ເພງສັນລະເສີນ105
1ຈົ່ງສັນລະເສີນພຣະເຈົ້າຢາເວ ແລະ ປະກາດນາມຂອງພຣະອົງ;ໃຫ້ປະຊາຊາດທັງຫລາຍໄດ້ຮູ້ເຖິງສິ່ງທີ່ພຣະອົງເຮັດ.2ຈົ່ງຮ້ອງເພງຖວາຍພຣະອົງ ຮ້ອງສັນລະເສີນຖວາຍພຣະອົງບອກເຖິງພາລະກິດອັນອັດສະຈັນທັງໝົດຂອງພຣະອົງ.3ຈົ່ງເທີດທູນນາມອັນບໍລິສຸດຂອງພຣະອົງ;ໃຫ້ຫົວໃຈຂອງຄົນທີ່ສະແຫວງຫາພຣະເຈົ້າຢາເວຊື່ນຊົມຍິນດີ.4ຈົ່ງເບິ່ງໄປທີ່ພຣະເຈົ້າຢາເວ ແລະ ກຳລັງຂອງພຣະອົງ;ຈົ່ງສະແຫວງຫາໃບໜ້າຂອງພຣະອົງຢູ່ສະເໝີ.5ຈົ່ງລະນຶກເຖິງການອັດສະຈັນທີ່ພຣະອົງໄດ້ເຮັດ,ເຖິງການອັດສະຈັນ ແລະ ຄຳພິພາກສາທີ່ພຣະອົງປະກາດ,6ພວກເຈົ້າທັງຫລາຍຜູ້ເປັນເຊື້ອສາຍຂອງອັບຣາຮາມຜູ້ຮັບໃຊ້ຂອງພຣະອົງ,ລູກຫລານຂອງຢາໂຄບທີ່ພຣະອົງໄດ້ເລືອກໄວ້.7ພຣະອົງເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ;ຄຳພິພາກສາຂອງພຣະອົງກໍຢູ່ທົ່ວແຜ່ນດິນໂລກ.8ພຣະອົງໄດ້ລະນຶກເຖິງຄຳໝັ້ນສັນຍາຂອງພຣະອົງຕະຫລອດໄປ,ພຣະອົງລະນຶກເຖິງສັນຍາທີ່ພຣະອົງໄດ້ເຮັດໄວ້ຕະຫລອດພັນຊົ່ວອາຍຸຄົນ.9ຄຳໝັ້ນສັນຍາທີ່ພຣະອົງໄດ້ເຮັດກັບອັບຣາຮາມ,ຄຳປະຕິຍານທີ່ພຣະອົງໄດ້ສັນຍາກັບອີຊາກ.10ພຣະອົງໄດ້ຢືນຢັນຕໍ່ຢາໂຄບເປັນດຳລັດ,ຕໍ່ອິດສະຣາເອນເປັນຄຳໝັ້ນສັນຍານິລັນດອນ11“ເຮົາຈະມອບດິນແດນການາອານໃຫ້ພວກເຈົ້າໃຫ້ເປັນມໍລະດົກຂອງພວກເຈົ້າ”.12ເມື່ອເວລາທີ່ອິດສະຣາເອນຍັງມີຈຳນວນໜ້ອຍຫລາຍໜ້ອຍເຫລືອເກີນ ແລະ ເປັນພຽງຄົນແປກໜ້າໃນດິນແດນນັ້ນ,13ພວກເພິ່ນພະເນຈອນຈາກຊົນຊາດໜຶ່ງໄປຫາອີກຊົນຊາດໜຶ່ງ,ຈາກອານາຈັກໜຶ່ງໄປຫາອີກອານາຈັກໜຶ່ງ.14ພຣະອົງບໍ່ຍອມໃຫ້ຜູ້ໃດຂົ່ມເຫັງພວກເພິ່ນ;ເພາະເຫັນແກ່ພວກເພິ່ນ ພຣະອົງຈຶ່ງໄດ້ເຕືອນກະສັດທັງຫລາຍວ່າ15“ຢ່າແຕະຕ້ອງບັນດາຜູ້ທີ່ເຮົາໄດ້ເຈີມໄວ້;ຢ່າເຮັດອັນຕະລາຍອັນໃດໃຫ້ແກ່ບັນດາຜູ້ທຳນວາຍຂອງເຮົາ”.16ພຣະອົງໄດ້ສັ່ງໃຫ້ເກີດການອຶດຢາກອາຫານໃນດິນແດນນັ້ນແລະ ທຳລາຍສະບຽງອາຫານທັງໝົດຂອງພວກເພິ່ນ;17ແລະ ພຣະອົງໄດ້ສົ່ງຊາຍຄົນໜຶ່ງໄປລ່ວງໜ້າພວກເພິ່ນຄືໂຢເຊັບ, ຖືກຂາຍໄປເປັນຂ້າທາດ.18ຕີນຂອງພວກເພິ່ນຊ້ຳເພາະຖືກຕີດ້ວຍໂສ້ຈ່ອງຈຳ.ຄໍຂອງພວກເພິ່ນຖືກຄ້ຳຄາຢູ່ໃນເຫລັກ,19ຈົນກວ່າສິ່ງທີ່ເພິ່ນບອກໄວ້ເປັນຈິງຂຶ້ນມາ,ຈົນກວ່າພຣະຄຳຂອງພຣະເຈົ້າຢາເວຈະພິສູດວ່າເພິ່ນເວົ້າຄວາມຈິງ.20ກະສັດໄດ້ສົ່ງຄົນມາ ແລະ ໄດ້ປ່ອຍໂຕເພິ່ນ,ຜູ້ປົກຄອງຂອງປະຊາຊົນໄດ້ປ່ອຍເພິ່ນໃຫ້ເປັນອິດສະຫລະ.21ກະສັດໄດ້ຕັ້ງເພິ່ນໃຫ້ເປັນນາຍເໜືອວັງຂອງເພິ່ນ,ເປັນຜູ້ເບິ່ງແຍງທຸກສິ່ງທີ່ກະສັດຄອບຄອງ,22ເພື່ອແນະນຳເຈົ້ານາຍທັງຫລາຍຕາມໃຈຂອງເພິ່ນແລະ ສັ່ງສອນປັນຍາໃຫ້ກັບທີ່ປຶກສາຂອງກະສັດ.23ແລ້ວອິດສະຣາເອນກໍໄດ້ເຂົ້າມາຢູ່ໃນເອຢິບ;ຢາໂຄບໄດ້ມາເປັນຄົນຕ່າງດ້າວໃນດິນແດນຂອງຮາມ.24ພຣະເຈົ້າຢາເວໄດ້ເຮັດໃຫ້ປະຊາຊົນຂອງພຣະອົງມີລູກຫລານຢ່າງຫລວງຫລາຍ;ພຣະອົງໄດ້ເຮັດໃຫ້ພວກເຂົາມີຈຳນວນຫລາຍເກີນໄປສຳລັບສັດຕູຂອງພວກເຂົາ.25ຜູ້ທີ່ພຣະເຈົ້າໄດ້ປ່ຽນຫົວໃຈຂອງພວກເຂົາໃຫ້ກຽດຊັງປະຊາຊົນຂອງພຣະອົງ,ໃຫ້ຄົບຄິດກັນຕໍ່ສູ້ກັບຜູ້ຮັບໃຊ້ຂອງພຣະອົງ.26ພຣະອົງໄດ້ສົ່ງໂມເຊຜູ້ຮັບໃຊ້ຂອງພຣະອົງມາພ້ອມກັບອາໂຣນຜູ້ທີ່ພຣະອົງໄດ້ເລືອກໄວ້.27ພວກເພິ່ນໄດ້ສະແດງໝາຍສຳຄັນຂອງພຣະອົງຢູ່ທ່າມກາງພວກເຂົາ,ສະແດງການອັດສະຈັນຂອງພຣະອົງໃນດິນແດນຂອງຮາມ.28ພຣະອົງໄດ້ສົ່ງຄວາມມືດ ແລະ ເຮັດໃຫ້ມືດມິດທົ່ວດິນແດນບໍ່ແມ່ນເພາະພວກເຂົາຂັດຂືນຖ້ອຍຄຳຂອງພຣະອົງບໍ?29ພຣະອົງໄດ້ປ່ຽນນ້ຳຂອງພວກເຂົາໃຫ້ກາຍເປັນເລືອດ,ຈົນເຮັດໃຫ້ປາຕາຍໝົດ.30ດິນແດນຂອງພວກເຂົາເຕັມໄປດ້ວຍກົບ,ເຊິ່ງເຂົ້າໄປເຖິງຫ້ອງນອນຂອງບັນດາຜູ້ປົກຄອງທັງຫລາຍ.31ພຣະອົງກ່າວ ແລ້ວຝູງເຫລືອກ ແລະ ຮີ້ນກໍມາທົ່ວປະເທດຂອງພວກເຂົາ.32ພຣະອົງໄດ້ປ່ຽນຝົນໃຫ້ກາຍເປັນໝາກເຫັບ,ແລະ ຟ້າແມບເຫລື້ອມທົ່ວດິນແດນຂອງພວກເຂົາ;33ພຣະອົງໄດ້ລົ້ມເຄືອອະງຸ່ນ ແລະ ຕົ້ນໝາກເດື່ອຂອງພວກເຂົາລົງແລະ ໂຄ່ນຕົ້ນໄມ້ທີ່ຢູ່ໃນດິນແດນຂອງພວກເຂົາ.34ພຣະອົງກ່າວ ແລ້ວຝູງຕັກແຕນກໍມາ,ຢ່າງມະຫາສານຈົນນັບບໍ່ຖ້ວນ;35ມັນໄດ້ກັດກິນທຸກຢ່າງທີ່ຂຽວສົດໃນແຜ່ນດິນນັ້ນ,ກັດກິນຜົນຜະລິດທັງໝົດຈາກພື້ນດິນຂອງພວກເຂົາ.36ຈາກນັ້ນພຣະອົງກໍໄດ້ຂ້າລູກຊາຍກົກໃນດິນແດນຂອງພວກເຂົາເຊິ່ງເປັນຜົນທຳອິດຈາກໄວໜຸ່ມຂອງພວກເຂົາ.37ພຣະອົງໄດ້ນຳອິດສະຣາເອນອອກມາພ້ອມກັບເງິນ ແລະ ຄຳບໍ່ມີຈັກຄົນໃນຕະກຸນຕ່າງໆທີ່ລັງເລ.38ເອຢິບມີຄວາມຍິນດີເມື່ອພວກເຂົາອອກໄປເພາະພວກເຂົາຢ້ານກົວອິດສະຣາເອນຫລາຍ.39ພຣະອົງໄດ້ແຜ່ເມກອອກເປັນຮົ່ມກຳບັງໃຫ້,ແລະ ໃຫ້ໄຟເພື່ອໃຫ້ມີແສງສະຫວ່າງໃນເວລາກາງຄືນ.40ພວກເຂົາໄດ້ຮ້ອງຂໍ ພຣະອົງກໍສົ່ງນົກຂຸ້ມມາໃຫ້;ພຣະອົງໄດ້ລ້ຽງພວກເຂົາໃຫ້ອິ່ມເຕັມດ້ວຍອາຫານທີ່ມາຈາກສະຫວັນ.41ພຣະອົງໄດ້ເປີດຫີນ ແລະ ນ້ຳກໍພຸ່ງອອກມາ;ນ້ຳນັ້ນໄດ້ໄຫລເໝືອນດັ່ງແມ່ນ້ຳໃນຖິ່ນແຫ້ງແລ້ງກັນດານ.42ເພາະພຣະອົງໄດ້ລະນຶກເຖິງສັນຍາອັນສັກສິດຂອງພຣະອົງທີ່ໃຫ້ແກ່ອັບຣາຮາມຜູ້ຮັບໃຊ້ຂອງພຣະອົງ.43ພຣະອົງຈຶ່ງນຳປະຊາຊົນຂອງພຣະອົງອອກມາດ້ວຍຄວາມຍິນດີ,ນຳຜູ້ທີ່ພຣະອົງໄດ້ເລືອກໄວ້ ອອກມາດ້ວຍຄວາມຊື່ນຊົມຍິນດີ;44ພຣະອົງໃຫ້ດິນແດນຂອງຊົນຊາດຕ່າງໆ ແກ່ພວກເຂົາ,ແລະ ພວກເຂົາໄດ້ຄອບຄອງກຳມະສິດໃນສິ່ງທີ່ຄົນອື່ນລົງແຮງເຮັດໄວ້45ເພື່ອພວກເຂົາຈະໄດ້ຮັກສາຂໍ້ບັງຄັບຂອງພຣະອົງແລະ ເຮັດຕາມກົດບັນຍັດຂອງພຣະອົງ.ຈົ່ງສັນລະເສີນພຣະເຈົ້າຢາເວ.
Biblica, Inc.