ປັນຍາຈານ1
ທຸກສິ່ງແມ່ນລ້ວນແຕ່ອະນິຈັງ
1ຖ້ອຍຄຳຂອງປັນຍາຈານ, ລູກຊາຍຂອງດາວິດ, ກະສັດໃນເຢຣູຊາເລັມ:2ປັນຍາຈານກ່າວວ່າ,“ອະນິຈັງ! ອະນິຈັງ!ອະນິຈັງແທ້ໆ!ທຸກສິ່ງແມ່ນລ້ວນແຕ່ອະນິຈັງ”.3ຄົນເຮົາໄດ້ປະໂຫຍດຫຍັງຈາກການເຮັດວຽກໜັກທັງໝົດຂອງຕົນ.ຈາກທີ່ພວກເຂົາເຮັດວຽກຢູ່ພາຍໃຕ້ດວງຕາເວັນ?4ຄົນລຸ້ນໜຶ່ງຜ່ານມາ ແລະ ອີກລຸ້ນໜຶ່ງກໍຜ່ານໄປ,ແຕ່ໂລກຍັງຄົງຢູ່ຕະຫລອດໄປ.5ຕາເວັນຂຶ້ນ ແລະ ຕາເວັນກໍຕົກ,ແລະ ຟ້າວວົນກັບມາຂຶ້ນຢູ່ບ່ອນເກົ່າອີກ.6ລົມພັດໄປທາງທິດໃຕ້ ແລະກັບມາທາງທິດເໜືອ;ມັນພັດວົນໄປວຽນມາ,ຈະໝູນວຽນຈາກຈຸດເລີ່ມຕົ້ນໄປທີ່ຈຸດຈົບຕໍ່ໄປເລື້ອຍໆ.7ແມ່ນ້ຳທຸກສາຍໄຫລລົງສູ່ທະເລ,ແຕ່ທະເລກໍບໍ່ເຄີຍອີ່ມ.ສາຍນ້ຳມາຈາກທີ່ໃດ,ມັນກໍໄຫລກັບໄປທີ່ນັ້ນອີກ.8ທຸກສິ່ງໜ້າເບື່ອໜ່າຍ,ເກີນທີ່ຈະບັນລະຍາຍ.ຕາເບິ່ງເທົ່າໃດກໍບໍ່ອີ່ມ,ຫູໄດ້ຍິນເທົ່າໃດກໍບໍ່ອີ່ມໃຈ.9ສິ່ງທີ່ເກີດຂຶ້ນແລ້ວ ກໍຈະເກີດຂຶ້ນອີກ,ສິ່ງທີ່ໄດ້ເຮັດໄປແລ້ວ ກໍຈະພາກັນເຮັດອີກບໍ່ມີອັນໃດໃໝ່ພາຍໃຕ້ດວງຕາເວັນ.10ອັນໃດແດ່ທີ່ເຮົາຈະເວົ້າໄດ້ວ່າ,“ເບິ່ງແມ! ນີ້ແມ່ນສິ່ງໃໝ່”?ເພາະມັນຢູ່ທີ່ນີ້ມາຕັ້ງແຕ່ດົນນານແລ້ວ;ມີມາຕັ້ງແຕ່ກ່ອນຍຸກຂອງພວກເຮົາ.11ບໍ່ມີຜູ້ໃດລະນຶກເຖິງຄົນລຸ້ນກ່ອນ,ແລະ ແມ່ນແຕ່ຄົນລຸ້ນທີ່ກຳລັງຈະເກີດມາຄົນລຸ້ນຕໍ່ມາຈາກພວກເຂົາກໍຈະບໍ່ມີຜູ້ໃດຈົດຈຳ.ສະຕິປັນຍາແມ່ນອະນິຈັງ
12ຂ້າພະເຈົ້າປັນຍາຈານ, ເປັນກະສັດປົກຄອງອິດສະຣາເອນຢູ່ໃນເຢຣູຊາເລັມ.13ຂ້າພະເຈົ້າຕັ້ງໃຈສຶກສາ ແລະ ໃຊ້ສະຕິປັນຍາສຳຫລວດທຸກສິ່ງທີ່ໄດ້ພາກັນເຮັດພາຍໃຕ້ຟ້າສະຫວັນ. ພຣະເຈົ້າໄດ້ວາງພາລະໜັກໃຫ້ມວນມະນຸດແທ້ໆ!14ຂ້າພະເຈົ້າໄດ້ເຫັນທຸກສິ່ງທີ່ໄດ້ພາກັນເຮັດພາຍໃຕ້ດວງຕາເວັນ; ທຸກສິ່ງລ້ວນແຕ່ອະນິຈັງ, ເໝືອນແລ່ນໄລ່ຕາມລົມ.15ສິ່ງທີ່ຄົດກໍບໍ່ສາມາດຢຽດຊື່ໄດ້;ສິ່ງທີ່ຂາດຢູ່ກໍນັບບໍ່ໄດ້.16ຂ້າພະເຈົ້າເວົ້າກັບຕົນເອງວ່າ, “ເບິ່ງແມ, ເຮົາມີສະຕິປັນຍາຫລາຍກວ່າກະສັດຫລາຍຄົນທີ່ປົກຄອງເຢຣູຊາເລັມມາກ່ອນໜ້າເຮົາ; ເຮົາມີປະສົບການກັບສະຕິປັນຍາ ແລະ ຄວາມຮູ້ຫລາຍ”.17ແລ້ວຂ້າພະເຈົ້າກໍພະຍາຍາມທີ່ຈະເຂົ້າໃຈສະຕິປັນຍາ, ຄວາມບ້າ ແລະ ຄວາມໂງ່ຈ້າ. ແຕ່ໄດ້ຮຽນຮູ້ວ່າ, ນີ້ກໍແມ່ນການແລ່ນໄລ່ຕາມລົມເຊັ່ນກັນ.18ເພາະຍິ່ງສະຫລາດຫລາຍ ກໍຍິ່ງໂສກເສົ້າຫລາຍ;ຍິ່ງຮູ້ກໍຍິ່ງທຸກໃຈ.Biblica, Inc.