ສຸພາສິດ5

ຄຳເຕືອນ​ຕໍ່ສູ້​ການ​ຫລິ້ນຊູ້

1ລູກ​ເອີຍ, ຈົ່ງ​ຕັ້ງໃຈ​ຟັງ​ປັນຍາ​ຂອງ​ພໍ່,ຈົ່ງ​ງ່ຽງ​ຫູ​ຟັງ​ຖ້ອຍ​ຄຳ​ທີ່​ມີ​ຄວາມ​ໝາຍ​ອັນ​ເລິກເຊິ່ງ​ຂອງ​ພໍ່,2ເພື່ອ​ເຈົ້າ​ຈະ​ຮັກສາ​ຄວາມ​ຮອບຄອບແລະ ປາກ​ຂອງ​ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ມີ​ຄວາມ​ຮູ້.3ເພາະ​ຮີມສົບ​ຂອງ​ຍິງ​ຫລິ້ນຊູ້​ກໍ​ຫວານ​ດັ່ງ​ນ້ຳເຜິ້ງ.ແລະ ຄຳ​ເວົ້າ​ຂອງ​ນາງ​ກໍ​ຫລ່ຽນໄຫລ​ຍິ່ງ​ກວ່າ​ນ້ຳ​ມັນ;4ແຕ່​ໃນ​ທີ່ສຸດ ນາງ​ຂົມ​ຍິ່ງ​ກວ່າ​ເຄືອເຂົາຮໍ,ຄົມ​ຍິ່ງ​ກວ່າ​ດາບ​ສອງ​ຄົມ.5ຕີນ​ຂອງ​ນາງ​ນຳ​ໄປ​ສູ່​ຄວາມ​ຕາຍ;ບາດ​ຍ່າງ​ຂອງ​ນາງ​ຊື່​ຕົງ​ໄປ​ຫາ​ຂຸມ​ຝັງ​ສົບ.6ນາງ​ບໍ່​ສົນ​ໃຈ​ທາງ​ແຫ່ງ​ຊີວິດ;ວິຖີທາງ​ຂອງ​ນາງ​ວົງວຽນ​ໄປ​ມາ​ບໍ່​ມີ​ຈຸດ​ໝາຍ, ແຕ່​ນາງ​ບໍ່​ຮູ້.
7ບັດນີ້, ລູກ​ເອີຍ, ຈົ່ງ​ຟັງ​ພໍ່;ແລະ ຢ່າ​ຫັນ​ໜີ​ໄປ​ຈາກ​ສິ່ງ​ທີ່​ພໍ່​ບອກ.8ຈົ່ງ​ຮັກສາ​ວິຖີທາງ​ຂອງ​ເຈົ້າ​ໃຫ້​ຫ່າງ​ໄກ​ຈາກ​ນາງ,ຢ່າ​ເຂົ້າ​ໄປ​ໃກ້​ປະຕູ​ເຮືອນ​ຂອງ​ນາງ,9ຢ້ານ​ວ່າ​ເຈົ້າ​ຈະ​ເສຍ​ກຽດ​ຂອງ​ເຈົ້າ​ໃຫ້​ແກ່​ຄົນ​ອື່ນແລະ ສັກສີ  ​ຂອງ​ເຈົ້າ​ໃຫ້​ແກ່​ຄົນ​ໂຫດ​ຮ້າຍ.10ຢ້ານ​ວ່າ​ຄົນແປກໜ້າ​ຈະ​ໃຊ້​ຊັບສິນ​ຂອງ​ເຈົ້າແລະ ສິ່ງ​ທີ່​ພວກເຈົ້າ​ຊອກ​ຫາ​ມາ​ໄດ້​ຈະ​ຕົກ​ແກ່​ເຮືອນ​ຂອງ​ຄົນ​ອື່ນ.11ໃນ​ບັ້ນ​ປາຍ​ຊີວິດ​ຂອງ​ເຈົ້າ ເຈົ້າ​ຈະ​ຮ້ອງ​ຄວນຄາງ,ເມື່ອ​ເນື້ອໜັງ ແລະ ຮ່າງກາຍ​ຂອງ​ເຈົ້າ​ເສື່ອມໂຊມ​ລົງ.12ເຈົ້າ​ຈະ​ເວົ້າ​ວ່າ, “ຂ້ອຍ​ຊັງ​ລະບຽບ​ວິໄນ​ຫລາຍ!ແລະ ຫົວໃຈ​ຂອງ​ຂ້ອຍ​ປະຕິເສດ​ການ​ປັບປຸງ​ແກ້ໄຂ!13ຂ້ອຍ​ບໍ່​ເຊື່ອຟັງ​ຄໍາ​ຄູ​ອາຈານ​ຂອງ​ຂ້ອຍຫລື ງ່ຽງ​ຫູ​ຂອງ​ຂ້ອຍ​ໄປ​ຫາ​ຜູ້​ທີ່​ແນະນໍາ​ຂ້ອຍ.14ແລະ ອີກ​ບໍ່​ດົນ ຂ້ອຍ​ຈະ​ພົບ​ຄວາມ​ເດືອດຮ້ອນ​ຢ່າງ​ໜັກໃນ​ບ່ອນ​ຊຸມນຸມ​ຂອງ​ປະຊາຊົນ​ຂອງ​ພຣະເຈົ້າ”.
