ສຸພາສິດ30

1ນີ້​ແມ່ນ​ຄຳສອນ​ຂອງ​ອາກູ​ລູກຊາຍ​ຂອງ​ຢາເກ ເປັນ​ຄຳເວົ້າ​ທີ່​ໄດ້​ຮັບ​ການ​ດົນໃຈ. ຊາຍ​ຄົນ​ນີ້​ທີ່​ເວົ້າ​ກັບ​ອິທີເອນ​ວ່າ:“ຂ້າແດ່​ພຣະເຈົ້າ, ຂ້ານ້ອຍ​ອ່ອນ​ແຮງ​ຫລາຍແຕ່​ຂ້ານ້ອຍ​ມີ​ໄຊຊະນະ​ໄດ້. 2ແນ່ນອນ​ວ່າ ຂ້ານ້ອຍ​ເປັນ​ພຽງ​ສັດ​ໂຕ​ໜຶ່ງ, ບໍ່​ແມ່ນ​ມະນຸດ;ຂ້ານ້ອຍ​ຈຶ່ງ​ບໍ່​ມີ​ຄວາມ​ເຂົ້າໃຈ​ແບບ​ມະນຸດ.3ຂ້ານ້ອຍ​ບໍ່​ໄດ້​ຮຽນຮູ້​ເລື່ອງ​ປັນຍາ,ແລະ ບໍ່​ໄດ້​ຮູ້​ເຖິງ​ຄວາມ​ຮອບຮູ້​ຂອງ​ອົງ​ບໍລິສຸດ.4ຜູ້ໃດ​ໄດ້​ຂຶ້ນ​ໄປ​ສະຫວັນ ແລະ ລົງ​ມາ​ຈາກ​ສະຫວັນ?ຜູ້ໃດ​ແດ່​ຈັບ​ລົມ​ໄວ້​ໃນ​ມື?ຜູ້ໃດ​ແດ່​ຫໍ່​ນ້ຳ​ໄວ້​ໃນ​ເສື້ອຄຸມ​ໄດ້?ຜູ້ໃດ​ຕັ້ງ​ທີ່​ສຸດປາຍ​ຂອງ​ແຜ່ນດິນ​ໂລກ?ເພິ່ນ​ຊື່​ຫຍັງ? ແລະ ລູກ​ຂອງ​ເພິ່ນ​ຊື່​ຫຍັງ?ແນ່ນອນ​ວ່າ ເຈົ້າ​ຮູ້!
5“ທຸກ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ບໍ່​ມີ​ຕໍາໜິ;ພຣະອົງ​ເປັນ​ໂລ່​ໃຫ້​ແກ່​ບັນດາ​ຜູ້​ທີ່​ລີ້ໄພ​ໃນ​ພຣະອົງ. 6ຢ່າ​ຕື່ມ​ຫຍັງ​ໃສ່​ຖ້ອຍຄໍາ​ຂອງ​ພຣະອົງ,ບໍ່​ດັ່ງນັ້ນ ພຣະອົງ​ຈະ​ຕຳໜິ​ເຈົ້າ ແລະ ພິສູດ​ໃຫ້​ເຫັນ​ວ່າ​ເຈົ້າ​ເປັນ​ຄົນ​ຂີ້ຕົວະ.
7“ມີ​ສອງ​ຢ່າງ​ທີ່​ຂ້ານ້ອຍ​ຂໍ​ຈາກ​ພຣະເຈົ້າ​ຢາເວ;ຂໍ​ຢ່າ​ປະຕິເສດ​ກ່ອນ​ທີ່​ຂ້ານ້ອຍ​ຈະ​ຕາຍ​ໄປ​ຄື:8ຂໍ​ໃຫ້​ການ​ຫລອກລວງ ແລະ ຄວາມ​ຕົວະ​ຫ່າງ​ໄກ​ຈາກ​ຂ້ານ້ອຍ;ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ທຸກຍາກ ຫລື ຮັ່ງມີ,ແຕ່​ຂໍ​ໂຜດ​ໃຫ້​ອາຫານ​ປະຈຳວັນ​ແກ່​ຂ້ານ້ອຍ​ເທົ່ານັ້ນ.9ບໍ່​ດັ່ງນັ້ນ, ຂ້ານ້ອຍ​ອາດ​ຈະ​ມີ​ຫລາຍ​ເກີນໄປ ແລ້ວ​ປະຕິເສດ​ພຣະອົງແລະ ເວົ້າ​ວ່າ, ‘ພຣະເຈົ້າ​ຢາເວ​ແມ່ນ​ຜູ້ໃດ?’ຫລື ຂ້ານ້ອຍ​ອາດຈະ​ກາຍ​ເປັນ​ຄົນ​ທຸກຍາກ ແລ້ວ​ກາຍ​ເປັນ​ຄົນ​ຂີ້ລັກ,ແລະ​ເຮັດ​ໃຫ້​ນາມ​ຊື່​ຂອງ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເສື່ອມເສຍ.
