ເພງສັນລະເສີນ102

(ຄຳ​ອະທິຖານ​ຂອງ​ຜູ້​ຕົກ​ທຸກ​ໄດ້​ຍາກ, ຍາມ​ລຳບາກ ແລະ ລະບາຍ​ຄວາມ​ໃນ​ໃຈ​ຕໍ່​ພຣະເຈົ້າ​ຢາເວ)

1ຂ້າແດ່​ພຣະເຈົ້າ​ຢາເວ ໂຜດ​ຟັງ​ຄຳ​ອະທິຖານ​ຂອງ​ຂ້ານ້ອຍ;ຂໍ​ໃຫ້​ສຽງ​ຂໍ​ຄວາມ​ຊ່ວຍເຫລືອ​ຂອງ​ຂ້ານ້ອຍ​ນັ້ນ​ຂຶ້ນ​ໄປ​ເຖິງ​ພຣະອົງ.2ຂໍ​ຢ່າ​ໄດ້​ເຊື່ອງ​ໜ້າ​ຂອງ​ພຣະອົງ​ຈາກ​ຂ້ານ້ອຍເມື່ອ​ຂ້ານ້ອຍ​ຢູ່​ໃນ​ຄວາມ​ທຸກໃຈ.ຂໍ​ງ່ຽງ​ຫູ​ຂອງ​ພຣະອົງ​ຟັງ​ຂ້ານ້ອຍ;ເມື່ອ​ຂ້ານ້ອຍ​ຮ້ອງ​ຫາ ຂໍ​ໂຜດ​ຕອບ​ຂ້ານ້ອຍ​ໂດຍ​ໄວ​ດ້ວຍ.
3ເພາະ​ເວັນ​ເວລາ​ຂອງ​ຂ້ານ້ອຍ​ນັ້ນ​ຫາຍ​ໄປ​ເໝືອນ​ດັ່ງ​ຄວັນ;ກະດູກ​ຂອງ​ຂ້ານ້ອຍ​ລຸກ​ເປັນ​ໄຟ​ເໝືອນ​ຖ່ານ​ທີ່​ລຸກ​ຢູ່.4ຈິດໃຈ​ຂອງ​ຂ້ານ້ອຍ​ກໍ​ລີບ ແລະ ຫ່ຽວແຫ້ງ​ໄປ​ເໝືອນ​ດັ່ງ​ຕົ້ນ​ຫຍ້າ;ຂ້ານ້ອຍ​ລືມ​ກິນ​ອາຫານ​ຂອງ​ຕົນ.5ຂ້ານ້ອຍ​ຄ່ຳຄວນ​ໃນ​ຄວາມ​ທຸກໃຈແລະ ຂ້ານ້ອຍ​ຈົນ​ເຫລືອ​ແຕ່​ໜັງ ແລະ ກະດູກ.6ຂ້ານ້ອຍ​ເປັນ​ເໝືອນ​ນົກຮູກ​ໃນ​ຖິ່ນແຫ້ງແລ້ງກັນດານເປັນ​ເໝືອນ​ນົກຮູກ​ທ່າມກາງ​ຊາກ​ຫັກພັງ.7ຂ້ານ້ອຍ​ບໍ່​ອາດ​ຂົ່ມ​ຕາ​ໃຫ້​ຫລັບ​ໄດ້ຂ້ານ້ອຍ​ເປັນ​ເໝືອນ​ນົກ​ທີ່​ດຽວ​ດາຍ​ຢູ່​ເທິງ​ຫລັງຄາ.8ສັດຕູ​ຂອງ​ຂ້ານ້ອຍ​ເຢາະເຢີ້ຍ​ຂ້ານ້ອຍ​ແຕ່​ເຊົ້າ​ຮອດ​ຄ່ຳບັນດາ​ຜູ້​ທີ່​ຕໍ່​ວ່າ​ຂ້ານ້ອຍ​ໄດ້​ໃຊ້​ຊື່​ຂອງ​ຂ້ານ້ອຍ​ເປັນ​ຄຳ​ປ້ອຍດ່າ.9ເພາະ​ຂ້ານ້ອຍ​ກິນ​ຂີ້ເຖົ່າ​ຕາງ​ອາຫານແລະ ປະສົມ​ນ້ຳຕາ​ລົງ​ໃນ​ເຄື່ອງ​ດື່ມ​ຂອງ​ຂ້ານ້ອຍ10ເພາະ​ຄວາມ​ໂກດຮ້າຍ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ,ພຣະອົງ​ໄດ້​ຍົກ​ຂ້ານ້ອຍ​ຂຶ້ນ ແລະ ໂຍນ​ຂ້ານ້ອຍ​ຖິ້ມ.11ວັນ​ເວລາ​ຂອງ​ຂ້ານ້ອຍ​ເປັນ​ເໝືອນ​ເງົາ​ໃນ​ເວລາ​ຄ່ຳຂ້ານ້ອຍ​ຫ່ຽວແຫ້ງ​ໄປ​ເໝືອນ​ດັ່ງ​ຕົ້ນ​ຫຍ້າ.
