ເພງສັນລະເສີນ104
1ຈິດໃຈຂອງຂ້ານ້ອຍ ຈົ່ງສັນລະເສີນພຣະເຈົ້າຢາເວ.ຂ້າແດ່ພຣະເຈົ້າຢາເວຂອງຂ້ານ້ອຍ ພຣະອົງຍິ່ງໃຫຍ່;ພຣະອົງຫົ່ມດ້ວຍສະຫງ່າລາສີ ແລະ ບາລະມີ.2ພຣະເຈົ້າຢາເວໄດ້ຄຸມພຣະອົງເອງດ້ວຍແສງສະຫວ່າງເໝືອນດັ່ງເສື້ອຜ້າ;ພຣະອົງໄດ້ຄຶງຟ້າສະຫວັນອອກເໝືອນດັ່ງຄຶງເຕັນ3ແລະ ວາງຄານຂອງທີ່ຢູ່ຂອງພຣະອົງໄວ້ເໜືອນ້ຳ.ພຣະອົງໃຊ້ເມກເປັນລົດມ້າແລະ ຂີ່ມາເທິງປີກຂອງລົມ.4ພຣະອົງໃຊ້ລົມເປັນຜູ້ສົ່ງຂ່າວ ແລະ ແປວໄຟເປັນຜູ້ຮັບໃຊ້ຂອງພຣະອົງ.5ພຣະອົງໄດ້ຕັ້ງໂລກໄວ້ເທິງຮາກຖານ;ໂລກຈະບໍ່ມີວັນເຄື່ອນຍ້າຍ.6ພຣະອົງຫໍ່ຫຸ້ມໂລກດ້ວຍຫ້ວງນ້ຳເລິກເໝືອນກັບຫໍ່ຫຸ້ມດ້ວຍເຄື່ອງນຸ່ງ;ນ້ຳໄດ້ຖ້ວມເໜືອພູເຂົາທັງຫລາຍ.7ແຕ່ເມື່ອພຣະອົງຈັດການ ນ້ຳນັ້ນກໍໜີໄປ,ເມື່ອໄດ້ຍິນສຽງຟ້າຮ້ອງຂອງພຣະອົງ ພວກມັນກໍບິນໜີໄປ;8ນ້ຳໄດ້ໄຫລຖ້ວມພູເຂົາທັງຫລາຍ,ນ້ຳໄດ້ໄຫລລົງຮ່ອມພູທັງຫລາຍ,ໄປຍັງບ່ອນທີ່ພຣະອົງໄດ້ກຳນົດໄວ້ໃຫ້.9ພຣະອົງໄດ້ວາງເຂດກັ້ນເພື່ອບໍ່ໃຫ້ນ້ຳຂ້າມໄປ;ເພື່ອບໍ່ໃຫ້ນ້ຳນັ້ນຖ້ວມແຜ່ນດິນໂລກອີກຈັກເທື່ອ.10ພຣະອົງເຮັດໃຫ້ນ້ຳພຸທັງຫລາຍຫລັ່ງນ້ຳໃຫ້ແກ່ຫ້ວຍທັງຫລາຍ;ນ້ຳໄຫລໄປຕາມຫວ່າງພູເຂົາ.11ໃຫ້ສັດທັງໝົດທີ່ຢູ່ໃນທົ່ງນາໄດ້ດື່ມ;ໃຫ້ລໍປ່າໄດ້ເຊົາກະຫາຍນ້ຳ.12ນົກໃນທ້ອງຟ້າຈຶ່ງສ້າງຮັງຢູ່ຕາມແຄມນ້ຳແລະ ຮ້ອງເພງຢູ່ຕາມງ່າໄມ້.13ພຣະອົງໄດ້ຫົດພູເຂົາຈາກບ່ອນຢູ່ເບື້ອງເທິງຂອງພຣະອົງ;ແຜ່ນດິນໂລກກໍອິ່ມໃຈດ້ວຍຜົນແຫ່ງກິດຈະການຂອງພຣະອົງ.14ພຣະອົງໄດ້ໃຫ້ຫຍ້າງອກງາມຂຶ້ນເພື່ອຝູງສັດ,ແລະ ໃຫ້ພືດພັນແກ່ມະນຸດສຳລັບປູກຝັງໃຫ້ພືດຜັກງອກງາມຈາກແຜ່ນດິນໂລກ.15ໃຫ້ເຫລົ້າອະງຸ່ນທີ່ເຮັດໃຫ້ໃຈມະນຸດມ່ວນຊື່ນ,ນ້ຳມັນໝາກກອກທີ່ເຮັດໃຫ້ໃບໜ້າຂອງພວກເຂົາຜ່ອງໃສ,ແລະ ເຂົ້າຈີ່ເພື່ອຄ້ຳຊູໃຈຂອງພວກເຂົາ.16ຕົ້ນໄມ້ຂອງພຣະເຈົ້າຢາເວໄດ້ນ້ຳຢ່າງອຸດົມສົມບູນ,ຄືຕົ້ນແປກແຫ່ງເລບານອນທີ່ພຣະອົງໄດ້ປູກໄວ້.17ນົກທັງຫລາຍໄດ້ສ້າງຮັງຂອງຕົນຢູ່ທີ່ນັ້ນ;ນົກຍາງກໍອາໄສຢູ່ໃນບໍລິເວນຕົ້ນແປກທັງຫລາຍ.18ພູເຂົາສູງທັງຫລາຍເປັນຂອງບັນດາແບ້ປ່າ,ຫລືບຫີນທັງຫລາຍກໍເປັນບ່ອນລີ້ໄພຂອງໂຕອົ້ນ.19ພຣະອົງໄດ້ໃຫ້ດວງເດືອນຊີ້ບອກລະດູການຕ່າງໆ,ແລະ ໃຫ້ດວງຕາເວັນຮູ້ເວລາຕົກດິນ.20ເມື່ອພຣະອົງນຳຄວາມມືດມາ ກາງເວັນກໍກັບກາຍເປັນກາງຄືນ,ແລະ ສັດປ່າທັງໝົດຄືບຄານອອກມາ.21ສິງກໍແຜດສຽງຮ້ອງຫາເຫຍື່ອຂອງຕົນແລະ ຮ້ອງຫາອາຫານຈາກພຣະເຈົ້າ.22ພໍດວງຕາເວັນຂຶ້ນ ສິງທັງຫລາຍກໍລັບຫາຍໄປ;ພວກມັນກັບຄືນໄປ ແລະ ນອນລົງໃນຖ້ຳຂອງມັນ.23ແລ້ວມະນຸດກໍອອກມາເຮັດວຽກຂອງຕົນ,ປະກອບພາລະກິດຂອງຕົນຈົນເຖິງຕອນແລງ.24ຂ້າແດ່ພຣະເຈົ້າຢາເວພາລະກິດຂອງພຣະອົງນັ້ນມີຫລວງຫລາຍແທ້!ພຣະອົງໄດ້ສ້າງສິ່ງເຫລົ່ານີ້ທັງໝົດຂຶ້ນໂດຍປັນຍາໂລກເຕັມໄປດ້ວຍສິ່ງທີ່ພຣະອົງສ້າງ.25ມີທະເລທີ່ກວ້າງໃຫຍ່ໄພສານເຕັມໄປດ້ວຍສິ່ງມີຊີວິດທີ່ເກີນກວ່າຈະນັບໄດ້ຄືສິ່ງທີ່ມີຊີວິດທັງໃຫຍ່ ແລະ ນ້ອຍ.26ມີເຮືອແລ່ນໄປມາແລະ ມີເລວີອາທານທີ່ພຣະອົງໄດ້ສ້າງມາ ໃຫ້ຫລິ້ນນ້ຳຢູ່ທີ່ນັ້ນ.27ທຸກຊີວິດເຫລົ່ານີ້ໄດ້ເຝົ້າເບິ່ງພຣະອົງໃຫ້ອາຫານພວກມັນຕາມເວລາທີ່ກຳນົດໄວ້.28ເມື່ອພຣະອົງໃຫ້ອາຫານນັ້ນແກ່ພວກມັນ,ພວກມັນກໍເກັບຮວບຮວມໄວ້;ເມື່ອພຣະອົງແບມືຂອງພຣະອົງອອກ,ພວກມັນກໍອິ່ມເຕັມດ້ວຍສິ່ງດີ.29ເມື່ອພຣະອົງເຊື່ອງໜ້າຂອງພຣະອົງໄວ້,ພວກມັນກໍຕົກໃຈຢ້ານກົວ;ເມື່ອພຣະອົງເອົາລົມຫາຍໃຈຂອງພວກມັນໄປ,ພວກມັນກໍຕາຍ ແລະ ກັບສູ່ຂີ້ຝຸ່ນດິນ.30ເມື່ອພຣະອົງໃຫ້ພຣະວິນຍານບໍລິສຸດຂອງພຣະອົງ,ພວກມັນກໍຖືກສ້າງຂຶ້ນມາ,ແລະ ພຣະອົງໄດ້ປ່ຽນໂສມໜ້າຂອງແຜ່ນດິນຄືນໃໝ່.31ຂໍໃຫ້ສະຫງ່າລາສີຂອງພຣະເຈົ້າຢາເວ ດຳລົງຢູ່ນິລັນດອນ;ຂໍໃຫ້ພຣະເຈົ້າຢາເວຊື່ນຊົມຍິນດີໃນພາລະກິດຂອງພຣະອົງ32ເມື່ອພຣະອົງແນມເບິ່ງໂລກ ແລະ ໂລກກໍສັ່ນສະທ້ານ,ເມື່ອແຕະຕ້ອງພູເຂົາທັງຫລາຍ ແລະ ຄວັນກໍພຸ່ງຂຶ້ນ.33ຂ້ານ້ອຍຈະຮ້ອງເພງຖວາຍພຣະເຈົ້າຢາເວຕະຫລອດຊີວິດຂອງຂ້ານ້ອຍ;ຂ້ານ້ອຍຈະຮ້ອງເພງສັນລະເສີນພຣະເຈົ້າຂອງຂ້ານ້ອຍຕາບໃດທີ່ຂ້ານ້ອຍມີຊີວິດຢູ່.34ຂໍໃຫ້ຄວາມຄິດສຳນຶກຂອງຂ້ານ້ອຍເປັນທີ່ພໍໃຈພຣະອົງ,ເພາະຂ້ານ້ອຍຊື່ນຊົມຍິນດີໃນພຣະເຈົ້າຢາເວ.35ແຕ່ຂໍໃຫ້ຄົນບາບທັງຫລາຍໝົດສິ້ນໄປຈາກໂລກນີ້ແລະ ບໍ່ມີຄົນຊົ່ວຮ້າຍອີກຕໍ່ໄປ.ຈິດໃຈຂອງຂ້ານ້ອຍ ຈົ່ງສັນລະເສີນພຣະເຈົ້າຢາເວ.ຈົ່ງສັນລະເສີນພຣະເຈົ້າຢາເວ.
Biblica, Inc.