10“ຢ່າ​ເວົ້າ​ໃສ່ຮ້າຍ​ຄົນ​ຮັບໃຊ້​ໃຫ້​ນາຍ​ຂອງ​ພວກເຂົາ​ຟັງ,ບໍ່ດັ່ງນັ້ນ ພວກເຂົາ​ຈະ​ສາບແຊ່ງ​ເຈົ້າ, ແລະ ເຈົ້າ​ຈະ​ຖືກ​ລົງໂທດ.
11“ມີ​ບາງ​ຄົນ​ສາບແຊ່ງ​ພໍ່​ຂອງ​ຕົນເອງແລະ ບໍ່​ອວຍພອນ​ແມ່​ຂອງ​ຕົນ;12ບາງຄົນ​ຄິດ​ວ່າ​ຕົນ​ເອງ​ບໍລິສຸດແລະ ຍັງ​ບໍ່​ໄດ້​ຮັບ​ການ​ຊຳລະ​ລ້າງ​ມົນທິນ​ຂອງ​ຕົນ;13ຄົນເຫລົ່ານັ້ນ​ມີ​ຕາ​ທີ່​ອວດອົງ​ຈອງຫອງ​ຕະຫລອດ,ຄື​ຄົນ​ທີ່​ມີ​ສາຍຕາ​ມັກ​ໝິ່ນປະໝາດ​ຜູ້​ອື່ນ;14ບາງຄົນ​ແຂ້ວ​ຄື​ກັນ​ກັບ​ດາບແລະ ບາງຄົນ​ປາກ​ຄົມ​ຄື​ກັນ​ກັບ​ມີດເພື່ອ​ກືນ​ກິນ​ຄົນ​ທຸກຍາກ​ໄປ​ຈາກ​ແຜ່ນດິນ​ໂລກແລະ ຄົນ​ຂັດສົນ​ອອກ​ຈາກ​ທ່າມກາງ​ມະນຸດ.
15“ໂຕປີງ​ມີ​ລູກສາວ​ສອງ​ຄົນພວກມັນ​ຮ້ອງ​ວ່າ ‘ເອົາມາ! ເອົາມາ!’“ມີ​ສາມ​ສິ່ງ​ທີ່​ບໍ່​ເຄີຍ​ອີ່ມ​ຈັກ​ເທື່ອ, ມີ​ສີ່​ສິ່ງ​ທີ່​ບໍ່​ເຄີຍ​ເວົ້າ​ວ່າ ‘ພໍ​ແລ້ວ!’ ຄື:16ຂຸມ​ຝັງສົບ ແລະ ມົດລູກ​ທີ່​ເປັນ​ໝັນ; ດິນແດນ​ບໍ່​ເຄີຍ​ອີ່ມ​ນ້ຳ, ແລະ ໄຟ, ທີ່​ບໍ່​ເຄີຍ​ເວົ້າ​ວ່າ ‘ພໍ​ແລ້ວ!’
17“ຕາ​ທີ່​ເຢາະເຢີ້ຍ​ພໍ່,ດູໜິ່ນ​ແມ່​ທີ່​ເຖົ້າ​ແກ່,ຈະ​ຖືກ​ຝູງ​ກາ​ແຫ່ງ​ຮ່ອມພູ​ເຈາະ​ແກ່ນຕາແລະ ຈະ​ຖືກ​ຝູງ​ແຮ້ງ​ກັດ​ກິນ.
18“ມີ​ສາມ​ຢ່າງ​ທີ່​ເຮັດໃຫ້​ຂ້ອຍ​ອັດສະຈັນ​ໃຈ​ຫລາຍ​ທີ່​ສຸດ, ມີ​ສີ່​ຢ່າງ​ທີ່​ຂ້ອຍ​ບໍ່​ເຂົ້າໃຈ​ຄື:19ການ​ບິນ​ຂອງ​ນົກອິນຊີ​ໃນ​ທ້ອງ​ຟ້າ, ການ​ເລືອ​ຄານ​ຂອງ​ງູ​ເທິງ​ກ້ອນຫີນ, ການ​ແລ່ນ​ຂອງ​ເຮືອ​ຢູ່​ໃນ​ທະເລ​ເລິກ, ແລະ ຄວາມ​ຮັກ​ຂອງ​ຜູ້ຊາຍ​ກັບ​ຜູ້ຍິງ.
