ສຸພາສິດ31
1ນີ້ແມ່ນຄຳສອນຂອງກະສັດເລມູເອນ ເປັນຖ້ອຍຄຳທີ່ໄດ້ຮັບການດົນໃຈ ທີ່ແມ່ຂອງເພິ່ນໄດ້ສອນເພິ່ນໄວ້.2ຈົ່ງຟັງ, ລູກຂອງແມ່! ຈົ່ງຟັງ, ລູກມາຈາກມົດລູກຂອງແມ່!ຈົ່ງຟັງ, ລູກຂອງແມ່, ລູກຄືຄໍາຕອບແຫ່ງຄຳອະທິຖານຂອງແມ່!3ຢ່າໃຊ້ເຫື່ອແຮງກັບບັນດາແມ່ຍິງ, ຢ່າເສຍກຳລັງໃຫ້ແກ່ຜູ້ທີ່ທຳລາຍກະສັດ.4ເລມູເອນ, ມັນບໍ່ເໝາະສົມສຳລັບກະສັດມັນບໍ່ເໝາະສົມທີ່ກະສັດຈະດື່ມເຫລົ້າອະງຸ່ນ,ມັນບໍ່ສົມຄວນທີ່ຜູ້ປົກຄອງຈະດື່ມເບຍ,5ຢ້ານວ່າເມື່ອພວກເຂົາດື່ມແລ້ວ ຈະລືມສິ່ງທີ່ກົດໝາຍໄດ້ກໍານົດໄວ້,ແລະ ຖອນສິດຂອງຜູ້ທີ່ຖືກກົດຂີ່ທັງໝົດ.6ເບຍມີໄວ້ສໍາລັບຄົນທີ່ກຳລັງຈະຈິບຫາຍ,ເຫລົ້າອະງຸ່ນມີໄວ້ສໍາລັບຄົນທີ່ມີຄວາມທຸກໃຈ!7ຈົ່ງໃຫ້ພວກເຂົາດື່ມ ແລະ ລືມຄວາມທຸກຍາກແລະ ບໍ່ລະນຶກເຖິງຄວາມທຸກຂອງຕົນອີກຕໍ່ໄປ.8ຈົ່ງເວົ້າແທນຜູ້ທີ່ເວົ້າແທນຕົນເອງບໍ່ໄດ້,ເພື່ອສິດຂອງຜູ້ທີ່ຂັດສົນທຸກຄົນ.9ຈົ່ງເວົ້າແທນພວກເຂົາ ແລະ ຕັດສິນຢ່າງຍຸຕິທຳ;ຈົ່ງປົກປ້ອງສິດຕ່າງໆຂອງຄົນທຸກຍາກ ແລະ ຄົນຂັດສົນ.10ຜູ້ໃດຈະພົບເມຍທີ່ດີເລີດ?ນາງມີຄຸນຄ່າຫລາຍກວ່າເພັດພອຍ.11ຜົວຂອງນາງໄວ້ໃຈນາງໄດ້ທຸກຢ່າງແລະ ນາງບໍ່ຂາດສິ່ງທີ່ມີຄ່າເລີຍ.12ນາງນຳສິ່ງທີ່ດີມາໃຫ້ລາວ, ບໍ່ເຮັດໃຫ້ຜົວເສຍຫາຍ,ຕະຫລອດຊົ່ວຊີວິດຂອງນາງ.13ນາງເລືອກຂົນແກະ ແລະ ຜ້າປ່ານແລະ ເຮັດວຽກດ້ວຍມືຢ່າງດຸໝັ່ນ.14ນາງເປັນດັ່ງເຮືອຂອງພໍ່ຄ້າ,ທີ່ບັນທຸກອາຫານຂອງນາງມາຈາກແດນໄກ.15ນາງຕື່ນເຊົ້າ ໃນຂະນະທີ່ຍັງມືດຢູ່;ນາງຈັດຕຽມອາຫານສຳລັບຄອບຄົວຂອງນາງແລະ ແບ່ງອາຫານໃຫ້ພວກສາວໃຊ້ຂອງນາງ.16ນາງອອກໄປເບິ່ງທົ່ງນາ ແລະ ຊື້ມັນໄວ້;ແລະ ນາງເຮັດສວນອະງຸ່ນດ້ວຍເງິນທີ່ນາງຫາມາໄດ້.17ນາງຕັ້ງໃຈເຮັດວຽກຂອງນາງຢ່າງດຸໝັ່ນ;ແຂນຂອງນາງແຂງແຮງເພື່ອວຽກງານຂອງຕົນ.18ນາງເບິ່ງແຍງການຄ້າຂາຍໃຫ້ເກີດຜົນກໍາໄລ,ແລະ ໃນຕອນກາງຄືນຕະກຽງຂອງນາງກໍບໍ່ດັບ.19ມືຂອງນາງເຂັນຝ້າຍ ແລະນິ້ວຂອງນາງຕໍ່າຜ້າຂອງນາງເອງ20ນາງຍິນດີຕ້ອນຮັບຄົນທຸກຍາກແລະ ໃຫ້ຄວາມຊ່ວຍເຫລືອແກ່ຄົນຂັດສົນ.21ເມື່ອຫິມະຕົກ, ນາງບໍ່ມີຄວາມກັງວົນກ່ຽວກັບຄອບຄົວຂອງນາງ;ເພາະພວກເຂົາທຸກຄົນມີເຄື່ອງນຸ່ງຢ່າງອົບອຸ່ນ.22ນາງເຮັດຜ້າປູບ່ອນນອນຂອງນາງເອງ;ນາງນຸ່ງເຄື່ອງທີ່ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດ ແລະ ຜ້າສີມ່ວງ.23ຜົວຂອງນາງໄດ້ຮັບຄວາມເຄົາລົບນັບຖືທີ່ປະຕູເມືອງ,ບ່ອນທີ່ລາວນັ່ງຮ່ວມກັບບັນດາຜູ້ອາວຸໂສຂອງດິນແດນ.24ນາງໄດ້ເຮັດເສື້ອຜ້າລິນິນໄວ້ຂາຍ,ແລະ ເຮັດສາຍຮັດແອວຂາຍໃຫ້ພໍ່ຄ້າ.25ກໍາລັງ ແລະ ກຽດສັກສີຄືເຄື່ອງນຸ່ງຂອງນາງ;ນາງຈຶ່ງຫົວຂວັນຕໍ່ອະນາຄົດທີ່ຈະມາເຖິງ.26ນາງເວົ້າດ້ວຍປັນຍາ,ແລະ ຄຳສັ່ງສອນທີ່ສັດຊື່ຢູ່ເທິງລີ້ນຂອງນາງ.27ນາງເບິ່ງແຍງວຽກງານຕ່າງໆໃນຄອບຄົວຂອງຕົນແລະ ບໍ່ກິນອາຫານແຫ່ງຄວາມຂີ້ຄ້ານ.28ລູກທັງຫລາຍຂອງນາງລຸກຢືນຂຶ້ນ ແລະ ກ່າວຍ້ອງຍໍວ່າ ນາງໄດ້ຮັບພຣະພອນ;ຜົວຂອງນາງ, ກໍກ່າວຊົມເຊີຍນາງວ່າ:29“ແມ່ຍິງຫລາຍຄົນເຮັດສິ່ງທີ່ດີເລີດ,ແຕ່ເຈົ້າເຮັດສິ່ງທີ່ດີເລີດກວ່າພວກເຂົາທັງໝົດ”.30ສະເໜ່ເປັນສິ່ງຫລອກລວງ, ແລະ ຄວາມງາມກໍຢູ່ພຽງຊົ່ວຄາວ;ແຕ່ຍິງທີ່ຢຳເກງພຣະເຈົ້າຢາເວຈະຕ້ອງໄດ້ຮັບການຍ້ອງຍໍ.31ຈົ່ງໃຫ້ກຽດນາງເພາະທຸກສິ່ງທີ່ນາງໄດ້ເຮັດ,ແລະ ໃຫ້ຜົນງານຂອງນາງເຮັດໃຫ້ນາງໄດ້ຮັບການຍ້ອງຍໍທີ່ປະຕູເມືອງ.
Biblica, Inc.