ສຸພາສິດ9
ຄຳເຊີນຂອງປັນຍາ ແລະ ຄວາມໂງ່ຈ້າ
1ປັນຍາໄດ້ສ້າງບ້ານຂອງຕົນຂຶ້ນ;ປັນຍາໄດ້ຕັ້ງເສົາເຈັດຕົ້ນ.2ປັນຍາໄດ້ຕຽມຊີ້ນ ແລະ ປະສົມເຫລົ້າອະງຸ່ນໄວ້;ປັນຍາຍັງໄດ້ຈັດໂຕະໄວ້ດ້ວຍ.3ປັນຍາໄດ້ສົ່ງຄົນຮັບໃຊ້ອອກໄປ, ແລະ ຮ້ອງບອກຈາກບ່ອນສູງສຸດຢູ່ໃນເມືອງວ່າ,4“ໃຫ້ທຸກຄົນທີ່ບໍ່ຮູ້ຈັກຄິດ ເຂົ້າມາໃນເຮືອນຂອງເຮົາ!”ປັນຍາເວົ້າກັບຄົນທີ່ບໍ່ຮູ້ຈັກຄິດວ່າ,5“ຈົ່ງມາກິນເຂົ້າຂອງເຮົາແລະ ດື່ມເຫລົ້າອະງຸ່ນທີ່ເຮົາໄດ້ປະສົມໄວ້.6ຈົ່ງປະຖິ້ມວິຖີທາງອັນບໍ່ຮູ້ຈັກຄິດຂອງເຈົ້າ ແລະ ເຈົ້າຈະມີຊີວິດຢູ່;ຈົ່ງເດີນຕາມທາງແຫ່ງຄວາມເຂົ້າໃຈ”.7ຜູ້ໃດທີ່ຕັກເຕືອນຄົນມັກເຢາະເຢີ້ຍກໍຈະຖືກດູໝິ່ນ;ຜູ້ທີ່ຕຳໜິຄົນຊົ່ວຮ້າຍ ກໍຈະຖືກທໍາຮ້າຍ.8ຢ່າໄປຕຳໜິຄົນມັກເຢາະເຢີ້ຍ ເພາະພວກເຂົາຈະກຽດຊັງເຈົ້າ;ຈົ່ງຕຳໜິຄົນສະຫລາດ ແລະ ພວກເຂົາຈະຮັກເຈົ້າ.9ຈົ່ງສັ່ງສອນຄົນສະຫລາດ ແລ້ວພວກເຂົາຈະສະຫລາດຫລາຍກວ່າເກົ່າ;ຈົ່ງສອນຄົນຊອບທຳ ແລ້ວພວກເຂົາຈະເພີ່ມການຮຽນຮູ້ຂອງພວກເຂົາໃຫ້ຫລາຍຂຶ້ນ.10ການຢຳເກງພຣະເຈົ້າຢາເວເປັນບໍ່ເກີດຂອງປັນຍາ,ແລະ ການຮູ້ຈັກອົງບໍລິສຸດເປັນບໍ່ເກີດແຫ່ງຄວາມເຂົ້າໃຈ.11ເພາະໂດຍທາງປັນຍາ ວັນເວລາຂອງເຈົ້າຈະມີຫລາຍຂຶ້ນ,ແລະ ເຈົ້າຈະມີອາຍຸຍືນຍາວ.12ຖ້າເຈົ້າມີປັນຍາ, ປັນຍາຂອງເຈົ້າຈະໃຫ້ບຳເໜັດແກ່ເຈົ້າ;ຖ້າເຈົ້າເປັນຄົນມັກເຢາະເຢີ້ຍ, ເຈົ້າກໍຈະທົນທຸກຢູ່ຄົນດຽວ.13ຄວາມໂງ່ຈ້າເປັນດັ່ງຍິງດື້ດ້ານ;ນາງເປັນຄົນບໍ່ຮູ້ຈັກຄິດ ແລະ ບໍ່ຮູ້ຫຍັງເລີຍ.14ນາງນັ່ງຢູ່ປະຕູເຮືອນຂອງຕົນ,ຫລື ນັ່ງຢູ່ບ່ອນສູງໃນເມືອງ,15ນາງເອີ້ນໃສ່ຄົນທີ່ຍ່າງຜ່ານໄປມາ,ຜູ້ທີ່ໃສ່ໃຈກິດທຸລະຂອງຕົນເອງວ່າ,16“ໃຫ້ທຸກຄົນທີ່ບໍ່ຮູ້ຈັກຄິດ, ເຂົ້າມາໃນເຮືອນຂອງເຮົາ!”ນາງເວົ້າກັບຄົນທີ່ບໍ່ຮູ້ຈັກຄິດວ່າ,17“ນໍ້າທີ່ລັກມາກໍຫວານຊື່ນໃຈ;ອາຫານທີ່ລີ້ກິນກໍແຊບດີ!”18ແຕ່ພວກເຂົາຮູ້ບໍ່ວ່າ ມີຄົນຕາຍຢູ່ທີ່ນັ້ນ,ແຂກທັງຫລາຍຂອງນາງກໍຢູ່ໃນແດນແຫ່ງຄວາມຕາຍ.Biblica, Inc.