ເພງສັນລະເສີນ101
(ບົດເພງສັນລະເສີນຂອງດາວິດ)
1ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະຮ້ອງເພງເຖິງຄວາມຮັກໝັ້ນຄົງ ແລະ ຄວາມຍຸຕິທຳຂອງພຣະອົງ;ຂ້ານ້ອຍຈະຮ້ອງເພງສັນລະເສີນພຣະອົງ.2ຂ້ານ້ອຍຈະລະວັງໃນການຮັກສາຊີວິດບໍ່ໃຫ້ມີຕຳໜິເມື່ອໃດພຣະອົງຈະມາຫາຂ້ານ້ອຍ?ຂ້ານ້ອຍຈະດຳເນີນຊີວິດໃນເຮືອນຂອງຂ້ານ້ອຍດ້ວຍຈິດໃຈທີ່ບໍ່ມີຕຳໜິ.3ຂ້ານ້ອຍຈະບໍ່ເຫັນດີເຫັນງາມກັບສິ່ງທີ່ຊົ່ວຊ້າອັນໃດ.ຂ້ານ້ອຍກຽດຊັງການກະທຳຂອງຄົນທີ່ບໍ່ສັດຊື່;ແລະ ບໍ່ຫຍຸ້ງກ່ຽວໃນກິດຈະການເຫລົ່ານັ້ນ.4ຂ້ານ້ອຍຈະຫລີກຫ່າງຈາກຄົນທີ່ມີຈິດໃຈດື້ດ້ານຈະບໍ່ຍອມມີສ່ວນຮ່ວມອັນໃດກັບຄວາມຊົ່ວ.5ຜູ້ໃດທີ່ລັກໃສ່ຮ້າຍໃສ່ເພື່ອນບ້ານຂອງຕົນ,ຂ້ານ້ອຍຈະເຮັດໃຫ້ມິດງຽບ;ຂ້ານ້ອຍຈະບໍ່ທົນກັບຄົນໃດທີ່ມີຕາຈອງຫອງແລະ ມີໃຈທີ່ໂອ້ອວດ.6ຕາຂອງຂ້ານ້ອຍຈະເບິ່ງຜູ້ທີ່ສັດຊື່ໃນແຜ່ນດິນ,ເພື່ອພວກເຂົາຈະຢູ່ກັບຂ້ານ້ອຍ;ຜູ້ທີ່ດຳເນີນຊີວິດຢ່າງບໍ່ມີຕຳໜິຈະມາບົວລະບັດຂ້ານ້ອຍ.7ບໍ່ມີຄົນທີ່ຫລອກລວງຈັກຄົນຈະບໍ່ໄດ້ອາໄສຢູ່ໃນເຮືອນຂອງຂ້ານ້ອຍ;ບໍ່ມີຄົນທີ່ເວົ້າຕົວະຈັກຄົນຈະໄດ້ຢືນຢູ່ຕໍ່ໜ້າຂ້ານ້ອຍ.8ທຸກເຊົ້າຂ້ານ້ອຍຈະເຮັດໃຫ້ຄົນຊົ່ວທັງໝົດໃນດິນແດນມິດງຽບ;ຂ້ານ້ອຍຈະກຳຈັດຄົນທີ່ເຮັດຊົ່ວທຸກຄົນໃຫ້ໝົດສິ້ນໄປຈາກນະຄອນຂອງພຣະເຈົ້າຢາເວ.Biblica, Inc.