ສຸພາສິດ7
ຄຳເຕືອນເລື່ອງຍິງຫລິ້ນຊູ້
1ລູກເອີຍ, ຈົ່ງຮັກສາຖ້ອຍຄໍາຂອງພໍ່ໄວ້ຈົ່ງເກັບສະສົມຄຳສັ່ງສອນຂອງພໍ່ໄວ້ພາຍໃນຕົວເຈົ້າ.2ຈົ່ງຮັກສາຄຳສັ່ງຂອງພໍ່ໄວ້ ແລ້ວເຈົ້າຈະມີຊີວິດຢູ່;ຈົ່ງຖືຮັກສາຄຳສອນຂອງພໍ່ໄວ້ດັ່ງແກ້ວຕາຂອງເຈົ້າ.3ຈົ່ງພັນມັນໄວ້ອ້ອມນິ້ວມືຂອງເຈົ້າເປັນເຄື່ອງເຕືອນໃຈ;ຈົ່ງຂຽນມັນໃສ່ແຜ່ນຫົວໃຈຂອງເຈົ້າ.4ຈົ່ງເວົ້າຕໍ່ປັນຍາວ່າ, “ເຈົ້າເປັນເອື້ອຍຂອງຂ້ອຍ”,ແລະ ຈົ່ງເວົ້າຕໍ່ຄວາມເຂົ້າໃຈອັນເລິກເຊິ່ງວ່າ, “ເຈົ້າເປັນຍາດພີ່ນ້ອງຂອງຂ້ອຍ”.5ສິ່ງເຫລົ່ານີ້ຈະປົກປ້ອງເຈົ້າຈາກຍິງຫລິ້ນຊູ້,ຈາກຍິງເອົາແຕ່ໃຈດ້ວຍຄຳເວົ້າອັນລໍ້ລວງຂອງນາງ.6ຢູ່ປ່ອງຢ້ຽມເຮືອນຂອງເຮົາເຮົາແນມເບິ່ງຜ່ານຕາໜ່າງລົງໄປ.7ເຮົາເຫັນບັນດາຄົນທີ່ຍັງອ່ອນຕໍ່ໂລກ,ເຮົາສັງເກດທ່າມກາງບັນດາຊາຍໜຸ່ມ,ມີຊາຍຄົນໜຶ່ງທີ່ບໍ່ຮູ້ຈັກຄິດ.8ລາວກໍາລັງຍ່າງໄປຕາມຖະໜົນໃກ້ແຈບ້ານຂອງນາງ,ກໍາລັງຍ່າງຊື່ໄປຫາເຮືອນຂອງນາງ9ໃນຕອນຄໍ່າ, ຂະນະທີ່ຕາເວັນກໍາລັງຕົກດິນ,ເມື່ອຄວາມມືດໃນຕອນຄໍ່າກໍາລັງມາ.10ມີຍິງຄົນໜຶ່ງອອກມາພົບລາວ,ນາງແຕ່ງຕົວດັ່ງຍິງໂສເພນີ ແລະ ມີເລ້ຫລ່ຽມຢູ່ໃນໃຈ.11(ນາງດື້ດ້ານ ແລະ ບໍ່ຮູ້ຈັກອາຍ,ນາງບໍ່ເຄີຍຢູ່ບ້ານ;12ຕອນນີ້ ນາງຢູ່ຕາມຖະໜົນ, ບັດນີ້ ຢູ່ຕາມລານສາທາລະນະ,ນາງດັກຊຸ້ມຢູ່ຕາມທຸກແຈຖະໜົນ.)13ນາງໂດດກອດລາວ ແລະ ຈູບລາວແລະ ເວົ້າແບບໜ້າບໍ່ອາຍວ່າ:14“ມື້ນີ້ ຂ້ອຍໄດ້ເຮັດຕາມທີ່ຂ້ອຍສາບານໄວ້,ແລະ ຂ້ອຍມີອາຫານມາຈາກການຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທຳຢູ່ເຮືອນແລ້ວ.15ດັ່ງນັ້ນ ຂ້ອຍຈຶ່ງອອກມາພົບເຈົ້າ;ຂ້ອຍໄດ້ຊອກຫາເຈົ້າ ແລະ ຂ້ອຍກໍໄດ້ພົບເຈົ້າແລ້ວ!16ຂ້ອຍໄດ້ປູບ່ອນນອນຂອງຂ້ອຍໄວ້ດ້ວຍຜ້າຝ້າຍລີນິນສີສົດໃສຈາກເອຢິບ.17ຂ້ອຍໄດ້ພົມບ່ອນນອນໃຫ້ຫອມດ້ວຍຢາງໄມ້ຫອມ ແລະ ອົບເຊີຍ.18ຈົ່ງມາ, ມາດື່ມດໍ່າຄວາມຮັກນຳກັນຈົນເຖິງຕອນເຊົ້າ;ໃຫ້ພວກເຮົາມ່ວນຊື່ນນໍາກັນກັບຄວາມຮັກ!19ຜົວຂອງຂ້ອຍບໍ່ຢູ່ເຮືອນ;ລາວໄດ້ເດີນທາງໄປໄກ.20ລາວຖືເງິນໄປເຕັມກະເປົາແລະ ຈະບໍ່ຢູ່ເຮືອນຈົນເຖິງວັນເດືອນເຕັມດວງ”.21ນາງໄດ້ເຮັດໃຫ້ລາວຫລົງດ້ວຍຄຳເວົ້າອັນອ່ອນຫວານ;ນາງຫລອກລໍ້ລາວດ້ວຍຄຳເວົ້າອັນນິ້ມນວນ.22ທັນໃດນັ້ນ ລາວກໍຕິດຕາມນາງໄປດັ່ງງົວເຖິກທີ່ຖືກຈູງໄປຂ້າ,ດັ່ງກວາງທີ່ກໍາລັງຖືກຕ້ອນລົງໄປຂຸມແຮ້ວ23ຈົນຖືກລູກທະນູແທງທະລຸເຖິງຕັບ,ລາວເປັນດັ່ງນົກບິນເຂົ້າໄປໃນບ້ວງແຮ້ວ,ໂດຍບໍ່ຮູ້ເລີຍວ່າຄວາມຕາຍຈະເອົາຊີວິດຂອງລາວໄປ.24ບັດນີ້ ລູກເອີຍ, ຈົ່ງຟັງພໍ່;ຈົ່ງເອົາໃຈໃສ່ໃນສິ່ງທີ່ພໍ່ບອກ.25ຢ່າປ່ອຍໃຈຂອງເຈົ້າໄປຕາມທາງຂອງນາງຫລື ຢ່າຫລົງໄປຕາມວິຖີທາງຂອງນາງ.26ມີຜູ້ຊາຍຫລາຍຄົນເປັນເຫຍື່ອທີ່ນາງໄດ້ເຮັດໃຫ້ລົ້ມລົງ;ຄົນຍິ່ງໃຫຍ່ກໍຕາຍເພາະນາງ.27ເຮືອນຂອງນາງເປັນທາງຫລວງໄປສູ່ຂຸມຝັງສົບ,ນຳລົງໄປສູ່ຫ້ອງແຫ່ງຄວາມຕາຍ.Biblica, Inc.