ສຸພາສິດ10
1ສຸພາສິດຂອງໂຊໂລໂມນມີດັ່ງນີ້:ລູກທີ່ມີປັນຍາເຮັດໃຫ້ພໍ່ຂອງຕົນມີຄວາມສຸກ,ແຕ່ລູກທີ່ໂງ່ຈ້າເຮັດໃຫ້ແມ່ໂສກເສົ້າ.2ຊັບສົມບັດທີ່ໄດ້ມາຢ່າງບໍ່ສັດຊື່ນັ້ນບໍ່ມີຄຸນຄ່າຍືນຍົງ,ແຕ່ຄວາມຊອບທຳຊ່ວຍໃຫ້ພົ້ນຈາກຄວາມຕາຍ.3ພຣະເຈົ້າຢາເວຈະບໍ່ປ່ອຍໃຫ້ຄົນຊອບທຳອຶດຫິວ,ແຕ່ພຣະອົງຈະຂັດຂວາງບໍ່ໃຫ້ຄົນຊົ່ວຮ້າຍໄດ້ຕາມໃຈປາຖະໜາ.4ມືທີ່ຂີ້ຄ້ານເຮັດໃຫ້ທຸກຈົນລົງແຕ່ມືທີ່ດຸໝັ່ນເຮັດໃຫ້ຮັ່ງມີຂຶ້ນ.5ຄົນທີ່ຮວບຮວມເອົາຜົນລະປູກໄວ້ໃນລະດູຮ້ອນກໍເປັນລູກທີ່ສະຫລາດແຕ່ຄົນທີ່ນອນຫລັບໃນລະດູເກັບກ່ຽວກໍເປັນລູກທີ່ອັບອາຍຂາຍໜ້າ.6ພຣະພອນຢູ່ເທິງຫົວຂອງຄົນຊອບທຳ,ແຕ່ຄວາມຮຸນແຮງໄຫລຖ້ວມປາກຂອງຄົນຊົ່ວຮ້າຍ. 7ຊື່ຂອງຄົນຊອບທຳຈະໃຊ້ເປັນຄຳອວຍພອນ,ແຕ່ຊື່ຂອງຄົນຊົ່ວຮ້າຍຈະເສື່ອມເສຍໄປ.8ໃຈຂອງຄົນມີປັນຍາຈະຮັບເອົາຄຳສັ່ງສອນ,ແຕ່ຄົນໂງ່ຈ້າທີ່ເວົ້າໂລເລກໍຈະພົບຄວາມຈິບຫາຍ.9ຜູ້ໃດກໍ່ຕາມທີ່ເດີນຢູ່ໃນທາງທີ່ສັດຊື່ກໍຈະຍ່າງຢ່າງປອດໄພ,ແຕ່ຜູ້ໃດກໍ່ຕາມທີ່ເດີນຢູ່ໃນທາງທີ່ບໍ່ສັດຊື່ຈະຖືກເປີດເຜີຍ.10ຜູ້ທີ່ຍິກຄິ້ວຢ່າງມີເລ້ຫລ່ຽມກໍສ້າງຄວາມເດືອດຮ້ອນ,ແລະ ຄົນໂງ່ຈ້າທີ່ເວົ້າໂລເລກໍຈະພົບຄວາມຈິບຫາຍ.11ປາກຂອງຄົນຊອບທຳເປັນນ້ຳພຸແຫ່ງຊີວິດ,ແຕ່ປາກຂອງຄົນຊົ່ວຮ້າຍເຊື່ອງຊ້ອນຄວາມໂຫດຮ້າຍ.12ຄວາມກຽດຊັງເຮັດໃຫ້ເກີດຄວາມຂັດແຍ້ງ,ແຕ່ຄວາມຮັກກໍປົກປິດຄວາມຜິດທັງໝົດ.13ປັນຍາພົບໄດ້ຢູ່ໃນຮິມສົບຂອງຜູ້ທີ່ມີຄວາມເຂົ້າໃຈແຈ້ງດີ,ແຕ່ໄມ້ແສ້ມີໄວ້ສໍາລັບຫລັງຂອງຄົນທີ່ບໍ່ຮູ້ຈັກຄິດ.14ຄົນມີປັນຍາກໍສະສົມຄວາມຮູ້ໄວ້,ແຕ່ປາກຂອງຄົນໂງ່ຈ້ານຳເອົາຄວາມຈິບຫາຍມາ.15ຊັບສົມບັດຂອງຄົນຮັ່ງມີເປັນດັ່ງປ້ອມປ້ອງກັນເມືອງຂອງພວກເຂົາ,ແຕ່ຄວາມທຸກຍາກເປັນດັ່ງຄວາມຈິບຫາຍຂອງຄົນທຸກ.16ຄ່າຈ້າງຂອງຄົນຊອບທຳຄືຊີວິດ,ແຕ່ລາຍໄດ້ຂອງຄົນຊົ່ວຮ້າຍຄືຄວາມບາບ ແລະ ຄວາມຕາຍ.17ຜູ້ໃດກໍ່ຕາມທີ່ເອົາໃຈໃສ່ລະບຽບວິໄນກໍສະແດງທາງສູ່ຊີວິດ,ແຕ່ຜູ້ໃດກໍ່ຕາມທີ່ບໍ່ຍອມຮັບການດັດແປງແກ້ໄຂກໍພາຄົນອື່ນໄປໃນທາງທີ່ຜິດ.18ຜູ້ທີ່ເຊື່ອງຄວາມກຽດຊັງດ້ວຍປາກທີ່ເວົ້າຕົວະແລະ ຜູ້ທີ່ກະຈາຍຄໍານິນທາກໍເປັນຄົນໂງ່ຈ້າ.19ຄວາມບາບບໍ່ໄດ້ຈົບສິ້ນດ້ວຍການເວົ້າຫລາຍ,ແຕ່ຄົນສະຫລາດກໍລະງັບລີ້ນຂອງຕົນ.20ລີ້ນຂອງຄົນຊອບທຳເປັນດັ່ງເງິນຊັ້ນດີ,ແຕ່ໃຈຂອງຄົນຊົ່ວຮ້າຍກໍມີຄຸນຄ່າໜ້ອຍດຽວ.21ຮິມສົບຂອງຄົນຊອບທຳກໍລ້ຽງດູຄົນຈຳນວນຫລາຍ,ແຕ່ຄົນໂງ່ຈ້າຕາຍເພາະຂາດສາມັນສໍານຶກ.22ພຣະພອນຂອງພຣະເຈົ້າຢາເວນຳຄວາມຮັ່ງມີມາໃຫ້,ໂດຍບໍ່ໄດ້ເຮັດວຽກໜັກເພື່ອຈະຮັ່ງມີ.23ຄົນໂງ່ຈ້າພໍໃຈໃນແຜນການອັນຊົ່ວແຕ່ຄົນທີ່ມີຄວາມເຂົ້າໃຈກໍຍິນດີໃນປັນຍາຂອງຕົນ.24ສິ່ງທີ່ຄົນຊົ່ວຮ້າຍຢ້ານຈະໄລ່ທັນພວກເຂົາ;ສິ່ງທີ່ຄົນຊອບທຳປາຖະໜາກໍຈະໄດ້ຮັບ.25ເມື່ອລົມພະຍຸພັດຜ່ານ ຄົນຊົ່ວຮ້າຍກໍຖືກພັດໄປ,ແຕ່ຄົນຊອບທຳຢືນຢູ່ຢ່າງໝັ້ນຄົງຕະຫລອດໄປ.26ເໝືອນດັ່ງນ້ຳສົ້ມກັບແຂ້ວ ແລະ ຄວັນໄຟກັບຕາບໍ່ຖືກກັນສັນໃດຄົນຂີ້ຄ້ານກັບນາຍຈ້າງກໍບໍ່ຖືກກັນສັນນັ້ນ.27ການຢຳເກງພຣະເຈົ້າຢາເວເຮັດໃຫ້ມີຊີວິດຍືນຍາວ,ແຕ່ປີຂອງຄົນຊົ່ວຮ້າຍຈະຖືກຕັດໃຫ້ສັ້ນເຂົ້າ.28ຄວາມຫວັງຂອງຄົນຊອບທຳຄືຄວາມຊົມຊື່ນຍິນດີ,ແຕ່ຄວາມຫວັງຂອງຄົນຊົ່ວຮ້າຍກໍບໍ່ມີຫຍັງ.29ທາງຂອງພຣະເຈົ້າຢາເວເປັນບ່ອນລີ້ໄພສໍາລັບຄົນທີ່ບໍ່ມີຕຳໜິ,ແຕ່ເປັນຄວາມຈິບຫາຍຂອງຄົນທີ່ເຮັດຊົ່ວ.30ຄົນຊອບທຳຈະບໍ່ມີວັນຖືກຖອນຮາກ,ແຕ່ຄົນຊົ່ວຮ້າຍຈະບໍ່ໝັ້ນຄົງຢູ່ໃນແຜ່ນດິນ.31ປາກຂອງຄົນຊອບທຳນໍາເອົາຜົນແຫ່ງປັນຍາມາໃຫ້,ແຕ່ລີ້ນທີ່ມັກປີ້ນຄວາມຈະຖືກລະງັບໄວ້.32ຮິມສົບຂອງຄົນຊອບທຳຮູ້ຈັກວ່າຈະເຮັດສິ່ງໃດຈຶ່ງໄດ້ຮັບຄວາມກະລຸນາ,ແຕ່ປາກຂອງຄົນຊົ່ວຮ້າຍເວົ້າແຕ່ສິ່ງທີ່ເຮັດໃຫ້ເຈັບໃຈ.
Biblica, Inc.