12ຂ້າແດ່​ພຣະເຈົ້າ​ຢາເວ ແຕ່​ພຣະອົງ​ນັ່ງ​ຢູ່​ເທິງ​ບັນລັງ​ຕະຫລອດ​ໄປ.ຊື່ສຽງ​ຂອງ​ພຣະອົງ​ກໍ​ດຳລົງ​ຢູ່​ທຸກ​ຊົ່ວ​ອາຍຸ.13ພຣະອົງ​ຈະ​ລຸກ​ຂຶ້ນ ແລະ ຈະ​ເມດຕາ​ສົງສານ​ຊີໂອນ,ເພາະ​ເຖິງ​ເວລາ​ແລ້ວ​ທີ່​ຈະ​ສະແດງ​ຄວາມ​ກະລຸນາ​ຕໍ່​ເມືອງ​ນັ້ນ;ເວລາ​ທີ່​ໄດ້​ກຳນົດ​ໄວ້​ມາ​ເຖິງ​ແລ້ວ.14ເພາະ​ກ້ອນຫີນ​ຂອງ​ເມືອງ​ນັ້ນ​ເປັນ​ທີ່​ຮັກ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ;ຂີ້ຝຸ່ນ​ດິນ​ຂອງ​ເມືອງ​ນັ້ນ​ກໍ​ເຮັດ​ໃຫ້​ພວກເຂົາ​ມີ​ໃຈ​ສົງສານ.15ປະຊາຊາດ​ທັງຫລາຍ​ຈະ​ຢ້ານກົວ​ນາມ​ຂອງ​ພຣະເຈົ້າ​ຢາເວ,ກະສັດ​ຂອງ​ໂລກ​ທຸກຄົນ​ຈະ​ຢຳເກງ​ສະຫງ່າລາສີ​ຂອງ​ພຣະອົງ.16ເພາະ​ພຣະເຈົ້າ​ຢາເວ​ຈະ​ສ້າງ​ຊີໂອນ​ຂຶ້ນ​ໃໝ່ແລະ ພຣະອົງ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະອົງ.17ພຣະອົງ​ຈະ​ຕອບ​ຄຳ​ອະທິຖານ​ຂອງ​ຄົນ​ທີ່​ທຸກຍາກ​ລຳບາກພຣະອົງ​ຈະ​ບໍ່​ດູຖູກ​ຄຳ​ອ້ອນວອນ​ຂອງ​ພວກເຂົາ​ເລີຍ.
