ເພງສັນລະເສີນ103

(ບົດ​ປະພັນ​ຂອງ​ດາວິດ)

1ຈິດວິນຍານ​ຂອງ​ຂ້ານ້ອຍ, ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ;ທັງໝົດ​ໃນ​ຊີວິດ​ຂອງ​ຂ້ານ້ອຍ, ຈົ່ງ​ສັນລະເສີນ​ນາມ​ອັນ​ບໍລິສຸດ​ຂອງ​ພຣະອົງ.2ຈິດວິນຍານ​ຂອງ​ຂ້ານ້ອຍ, ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ,ແລະ ຢ່າ​ໄດ້​ລືມ​ກິດຈະການ​ທັງໝົດ​ອັນ​ເຕັມ​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ3ຜູ້​ໃຫ້​ອະໄພ​ຄວາມ​ບາບ​ທັງໝົດ​ຂອງ​ເຈົ້າແລະ ຮັກສາ​ພະຍາດ​ທັງໝົດ​ຂອງ​ເຈົ້າ,4ຜູ້​ທີ່​ໄຖ່​ຊີວິດ​ຂອງ​ເຈົ້າ​ຈາກ​ຂຸມ​ຝັງ​ສົບແລະ ສວມ​ເຈົ້າ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ເມດຕາ,5ຜູ້​ທີ່​ຕອບສະໜອງ​ຄວາມ​ປາຖະໜາ​ເຈົ້າ​ດ້ວຍ​ສິ່ງ​ດີໆເພື່ອ​ໄວ​ໜຸ່ມ​ຂອງ​ເຈົ້າ​ຈະ​ກັບ​ຄືນ​ມາ​ໃໝ່ ເໝືອນ​ໄວ​ໜຸ່ມ​ຂອງ​ນົກອິນຊີ.
6ພຣະເຈົ້າ​ຢາເວ​ໄດ້​ໃຫ້​ຄວາມ​ເປັນທຳແລະ ຄວາມ​ຍຸຕິທຳ​ແກ່​ທຸກຄົນ​ທີ່​ຖືກ​ກົດຂີ່.
7ພຣະອົງ​ສະແດງ​ທາງ​ຂອງ​ພຣະອົງ​ແກ່​ໂມເຊ,ສະແດງ​ກິດຈະການ​ຂອງ​ພຣະອົງ​ແກ່​ປະຊາຊົນ​ອິດສະຣາເອນ:8ພຣະເຈົ້າ​ຢາເວ​ມີ​ຄວາມ​ເມດຕາ​ສົງສານ ແລະ ຄວາມ​ກະລຸນາ,ບໍ່​ໃຈຮ້າຍ​ງ່າຍ ແລະ ເຕັມ​ດ້ວຍ​ຄວາມ​ຮັກ.9ພຣະອົງ​ຈະ​ບໍ່​ກ່າວ​ໂທດ​ຢູ່​ສະເໝີ,ຫລື ພຣະອົງ​ຈະ​ບໍ່​ເກັບ​ຄວາມ​ໃຈຮ້າຍ​ໄວ້​ຕະຫລອດ​ໄປ;10ພຣະອົງ​ບໍ່​ໄດ້​ເຮັດ​ກັບ​ພວກເຮົາ​ຕາມ​ບາບ​ຂອງ​ພວກເຮົາ​ທີ່​ສົມຄວນ​ໄດ້​ຮັບຫລື ຕອບແທນ​ພວກເຮົາ​ຕາມ​ຄວາມ​ຊົ່ວຊ້າ​ຂອງ​ພວກເຮົາ.11ເພາະວ່າ​ຟ້າ​ສະຫວັນ​ສູງ​ເໜືອ​ແຜ່ນດິນ​ເທົ່າ​ໃດ,ຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ຜູ້​ທີ່​ຢຳເກງ​ພຣະອົງ​ກໍ​ຍິ່ງໃຫຍ່​ເທົ່າ​ນັ້ນ;12ທິດຕາເວັນອອກ​ໄກ​ຈາກ​ທິດຕາເວັນຕົກ​ເທົ່າ​ໃດ,ພຣະອົງ​ກໍ​ຍົກ​ເອົາ​ການ​ລ່ວງລະເມີດ​ຂອງ​ພວກເຮົາ​ອອກ​ໄປ​ຈາກ​ພວກເຮົາ​ໄກ​ເທົ່າ​ນັ້ນ.