15ຈົ່ງ​ດື່ມ​ນ້ຳ​ຈາກ​ອ່າງ​ເກັບ​ນ້ຳ​ຂອງ​ເຈົ້າ,ນ້ຳ​ທີ່​ໄຫລ​ຈາກ​ອ່າງ​ຂອງ​ເຈົ້າ​ເອງ.16ຄວນ​ໃຫ້​ນ້ຳພຸ​ຂອງ​ເຈົ້າ​ໄຫລ​ລົ້ນ​ອອກ​ໄປ​ຕາມ​ຖະໜົນ​ບໍ,ຫລື ໃຫ້​ສາຍນໍ້າ​ຂອງ​ເຈົ້າ​ໄຫລ​ໄປ​ໃນ​ແຖວ​ຊຸມຊົນ?17ຈົ່ງ​ໃຫ້​ສາຍນ້ຳ​ເຫລົ່ານັ້ນ​ເປັນ​ຂອງ​ເຈົ້າ​ຜູ້​ດຽວ,ຈົ່ງ​ຢ່າ​ໄດ້​ແບ່ງປັນ​ໃຫ້​ກັບ​ຄົນແປກໜ້າ.18ຂໍ​ໃຫ້​ນ້ຳພຸ​ຂອງ​ເຈົ້າ​ໄດ້​ຮັບ​ພອນແລະ ຂໍ​ໃຫ້​ເຈົ້າ​ພົບ​ຄວາມ​ຊື່ນຊົມຍິນດີ​ໃນ​ເມຍ​ຂອງ​ເຈົ້າ​ທີ່​ໄດ້​ມາ​ຕັ້ງແຕ່​ຍັງ​ໜຸ່ມ.19ດັ່ງ​ກວາງ​ແມ່​ທີ່​ໜ້າ​ຮັກ, ເຍືອງຜາ​ທີ່​ສະຫງ່າງາມຂໍ​ໃຫ້​ນົມ​ຂອງ​ນາງ​ເຮັດ​ໃຫ້​ເຈົ້າ​ອິ່ມໃຈ​ໄດ້​ສະເໝີ,ຂໍ​ໃຫ້​ເຈົ້າ​ຫລົງໄຫລ​ໃນ​ຄວາມ​ຮັກ​ຂອງ​ນາງ​ຕະຫລອດ​ໄປ.20ລູກ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ໄປ​ມົວເມົາ​ກັບ​ເມຍ​ຂອງ​ຊາຍ​ອື່ນ?ເປັນຫຍັງ​ເຈົ້າ​ຈຶ່ງ​ໄປ​ແນບ​ເອິກ​ຍິງ​ທີ່​ຫລົງຜິດ?
21ເພາະ​ທາງ​ທັງຫລາຍ​ຂອງ​ເຈົ້າ​ຢູ່​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢາເວ,ແລະ ພຣະອົງ​ກວດສອບ​ເບິ່ງ​ທຸກ​ວິຖີທາງ​ຂອງ​ເຈົ້າ.22ການ​ກະທໍາ​ຊົ່ວ​ຂອງ​ຄົນ​ຊົ່ວຮ້າຍ​ກໍ​ດັກ​ຈັບ​ພວກເຂົາ​ເອງ;ເຊືອກ​ແຫ່ງ​ຄວາມ​ບາບ​ຂອງ​ພວກເຂົາ​ກໍ​ຮັດ​ພວກເຂົາ​ໄວ້​ແໜ້ນ.23ພວກເຂົາ​ຈະ​ຕາຍ​ໄປ ເພາະ​ຂາດ​ລະບຽບ​ວິໄນ,ຖືກ​ນໍາ​ໃຫ້​ຫລົງ​ໄປ​ໃນ​ທາງ​ທີ່​ຜິດ ເພາະ​ຄວາມ​ໂງ່ຈ້າ​ທີ່ສຸດ​ຂອງ​ພວກເຂົາ​ເອງ.

Biblica, Inc.

https://app.library.bible/content/eab9312f9f16b3a2