ສຸພາສິດ8
ສຽງເອີ້ນຂອງປັນຍາ
1ປັນຍາບໍ່ໄດ້ເອີ້ນຫາບໍ?ຄວາມເຂົ້າໃຈບໍ່ໄດ້ສົ່ງສຽງເອີ້ນບໍ?2ປັນຍາຢືນຢູ່ເທິງບ່ອນສູງໄປຕາມທາງຍ່າງ,ແລະ ໄປຕາມທາງແຍກ, ປັນຍາຢືນຢູ່ທີ່ນັ້ນ;3ຢູ່ຂ້າງປະຕູເຂົ້າໄປໃນເມືອງ,ຢູ່ປາກປະຕູທາງເຂົ້າ, ປັນຍາຮ້ອງສຽງດັງວ່າ:4“ໂອ ປະຊາຊົນ, ເຮົາຮ້ອງຫາພວກເຈົ້າ;ເຮົາຍົກສຽງຂຶ້ນຮ້ອງຫາມະນຸດທຸກຄົນ.5ເຈົ້າຜູ້ຜູ້ເປັນຄົນອ່ອນຕໍ່ໂລກ, ຈົ່ງມີຄວາມສຸຂຸມຮອບຄອບ;ເຈົ້າຜູ້ເປັນຄົນໂງ່ຈ້າ ຈົ່ງໃສ່ໃຈໃນສິ່ງນີ້. 6ຈົ່ງຟັງ, ເພາະເຮົາມີສິ່ງທີ່ສໍາຄັນຫລາຍຈະມາບອກ;ເຮົາອ້າປາກຂອງເຮົາເພື່ອເວົ້າສິ່ງທີ່ຖືກຕ້ອງ.7ປາກຂອງເຮົາເວົ້າສິ່ງທີ່ເປັນຄວາມຈິງ,ເພາະຮີມສົບຂອງເຮົາກຽດຊັງຄວາມຊົ່ວຮ້າຍ.8ຄໍາເວົ້າທັງໝົດຈາກປາກຂອງເຮົາແມ່ນຍຸຕິທຳ;ບໍ່ມີຄຳໃດທີ່ຫລອກລວງ ຫລື ບິດເບືອນ.9ສໍາລັບຜູ້ທີ່ພິຈາລະນາຄໍາເວົ້າທັງໝົດຈະເຂົ້າໃຈ;ເປັນຄໍາເວົ້າທີ່ທ່ຽງທຳຕໍ່ບັນດາຜູ້ທີ່ຄົ້ນພົບຄວາມຮູ້.10ຈົ່ງເລືອກເອົາຄຳສັ່ງສອນຂອງເຮົາແທນທີ່ຈະເລືອກເອົາເງິນ,ຈົ່ງເລືອກເອົາຄວາມຮູ້ຫລາຍກວ່າເລືອກເອົາຄໍາເນື້ອດີ,11ເພາະປັນຍາມີຄ່າກວ່າເພັດພອຍ,ແລະ ບໍ່ມີສິ່ງໃດທີ່ເຈົ້າປາຖະໜາຈະປຽບທຽບກັບປັນຍາໄດ້.12“ເຮົາ, ຄືປັນຍາ, ຢູ່ຮ່ວມກັນກັບຄວາມຮອບຄອບ;ເຮົາມີຄວາມຮູ້ ແລະ ຄວາມສະຫລາດ.13ການຢຳເກງພຣະເຈົ້າຢາເວແມ່ນການກຽດຊັງຄວາມຊົ່ວຮ້າຍ;ເຮົາກຽດຊັງຄວາມຈອງຫອງ ແລະ ຄວາມໂອ້ອວດ,ການປະພຶດຊົ່ວ ແລະ ການເວົ້າປີ້ນຄວາມ.14ຄຳປຶກສາ ແລະ ການຕັດສິນທີ່ຖືກຕ້ອງເປັນຂອງເຮົາ;ເຮົາມີຄວາມເຂົ້າໃຈ ແລະ ມີອຳນາດ.15ໂດຍປັນຍາ ບັນດາກະສັດຈຶ່ງໄດ້ຂຶ້ນປົກຄອງແລະ ຜູ້ປົກຄອງກໍອອກກົດໝາຍຢ່າງຍຸຕິທຳ;16ໂດຍປັນຍາ ບັນດາເຈົ້ານາຍຈຶ່ງໄດ້ຂຶ້ນປົກຄອງ,ແລະ ບັນດາຂຸນນາງຄືຜູ້ທີ່ປົກຄອງທັງໝົດຢູ່ໃນໂລກ. 17ເຮົາຮັກຄົນທັງຫລາຍທີ່ຮັກເຮົາ,ແລະ ຜູ້ທີ່ຊອກຫາເຮົາກໍໄດ້ພົບເຮົາ.18ເຮົາມີຊັບສົມບັດ ແລະ ມີກຽດ,ມີຄວາມຮັ່ງມີ ແລະ ຈະເລີນຮຸ່ງເຮືອງຕະຫລອດໄປດ້ວຍ.19ຜົນຂອງເຮົາກໍດີກວ່າຄຳບໍລິສຸດ;ສິ່ງທີ່ເຮົາໃຫ້ນັ້ນກໍມີຄຸນຄ່າຫລາຍກວ່າເງິນເນື້ອດີ.20ເຮົາເດີນໃນທາງແຫ່ງຄວາມຊອບທຳ,ຕາມວິຖີແຫ່ງຄວາມຍຸຕິທຳ,21ເຮົາໃຫ້ມໍລະດົກລ້ຳຄ່າແກ່ຜູ້ທີ່ຮັກເຮົາແລະ ເຮັດໃຫ້ຄັງສົມບັດຂອງພວກເຂົາເຕັມ.22“ພຣະເຈົ້າຢາເວໄດ້ສ້າງເຮົາຂຶ້ນມາເປັນຜົນງານຊິ້ນທຳອິດ, ກ່ອນກິດຈະການຂອງພຣະອົງຕັ້ງແຕ່ດົນນານມາແລ້ວ;23ເຮົາໄດ້ຖືກສ້າງມາເມື່ອດົນນານມາແລ້ວ,ຕັ້ງແຕ່ປະຖົມມະການ, ເມື່ອໂລກຖືກສ້າງຂຶ້ນມາ.24ເຮົາເກີດຂຶ້ນມາກ່ອນຈະມີຫ້ວງນໍ້າເລິກ,ກ່ອນນ້ຳພຸທີ່ມີນ້ຳພຸ່ງຂຶ້ນມາ;25ກ່ອນບັນດາພູເຂົາຈະຖືກໄວ້ສ້າງຂຶ້ນໄວ້ຢູ່ໃນບ່ອນຂອງມັນ,ກ່ອນມີເນີນພູ, ເຮົາກໍເກີດແລ້ວ,26ກ່ອນທີ່ພຣະເຈົ້າໄດ້ສ້າງໂລກ ຫລື ທົ່ງຫຍ້າທັງຫລາຍຫລື ກ່ອນຂີ້ຝຸ່ນດິນໃດໆຂອງໂລກ.27ເຮົາຢູ່ທີ່ນັ້ນ ເມື່ອພຣະອົງຈັດວາງຟ້າສະຫວັນ,ເມື່ອພຣະອົງຂີດເສັ້ນຂອບຟ້າເທິງໜ້າມະຫາສະໝຸດ,28ເມື່ອພຣະອົງວາງຕຳແໜ່ງເມກເບື້ອງເທິງແລະ ໄດ້ກຳນົດຕານໍ້າແຫ່ງບາດານຢ່າງໝັ້ນຄົງ,29ເມື່ອພຣະອົງຂີດພົມແດນຂອງທະເລເພື່ອບໍ່ໃຫ້ນ້ຳລົ້ນຂຶ້ນເກີນເຂດຄໍາສັ່ງຂອງພຣະອົງ,ແລະ ເມື່ອພຣະອົງວາງຮາກຖານຂອງໂລກ.30ໃນເວລານັ້ນ ເຮົາຢູ່ຄຽງຂ້າງພຣະອົງຕະຫລອດເວລາ. ເຮົາກໍເຕັມໄປດ້ວຍຄວາມຍິນດີວັນຕໍ່ວັນ,ຊື່ນຊົມຍິນດີຢູ່ຕໍ່ໜ້າພຣະອົງສະເໝີ,31ຊື່ນຊົມຍິນດີຢູ່ໃນໂລກທັງໝົດຂອງພຣະອົງແລະ ມີຄວາມຍິນດີໃນມະນຸດຊາດ.32“ບັດນີ້ ລູກເອີຍ, ຈົ່ງຟັງເຮົາ;ຄວາມສຸກເປັນຂອງຜູ້ທີ່ຮັກສາວິຖີທາງຂອງເຮົາ.33ຄວາມສຸກເປັນຂອງຜູ້ທີ່ຟັງຄໍາສັ່ງສອນຂອງເຮົາ ແລະ ຈະກາຍເປັນຄົນມີປັນຍາ;ຢ່າເມີນເສີຍຕໍ່ຄໍາສັ່ງສອນນັ້ນເລີຍ.34ພຣະພອນເປັນຂອງຜູ້ທີ່ຟັງເຮົາ,ຄື ຜູ້ທີ່ກໍາລັງລໍຖ້າຢູ່ທີ່ປະຕູຂອງເຮົາທຸກໆວັນ,ລໍຖ້າຢູ່ປະຕູເຮືອນຂອງເຮົາ.35ເພາະຄົນທີ່ພົບເຮົາຍ່ອມພົບຊີວິດແລະ ໄດ້ຮັບຄວາມພໍໃຈຈາກພຣະເຈົ້າຢາເວ.36ແຕ່ຄົນທີ່ບໍ່ພົບເຮົາກໍຮັກຄວາມຕາຍ;ທຸກຄົນທີ່ກຽດຊັງເຮົາກໍຮັກຄວາມຕາຍ”.Biblica, Inc.