ບໍ່​ເຊື່ອ​ສັນຍາ​ຂອງ​ພຣະອົງ.25ພວກເຂົາ​ໄດ້​ຈົ່ມ​ຢູ່​ໃນ​ເຕັນ​ຂອງ​ພວກເຂົາແລະ ບໍ່​ເຊື່ອຟັງ​ພຣະເຈົ້າ​ຢາເວ.26ພຣະອົງ​ຈຶ່ງ​ຍົກ​ມື​ປະຕິຍານ​ກັບ​ພວກເຂົາ​ວ່າພຣະອົງ​ຈະ​ເຮັດ​ໃຫ້​ພວກເຂົາ​ລົ້ມ​ຕາຍ​ໃນ​ຖິ່ນແຫ້ງແລ້ງກັນດານ,27ຈະ​ເຮັດ​ໃຫ້​ລູກ​ຫລານ​ຂອງ​ພວກເຂົາ​ໄປ​ຕົກ​ຢູ່​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍແລະ ກະຈັດກະຈາຍ​ໄປ​ຍັງ​ດິນແດນ​ຕ່າງໆ.
28ພວກເຂົາ​ໄດ້​ເຂົ້າ​ທຽມ​ແອກ​ກັບ​ພະບາອານ​ທີ່​ເປອໍແລະ ກິນ​ເຄື່ອງ​ບູຊາ​ທີ່​ໄດ້​ຖວາຍ​ແກ່​ພະ​ທັງຫລາຍ​ທີ່​ບໍ່​ມີ​ຊີວິດ;29ພວກເຂົາ​ໄດ້​ກະຕຸ້ນ​ຄວາມ​ໃຈຮ້າຍ​ຂອງ​ພຣະອົງ​ດ້ວຍ​ການ​ເຮັດ​ຊົ່ວ​ຫລາຍ​ຢ່າງ,ແລະ ເກີດ​ພະຍາດ​ລະບາດ​ຢູ່​ໃນ​ທ່າມກາງ​ພວກເຂົາ.30ແຕ່​ຟີເນຮາ​ໄດ້​ລຸກ​ຂຶ້ນ ແລະ ຈັດການ,ແລະ ພະຍາດ​ລະບາດ​ຈຶ່ງ​ຢຸດ.31ນັບ​ວ່າ​ເປັນ​ຄວາມ​ຊອບທຳ​ຂອງ​ລາວສືບ​ໄປ​ທຸກ​ຊົ່ວ​ອາຍຸ.32ທີ່​ບໍ່​ນ້ຳ​ເມຣີບາ​ກໍ​ເໝືອນ​ກັນ ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະເຈົ້າ​ຢາເວ​ໃຈຮ້າຍແລະ ເຮັດ​ໃຫ້​ໂມເຊ​ເດືອດຮ້ອນ​ໄປ​ດ້ວຍ​ເພາະ​ພວກເຂົາ;33ເພາະ​ພວກເຂົາ​ໄດ້​ກະບົດ​ຕໍ່​ພຣະວິນຍານບໍລິສຸດ​ຂອງ​ພຣະເຈົ້າໂມເຊ​ຈຶ່ງ​ຫລຸດ​ປາກ​ກ່າວ​ຄຳເວົ້າ​ອອກ​ໄປ​ໂດຍ​ບໍ່​ໄດ້​ຄິດ​ກ່ອນ. 
34ພວກເຂົາ​ບໍ່​ໄດ້​ທຳລາຍ​ຊົນຊາດ​ຕ່າງໆຕາມ​ທີ່​ອົງພຣະເຈົ້າ​ຢາເວ​ໄດ້​ສັ່ງ​ພວກເຂົາ​ໄວ້,35ແຕ່​ພວກເຂົາ​ໄດ້​ຢູ່​ປົນ​ກັບ​ຄົນ​ຕ່າງຊາດແລະ ຮັບ​ເອົາ​ທຳນຽມ​ຂອງ​ຄົນ​ເຫລົ່ານັ້ນ.36ພວກເຂົາ​ໄດ້​ນະມັດສະການ​ຮູບເຄົາລົບ​ຂອງ​ຄົນ​ເຫລົ່ານັ້ນ,ເຊິ່ງ​ກາຍເປັນ​ແຮ້ວ​ຂອງ​ພວກເຂົາ.37ພວກເຂົາ​ຖວາຍ​ລູກຊາຍ​ຂອງ​ພວກເຂົາແລະ ລູກ​ສາວ​ຂອງ​ຕົນ​ໃຫ້​ແກ່​ບັນດາ​ພະ​ທຽມ.38ພວກເຂົາ​ໄດ້​ເຮັດ​ໃຫ້​ເລືອດ​ບໍລິສຸດ​ຫລັ່ງ​ໄຫລ,ຄື​ເລືອດ​ຂອງ​ລູກຊາຍ ແລະ ລູກ​ສາວ​ຂອງ​ພວກເຂົາ,ເຊິ່ງ​ພວກເຂົາ​ໄດ້​ຖວາຍ​ແກ່​ບັນດາ​ຮູບເຄົາລົບ​ຂອງ​ການາອານ,ແລະ ເຮັດ​ໃຫ້​ແຜ່ນດິນ​ເປັນ​ມົນທິນ​ດ້ວຍ​ເລືອດ.39ພວກເຂົາ​ໄດ້​ເຮັດ​ໃຫ້​ຕົນ​ເອງ​ເປັນມົນທິນ​ດ້ວຍ​ສິ່ງ​ທີ່​ພວກເຂົາ​ເຮັດ;ພວກເຂົາ​ເຮັດ​ຕົນ​ເອງ​ຄື​ກັບ​ໂສເພນີ​ໂດຍ​ການ​ກະທຳ​ຂອງ​ພວກເຂົາ.
40ເຫດສະນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ໃຈຮ້າຍ​ໃຫ້​ປະຊາຊົນ​ຂອງ​ພຣະອົງແລະ ກຽດຊັງ​ຜູ້​ທີ່​ເປັນ​ກຳມະສິດ​ຂອງ​ພຣະອົງ.41ພຣະອົງ​ໄດ້​ປ່ອຍ​ໃຫ້​ພວກເຂົາ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ຊົນຊາດ​ຕ່າງໆແລະ ສັດຕູ​ຂອງ​ພວກເຂົາ​ກໍ​ປົກຄອງ​ເໜືອ​ພວກເຂົາ.42ສັດຕູ​ຂອງ​ພວກເຂົາ​ໄດ້​ກົດຂີ່​ຂົ່ມເຫັງ​ພວກເຂົາແລະ ພວກເຂົາ​ກໍ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ຄົນ​ເຫລົ່ານັ້ນ.43ພຣະອົງ​ໄດ້​ກອບກູ້​ເອົາ​ພວກເຂົາ​ຫລາຍ​ຄັ້ງ,ແຕ່​ພວກເຂົາ​ກໍ​ຍັງ​ຕັ້ງ​ໜ້າ​ກະບົດ​ຕໍ່​ພຣະອົງ​ຢ່າງ​ບໍ່​ຢຸດແລະ ພວກເຂົາ​ຕ້ອງ​ເສື່ອມ​ໄປ​ເພາະ​ບາບ​ຂອງ​ຕົນ.44ແຕ່​ເຖິງ​ປານ​ນັ້ນ ພຣະອົງ​ກໍ​ຍັງ​ຫລຽວ​ເບິ່ງ​ຄວາມ​ທຸກລຳບາກ​ຂອງ​ພວກເຂົາ.ເມື່ອ​ພຣະອົງ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ພວກເຂົາ;45ເພາະ​ເຫັນ​ແກ່​ພວກເຂົາ ພຣະອົງ​ໄດ້​ລະນຶກ​ເຖິງ​ຄຳໝັ້ນສັນຍາ​ຂອງ​ພຣະອົງແລະ ເພາະ​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະອົງ​ຈຶ່ງ​ໃຈ​ອ່ອນ​ລົງ.46ພຣະອົງ​ໄດ້​ເຮັດ​ໃຫ້​ທຸກຄົນ​ທີ່​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍເກີດ​ຄວາມ​ເມດຕາ​ສົງສານ​ພວກເຂົາ.
47ຂ້າແດ່​ພຣະເຈົ້າ​ຢາເວ​ຂອງ​ພວກຂ້ານ້ອຍ, ຂໍ​ຊ່ວຍ​ພວກຂ້ານ້ອຍ​ໃຫ້​ພົ້ນແລະ ຂໍ​ຮວບຮວມ​ພວກຂ້ານ້ອຍ​ຈາກ​ຊົນຊາດ​ຕ່າງໆ,ເພື່ອ​ພວກຂ້ານ້ອຍ​ຈະ​ຂອບພຣະຄຸນ​ນາມ​ອັນ​ບໍລິສຸດ​ຂອງ​ພຣະອົງແລະ ຍົກຍ້ອງ​ສັນລະເສີນ​ພຣະອົງ.
48ຂໍ​ສັນລະເສີນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນຈາກ​ນິລັນການ​ຈົນ​ເຖິງ​ນິລັນການ.ໃຫ້​ປະຊາຊົນ​ທັງໝົດ​ກ່າວ​ວ່າ “ອາແມນ!”ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.

Biblica, Inc.

https://app.library.bible/content/eab9312f9f16b3a2