ໂຢບ42
ໂຢບ
1ແລ້ວໂຢບໄດ້ຕອບຕໍ່ພຣະເຈົ້າຢາເວວ່າ:2“ຂ້ານ້ອຍຮູ້ວ່າພຣະອົງຊົງກະທຳທຸກສິ່ງໄດ້;ບໍ່ມີອັນໃດຂັດຂວາງຄວາມປະສົງຂອງພຣະອົງໄດ້.3ພຣະອົງຖາມວ່າ, ‘ຜູ້ໃດທີ່ປິດບັງແຜນການຂອງເຮົາໄວ້ໂດຍປາດສະຈາກຄວາມຮູ້?’ແນ່ນອນ ຂ້ານ້ອຍໄດ້ເວົ້າສິ່ງທີ່ຂ້ອຍບໍ່ເຂົ້າໃຈ,ສິ່ງທີ່ອັດສະຈັນເກີນກວ່າຂ້ອຍຈະຮູ້ໄດ້.4“ພຣະອົງໄດ້ກ່າວວ່າ, ‘ບັດນີ້ ຈົ່ງຟັງ ແລະ ເຮົາຈະເວົ້າ;ເຮົາຈະຖາມ,ແລ້ວເຈົ້າຈົ່ງຕອບເຮົາ’.5ຫູຂອງຂ້ານ້ອຍເຄີຍໄດ້ຍິນເຖິງເລື່ອງຂອງພຣະອົງມາກ່ອນແຕ່ບັດນີ້ຕາຂອງຂ້ານ້ອຍໄດ້ເຫັນພຣະອົງແລ້ວ.6ເຫດສະນັ້ນ ຂ້ານ້ອຍຈຶ່ງດູຖູກຕົນເອງແລະ ສຳນຶກຜິດໃນ ຂີ້ຝຸ່ນດິນ ແລະ ຂີ້ເຖົ່າ”ບົດສົ່ງທ້າຍ
7ຫລັງຈາກພຣະເຈົ້າຢາເວໄດ້ກ່າວສິ່ງເຫລົ່ານີ້ກັບໂຢບແລ້ວ, ພຣະອົງກໍກ່າວກັບເອລີຟັດຊາວເຕມານວ່າ, “ເຮົາໃຈຮ້າຍໃຫ້ເຈົ້າກັບໝູ່ເພື່ອນອີກສອງຄົນຂອງເຈົ້າ, ເພາະເຈົ້າບໍ່ໄດ້ເວົ້າຄວາມຈິງກ່ຽວກັບເຮົາເໝືອນດັ່ງໂຢບຜູ້ຮັບໃຊ້ຂອງເຮົາ.8ບັດນີ້ ຈົ່ງນຳງົວເຖິງເຈັດໂຕ ແລະ ແກະເຖິງເຈັດໂຕໄປຫາໂຢບຜູ້ຮັບໃຊ້ຂອງເຮົາ ແລະ ຖວາຍເຄື່ອງເຜົາບູຊາສຳລັບພວກເຈົ້າເອງ. ແລ້ວໂຢບຜູ້ຮັບໃຊ້ຂອງເຮົາຈະອະທິຖານເພື່ອພວກເຈົ້າ, ແລະ ເຮົາຈະຮັບຄຳອະທິຖານຂອງລາວ ແລະ ບໍ່ລົງໂທດພວກເຈົ້າຕາມຄວາມໂງ່ຂອງພວກເຈົ້າ. ພວກເຈົ້າບໍ່ໄດ້ເວົ້າຄວາມຈິງກ່ຽວກັບເຮົາເໝືອນດັ່ງໂຢບຜູ້ຮັບໃຊ້ຂອງເຮົາ”.9ສະນັ້ນ ເອລີຟັດຊາວເຕມານ, ບິນດາດຊາວຊູອາ ແລະ ໂຊພາຊາວນາອາມາຈຶ່ງເຮັດຕາມທີ່ພຣະເຈົ້າຢາເວໄດ້ບອກພວກເຂົາ ແລະ ພຣະເຈົ້າຢາເວໄດ້ຮັບຄຳອະທິຖານຂອງໂຢບ.10ຫລັງຈາກທີ່ໂຢບອະທິຖານເພື່ອໝູ່ເພື່ອນຂອງລາວແລ້ວ, ພຣະເຈົ້າຢາເວໄດ້ເຮັດໃຫ້ເພິ່ນຈະເລີນຮຸ່ງເຮືອງຂຶ້ນອີກ ແລະ ໃຫ້ເພິ່ນມີຫລາຍກວ່າເກົ່າເປັນສອງເທົ່າທີ່ເພິ່ນເຄີຍມີມາກ່ອນ.11ແລ້ວພວກອ້າຍນ້ອງທັງໝົດ ແລະ ທຸກຄົນທີ່ຮູ້ຈັກກັນມາກ່ອນກໍພາກັນມາ ແລະ ກິນລ້ຽງສະຫລອງກັບເພິ່ນຢູ່ໃນເຮືອນຂອງໂຢບ. ພວກເຂົາເລົ້າໂລມໃຈ ແລະ ປອບໃຈເພິ່ນກ່ຽວກັບຄວາມທຸກລຳບາກທັງໝົດທີ່ພຣະເຈົ້າຢາເວໄດ້ນຳມາສູ່ເພິ່ນ, ແຕ່ລະຄົນໄດ້ເອົາເງິນໜຶ່ງແຜ່ນ ແລະ ແຫວນຄຳໜຶ່ງວົງມາມອບໃຫ້ເພິ່ນ,12ພຣະເຈົ້າຢາເວໄດ້ອວຍພອນຊີວິດໃນບັ້ນປາຍຂອງໂຢບຫລາຍຂຶ້ນກວ່າຕອນຕົ້ນ. ເພິ່ນມີແກະ 14.000 ໂຕ, ອູດ 6.000 ໂຕ, ງົວຜູ້ 1.000 ຄູ່ ແລະ ລໍ 1.000 ໂຕ.13ແລະ ເພິ່ນກໍຍັງມີລູກຊາຍເຈັດຄົນ ແລະ ລູກສາວສາມຄົນ.14ລູກສາວຄົນທຳອິດຂອງເພິ່ນຊື່ເຢມີມາ, ຄົນທີສອງຊື່ເກຊີຢາ ແລະ ຄົນທີສາມຊື່ເກເຣັນຮັບປຸກ.15ຕະຫລອດທົ່ວດິນແດນນັ້ນບໍ່ມີຍິງສາວຄົນໃດງາມເທົ່າບັນດາລູກສາວຂອງໂຢບ, ເພິ່ນໄດ້ແບ່ງມໍລະດົກໃຫ້ແກ່ພວກນາງເໝືອນດັ່ງທີ່ໃຫ້ກັບພວກອ້າຍຂອງພວກເຂົາ.16ຫລັງຈາກນັ້ນ ໂຢບມີຊີວິດຢູ່ອີກ 140 ປີ; ເພິ່ນໄດ້ເຫັນຫລານເຫລັນເຖິງສີ່ລຸ້ນ.17ແລ້ວໂຢບກໍໄດ້ຕາຍໄປ, ເມື່ອເພິ່ນເຖົ້າແກ່ຫລາຍແລ້ວ ແລະ ມີອາຍຸຍືນຍາວ.Biblica, Inc.