ສຸພາສິດ6
ຄຳຕັກເຕືອນຕໍ່ຄວາມໂງ່ຈ້າ
1ລູກເອີຍ, ຖ້າເຈົ້າໄດ້ຄ້ຳປະກັນໃຫ້ເພື່ອນບ້ານ,ຖ້າເຈົ້າໄດ້ຈັບມືສັນຍາກັບຄົນແປກໜ້າ,2ເຈົ້າກໍໄດ້ຖືກບ້ວງແຮ້ວຈາກສິ່ງທີ່ເຈົ້າເວົ້າ,ເຈົ້າໄດ້ຖືກຈັບຈາກຄຳເວົ້າຂອງປາກເຈົ້າເອງ.3ລູກເອີຍ, ເມື່ອເຈົ້າຕົກຢູ່ໃນມືຂອງເພື່ອນບ້ານ,ສະນັ້ນ ຈົ່ງເຮັດແບບນີ້ເພື່ອປົດປ່ອຍຕົວເຈົ້າເອງ:ຈົ່ງອອກໄປອ້ອນວອນຂໍຈົນບໍ່ມີແຮງ ຢ່າໃຫ້ເພື່ອນບ້ານຂອງເຈົ້າໄດ້ພັກຜ່ອນ!4ຢ່າໃຫ້ຕາຂອງເຈົ້າໄດ້ນອນຫລັບ,ຢ່າໃຫ້ເປືອກຕາຂອງເຈົ້າເຊືອບຫລັບໄປ5ຈົ່ງປົດປ່ອຍຕົນເອງໃຫ້ເປັນອິດສະຫລະດັ່ງກວາງທີ່ປົບໜີຈາກມືຂອງນາຍພານ,ດັ່ງນົກທີ່ໜີຈາກບ້ວງແຮ້ວຂອງນາຍພານ.6ເຈົ້າຄົນຂີ້ຄ້ານ, ຈົ່ງໄປຮຽນຮູ້ບົດຮຽນຈາກມົດ;ຈົ່ງພິຈາລະນາວິທີການຂອງມັນ ແລະ ຈົ່ງເປັນຄົນສະຫລາດຂຶ້ນ!7ມັນບໍ່ມີຜູ້ບັນຊາ,ບໍ່ມີຜູ້ຄວບຄຸມ ຫລື ບໍ່ມີຜູ້ປົກຄອງ,8ແຕ່ມັນກໍຍັງສະສົມອາຫານໄວ້ໄດ້ໃນລະດູຮ້ອນແລະ ຮວບຮວມອາຫານໄວ້ຕັ້ງແຕ່ໃນລະດູເກັບກ່ຽວ.9ເຈົ້າຄົນຂີ້ຄ້ານ, ເຈົ້າຈະນອນຢູ່ອີກດົນປານໃດ?ເມື່ອໃດເຈົ້າຈະຕື່ນຂຶ້ນຈາກນອນ?10ເຈົ້າເວົ້າວ່າ, ຂໍນອນອີກໜ້ອຍໜຶ່ງ, ເຊືອບນອນອີກຈັກໜ້ອຍ,ເອົາມືກອດເອິກຫລັບບຶດໜຶ່ງ11ແລະ ຄວາມທຸກຍາກຈະມາຫາເຈົ້າດັ່ງຄົນຂີ້ລັກແລະ ຄວາມຂັດສົນຈະໂຈມຕີເຈົ້າດັ່ງມີຄົນໜຶ່ງຖືອາວຸດມາ.12ຄົນສ້າງບັນຫາ ແລະ ຄົນຊົ່ວຮ້າຍ,ທີ່ມັກໄປຊອກຫາຕົວະ,13ຜູ້ທີ່ຍິກຄີ້ວເພື່ອຫວັງທໍາລາຍ,ສັ່ນຕີນຂອງຕົນເປັນສັນຍານແລະ ດີດນິ້ວມືສົ່ງສັນຍານ,14ຜູ້ທີ່ວາງແຜນການອັນຊົ່ວຮ້າຍດ້ວຍການຫລອກລວງຢູ່ໃນໃຈລາວມັກສ້າງຄວາມຂັດແຍ້ງຕະຫລອດ.15ເຫດສະນັ້ນ ຄວາມຈິບຫາຍຈະມາຫາລາວແບບບໍ່ຮູ້ຕົວ;ລາວຈະຖືກທໍາລາຍໃນທັນທີທັນໃດ ໂດຍບໍ່ມີວິທີປ້ອງກັນໄດ້.16ມີຫົກຢ່າງທີ່ພຣະເຈົ້າຢາເວກຽດຊັງ, ມີເຈັດຢ່າງທີ່ພຣະອົງກຽດຊັງຄື:17ຕາທີ່ຈອງຫອງ, ລີ້ນທີ່ເວົ້າຕົວະ, ມືທີ່ຂ້າຄົນບໍລິສຸດ18ໃຈທີ່ຄິດແຜນການຊົ່ວຮ້າຍ, ຕີນທີ່ຟ້າວແລ່ນໄປເຮັດຊົ່ວ,19ເປັນພະຍານບໍ່ຈິງຕໍ່ສູ້ຄົນອື່ນ ແລະ ເປັນຄົນທີ່ສ້າງຄວາມຂັດແຍ້ງກັນຢູ່ໃນຊຸມຊົນ.ຄຳເຕືອນຕໍ່ສູ້ການຫລິ້ນຊູ້