20“ນີ້​ແມ່ນ​ການ​ປະພຶດ​ຂອງ​ຍິງ​ຫລິ້ນ​ຊູ້:ນາງ​ກິນ​ແລ້ວ​ເຊັດ​ປາກ​ຂອງ​ຕົນແລະ ເວົ້າ​ວ່າ, ‘ຂ້ອຍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ’.
21“ມີ​ສາມ​ຢ່າງ​ທີ່​ເຮັດ​ໃຫ້​ແຜ່ນດິນ​ໂລກ​ສັ່ນສະທ້ານ, ມີ​ສີ່​ຢ່າງ​ທີ່​ແຜ່ນດິນ​ໂລກ​ຮັບ​ບໍ່​ໄດ້​ຄື:22ຄົນ​ຮັບໃຊ້​ທີ່​ກາຍ​ເປັນ​ກະສັດ, ຄົນ​ໂງ່ຈ້າ​ມີ​ອາຫານ​ກິນ​ຈົນ​ເຫລືອ​ເຟືອ,23ຍິງ​ທີ່​ເປັນ​ຕາຊັງ​ໄດ້​ແຕ່ງງານ ສາວໃຊ້​ທີ່​ຂຶ້ນ​ມາ​ແທນ​ທີ່​ນາຍຍິງ​ຂອງ​ຕົນ.
24“ມີ​ສີ່​ຢ່າງ​ໃນ​ແຜ່ນດິນ​ໂລກ​ທີ່​ມີ​ຂະໜາດ​ນ້ອຍ, ແຕ່​ພວກມັນ​ສະຫລາດ​ທີ່​ສຸດ​ຄື:25ມົດ​ເປັນ​ສັດ​ທີ່​ມີ​ກຳລັງ​ນ້ອຍ, ແຕ່​ພວກມັນ​ສະສົມ​ອາຫານ​ໄວ້​ໃນ​ລະດູ​ຮ້ອນ;26ຕຸ່ນ​ເປັນ​ສັດ​ທີ່​ບໍ່​ແຂງແຮງ, ແຕ່​ພວກມັນ​ເຮັດ​ຮັງ​ເທິງ​ໂງ່ນຫີນ;27ຕັກແຕນ​ບໍ່​ມີ​ກະສັດ, ແຕ່​ພວກມັນ​ເຄື່ອນທີ່​ພ້ອມກັນ​ໄປ​ເປັນ​ແຖວ;28ຂີ້ກ້ຽມ​ເອົາ​ມື​ຈັບ​ກໍ​ໄດ້, ແຕ່​ມັນ​ກໍ​ມີ​ຫລາຍ​ໂຕ​ຢູ່​ໃນ​ວັງ​ຂອງ​ກະສັດ.
29“ມີ​ສາມ​ສິ່ງ​ທີ່​ມີ​ຮູບຮ່າງ​ສະຫງ່າງາມ ມີ​ສີ່​ສິ່ງ​ທີ່​ເຄື່ອນ​ໄຫວ​ຢ່າງ​ສະຫງ່າງາມ​ຄື:30ສິງ, ເປັນ​ສັດ​ທີ່​ແຂງແຮງ​ກວ່າ​ໝູ່, ຄື​ຜູ້​ທີ່​ບໍ່​ຢ້ານ​ຫຍັງ​ເລີຍ;31ໄກ່ໂອກ, ແບ້ເຖິກ​ທີ່​ຍ່າງ​ວາງ​ມາດ, ແລະ ກະສັດ​ທີ່​ມີ​ຄວາມ​ປອດໄພ​ຈາກ​ການ​ກະບົດ.
32“ຖ້າ​ເຈົ້າ​ເຮັດ​ຕົນ​ເປັນ​ຄົນ​ໂງ່​ຈ້າ ແລະ ຍ້ອງຍໍ​ຕົນເອງ,ຫລື ຖ້າ​ເຈົ້າ​ວາງແຜນ​ຊົ່ວ,ຈົ່ງ​ເອົາ​ມື​ປິດ​ປາກ​ຂອງ​ເຈົ້າ​ໄວ້!33ເພາະ​ເມື່ອ​ກວນ​ນໍ້ານົມ​ກໍ​ໄດ້​ເນີຍ,ຫລື ເມື່ອ​ຊົກ​ດັງ​ເລືອດ​ກໍ​ຈະ​ອອກ​ມາ,ດັ່ງນັ້ນ, ການ​ຍົວະ​ໃຫ້​ໃຈຮ້າຍ​ກໍ​ເຮັດ​ໃຫ້​ຜິດຖຽງ​ກັນ”.

Biblica, Inc.

https://app.library.bible/content/eab9312f9f16b3a2