18ຂໍ​ໃຫ້​ບັນທຶກ​ເລື່ອງ​ນີ້​ໄວ້​ເພື່ອ​ຄົນ​ລຸ້ນ​ຫລັງ,ເພື່ອ​ຄົນ​ທີ່​ຈະ​ເກີດ​ມາ​ຈະ​ໄດ້​ສັນລະເສີນ​ພຣະເຈົ້າ​ຢາເວ,19“ພຣະເຈົ້າ​ຢາເວ​ໄດ້​ເບິ່ງ​ລົງ​ມາ​ຈາກ​ສະຖານ​ນະມັດສະການ​ເບື້ອງ​ເທິງ​ຂອງ​ພຣະອົງ,ຈາກ​ສະຫວັນ​ພຣະອົງ​ຫລຽວ​ເບິ່ງ​ໂລກ,20ເພື່ອ​ຟັງ​ສຽງ​ຄວນ​ຄາງ​ຂອງ​ບັນດາ​ນັກໂທດແລະ ປົດປ່ອຍ​ຜູ້​ທີ່​ຖືກ​ໂທດ​ປະຫານ”.21ດັ່ງນັ້ນ ນາມ​ຂອງ​ພຣະເຈົ້າ​ຢາເວ​ຈະ​ຖືກ​ປະກາດ​ໃນ​ຊີໂອນແລະ ຄຳ​ສັນລະເສີນ​ພຣະອົງ​ຈະ​ຖືກ​ປະກາດ​ໃນ​ເຢຣູຊາເລັມ22ເມື່ອ​ຄົນ​ທັງຫລາຍ ແລະ ອານາຈັກ​ຕ່າງໆມາ​ຮ່ວມ​ຊຸມນຸມ​ກັນ​ນະມັດສະການ​ພຣະເຈົ້າ​ຢາເວ.
23ພຣະອົງ​ໄດ້​ຕັດ​ກຳລັງ​ຂອງ​ຂ້ານ້ອຍ​ຖິ້ມ  ​ກາງ​ຄັນພຣະອົງ​ໄດ້​ຕັດ​ວັນ​ເວລາ​ຂອງ​ຂ້ານ້ອຍ​ໃຫ້​ສັ້ນ​ລົງ.24ຂ້ານ້ອຍ​ຈຶ່ງ​ເວົ້າ​ວ່າ:“ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ຢ່າ​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ໄປ​ກາງ​ຄັນ​ເລີຍປີ​ເດືອນ​ຂອງ​ພຣະອົງ​ກໍ​ດຳລົງ​ຢູ່​ທຸກ​ຊົ່ວ​ອາຍຸ.25ໃນ​ປະຖົມມະການ​ພຣະອົງ​ໄດ້​ວາງ​ຮາກຖານ​ຂອງ​ແຜ່ນດິນ​ໂລກແລະ ຟ້າ​ສະຫວັນ​ກໍ​ເປັນ​ສີ​ມື​ຂອງ​ພຣະອົງ.26ສິ່ງ​ເຫລົ່ານີ້​ຈະ​ຈິບຫາຍ​ໄປ ແຕ່​ພຣະອົງ​ຈະ​ດຳລົງ​ຢູ່;ສິ່ງ​ເຫລົ່ານີ້​ຈະ​ເກົ່າ​ໄປ​ເໝືອນ​ເຄື່ອງ​ນຸ່ງ​ຫົ່ມ.ພຣະອົງ​ຈະ​ປ່ຽນ​ມັນ​ເໝືອນ​ປ່ຽນ​ເຄື່ອງນຸ່ງແລະ ພວກ​ມັນ​ຈະ​ຖືກ​ຖິ້ມ​ໄປ.27ແຕ່​ພຣະອົງ​ເອງ​ຍັງ​ຄົງ​ເໝືອນ​ເດີມ,ແລະ ປີ​ເດືອນ​ຂອງ​ພຣະອົງ​ຈະ​ບໍ່​ມີ​ວັນ​ສິ້ນສຸດ.28ລູກ​ຫລານ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຈະ​ດຳລົງ​ຊີວິດ​ຢູ່​ຕໍ່ໜ້າ​ພຣະອົງ;ລູກ​ຫລານ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການ​ສະຖາປະນາ​ໄວ້​ຕໍ່ໜ້າ​ພຣະອົງ”.

Biblica, Inc.

https://app.library.bible/content/eab9312f9f16b3a2