13ພໍ່​ເມດຕາ​ສົງສານ​ລູກ​ຂອງ​ຕົນ​ຢ່າງ​ໃດ,ພຣະເຈົ້າ​ຢາເວ​ກໍ​ເມດຕາ​ສົງສານ​ບັນດາ​ຜູ້​ທີ່​ຢຳເກງ​ພຣະອົງ​ຢ່າງ​ນັ້ນ;14ເພາະ​ພຣະອົງ​ຮູ້​ວ່າ​ພວກເຮົາ​ຖືກ​ສ້າງ​ຂຶ້ນ​ມາ​ຢ່າງໃດ,ພຣະອົງ​ຈື່​ໄດ້​ວ່າ​ເຮົາ​ເປັນ​ຂີ້ຝຸ່ນ​ດິນ.15ຊີວິດ​ຂອງ​ມະນຸດ​ນັ້ນ​ກໍ​ເໝືອນ​ກັບ​ຕົ້ນ​ຫຍ້າ,ພວກເຂົາ​ຈະເລີນ​ຂຶ້ນ​ເໝືອນ​ດອກໄມ້​ທີ່​ຢູ່​ໃນ​ທົ່ງນາ;16ເມື່ອ​ລົມ​ພັດ​ຜ່ານ​ມັນ ແລ້ວ​ມັນ​ກໍ​ສູນຫາຍ​ໄປ,ແລະ ທີ່​ແຫ່ງ​ນັ້ນ​ກໍ​ຈື່​ມັນ​ບໍ່​ໄດ້​ອີກ​ເລີຍ.17ແຕ່​ຈາກ​ນິລັນການ​ຈົນ​ເຖິງ​ນິລັນການຄວາມ​ຮັກ​ຂອງ​ພຣະເຈົ້າ​ຢາເວ​ຢູ່​ກັບ​ຜູ້​ທີ່​ຢຳເກງ​ພຣະອົງ,ແລະ ຄວາມ​ຊອບທຳ​ຂອງ​ພຣະອົງ​ກໍ​ຢູ່​ກັບ​ລູກ​ຫລານ​ຂອງ​ພວກເຂົາ.18ຢູ່​ກັບ​ບັນດາ​ຜູ້​ທີ່​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງແລະ ບໍ່​ລືມ​ທີ່​ຈະ​ເຊື່ອຟັງ​ຂໍ້​ຄຳສັ່ງ​ຂອງ​ພຣະອົງ.
19ພຣະເຈົ້າ​ຢາເວ​ຕັ້ງ​ບັນລັງ​ຂອງ​ພຣະອົງ​ໄວ້​ໃນ​ສະຫວັນ,ແລະ ອານາຈັກ​ຂອງ​ພຣະອົງ​ປົກຄອງ​ເໜືອ​ທຸກສິ່ງ.
20ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ, ເທວະດາ​ຂອງ​ພຣະອົງ,ພວກທ່ານ​ຜູ້​ມີ​ລິດອຳນາດ ເຊິ່ງ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ,ຜູ້​ເຊື່ອຟັງ​ພຣະຄຳ​ຂອງ​ພຣະອົງ.21ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ, ຊາວ​ສະຫວັນ​ທັງໝົດ,ພວກທ່ານ​ຜູ້ຮັບໃຊ້​ຂອງ​ພຣະອົງ ຜູ້​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.22ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ, ພາລະກິດ​ທັງໝົດ​ຂອງ​ພຣະອົງທຸກ​ບ່ອນ​ທີ່​ຢູ່​ໃນ​ການ​ປົກຄອງ​ຂອງ​ພຣະອົງ.ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ, ຈິດວິນຍານ​ຂອງ​ຂ້ານ້ອຍ.

Biblica, Inc.

https://app.library.bible/content/eab9312f9f16b3a2