20ລູກເອີຍ, ຈົ່ງຮັກສາຄຳສັ່ງຂອງພໍ່ເຈົ້າແລະ ຢ່າປະຖິ້ມຄຳສັ່ງສອນຂອງແມ່ເຈົ້າ.21ຈົ່ງຜູກມັນໄວ້ໃນໃຈຂອງເຈົ້າສະເໝີ;ຈົ່ງມັດມັນໄວ້ອ້ອມຄໍຂອງເຈົ້າ.22ເມື່ອເຈົ້າຍ່າງໄປ, ພວກມັນຈະນຳພາເຈົ້າ;ເມື່ອເຈົ້ານອນຫລັບ, ພວກມັນຈະຄອຍເບິ່ງແຍງ;ເມື່ອເຈົ້າຕື່ນຂຶ້ນ, ພວກມັນຈະເວົ້າກັບເຈົ້າ.23ເພາະຄຳສັ່ງນີ້ເປັນຕະກຽງ,ຄຳສັ່ງສອນນີ້ເປັນແສງສະຫວ່າງ,ແລະ ເປັນສິ່ງທີ່ດັດແປງແກ້ໄຂ ແລະ ໃຫ້ຄໍາແນະນໍາແລະ ສັ່ງສອນເຖິງທາງແຫ່ງຊີວິດ,24ຮັກສາເຈົ້າໃຫ້ພົ້ນຈາກເມຍຂອງເພື່ອນບ້ານຂອງເຈົ້າ,ຈາກຄຳເວົ້າທີ່ຫລ່ຽນໄຫລຂອງຍິ່ງທີ່ເອົາແຕ່ໃຈຕົນເອງ.25ຢ່າໃຫ້ຄວາມງາມຂອງນາງຍົວະເຍົ້າໃຈເຈົ້າໄດ້ຫລື ຢ່າໃຫ້ນາງຫວ່ານສະເໜ່ເຈົ້າດ້ວຍສາຍຕາຂອງນາງ.26ເພາະຍິງໂສເພນີກໍສາມາດແລກໄດ້ດ້ວຍອາຫານຈານໜຶ່ງ,ແຕ່ເມຍຂອງຊາຍອື່ນຈະລ່າເອົາຊີວິດອັນມີຄ່າຂອງເຈົ້າ.27ຜູ້ໃດຫອບຖ່ານໄຟແດງໄວ້ໃນເອິກຂອງຕົນໄດ້ໂດຍທີ່ເສື້ອຂອງຕົນບໍ່ໄໝ້?28ຜູ້ໃດແດ່ຍ່າງຢູ່ເທິງຖ່ານໄຟຮ້ອນໂດຍທີ່ຕີນຂອງຕົນບໍ່ໄໝ້?29ຜູ້ທີ່ນອນນໍາເມຍຂອງຊາຍອື່ນກໍເປັນດັ່ງນັ້ນແຫລະ;ບໍ່ມີຜູ້ໃດທີ່ແຕະຕ້ອງນາງແລ້ວຈະບໍ່ຖືກລົງໂທດ.30ຄົນເຮົາຍັງຮູ້ຈັກສົງສານຄົນຂີ້ລັກທີ່ລັກເພື່ອບັນເທົາຄວາມຫິວຂອງຕົນ ໃນຂະນະທີ່ລາວກໍາລັງຫິວຢູ່ນັ້ນ.31ແຕ່ຖ້າລາວຖືກຈັບໄດ້, ລາວກໍຈະຕ້ອງຈ່າຍຄືນເຖິງເຈັດເທົ່າ,ເຖິງແມ່ນວ່າລາວຈະຕ້ອງສູນເສຍຊັບສິນທຸກຢ່າງໃນບ້ານຂອງຕົນໄປກໍຕາມ.32ແຕ່ຊາຍທີ່ຫລິ້ນຊູ້ເປັນຄົນບໍ່ຮູ້ຈັກຄິດ;ຜູ້ໃດກໍຕາມທີ່ເຮັດເຊັ່ນນັ້ນກໍທຳລາຍຕົນເອງ.33ລາວຈະໄດ້ຮັບຄວາມຈິບຫາຍ ແລະ ຄວາມອັບອາຍ,ແລະ ຄວາມອັບອາຍຂາຍໜ້າຂອງລາວຈະບໍ່ມີມື້ຖືກລຶບລ້າງໄດ້.34ເພາະຄວາມຫຶງຫວງຈະເພີ່ມທະວີຄວາມແຄ້ນຂອງຜູ້ທີ່ເປັນຜົວ,ແລະ ເມື່ອລາວແກ້ແຄ້ນ, ລາວຈະບໍ່ສະແດງຄວາມເມດຕາ.35ລາວຈະບໍ່ຍອມຮັບຄ່າທຳຂວັນໃດໆ;ເຖິງວ່າຄ່າທຳຂວັນນັ້ນຈະຫລາຍສໍ່າໃດກໍ່ຕາມ, ລາວກໍຈະບໍ່ຍອມຮັບຢ່າງເດັດຂາດ.Biblica, Inc.