ສຸພາສິດ29

1ຜູ້​ທີ່​ຖືກ​ຕັກເຕືອນ​ຫລາຍ​ເທື່ອ​ແຕ່​ຍັງ​ດື້ດ້ານຈະ​ຖືກ​ທໍາລາຍ​ທັນທີ​ໂດຍ​ບໍ່​ມີ​ທາງ​ແກ້ໄຂ.
2ເມື່ອ​ຄົນ​ຊອບທຳ​ປົກຄອງ, ປະຊາຊົນ​ກໍ​ຊື່ນຊົມຍິນດີ;ເມື່ອ​ຄົນ​ຊົ່ວຮ້າຍ​ຂຶ້ນ​ປົກຄອງ, ປະຊາຊົນ​ກໍ​ຮ້ອງ​ຄວນຄາງ.
3ລູກ​ທີ່​ຮັກ​ປັນຍາ​ເຮັດ​ໃຫ້​ພໍ່​ຂອງ​ຕົນ​ມີ​ຄວາມ​ສຸກ,ແຕ່​ຄົນ​ທີ່​ຄົບ​ກັບ​ໂສເພນີ​ກໍ​ຜານ​ຊັບສົມບັດ​ຂອງ​ຕົນ.
4ກະສັດ​ເຮັດໃຫ້​ປະເທດຊາດ​ໝັ້ນຄົງ​ດ້ວຍ​ຄວາມ​ຍຸຕິທຳ,ແຕ່​ກະສັດ​ທີ່​ໂລບ​ສິນບົນ  ກໍ​ທຳລາຍ​ປະເທດ​ຊາດ​ໃຫ້​ຫລົ້ມຈົມ​ລົງ.
5ຜູ້​ທີ່​ປະຈົບ​ປະແຈງ​ເພື່ອນບ້ານ​ຂອງ​ຕົນກໍ​ຫ້າງ​ແຮ້ວ​ໃສ່​ຕີນ​ຂອງ​ຕົນເອງ. 
6ຄົນ​ເຮັດ​ຊົ່ວ​ກໍ​ຖືກ​ບ້ວງແຮ້ວ​ເພາະ​ບາບກຳ​ຂອງ​ຕົນ,ແຕ່​ຄົນ​ຊອບທຳ​ຮ້ອງໂຮ​ຢ່າງ​ມີ​ຄວາມ​ສຸກ ແລະ ດ້ວຍ​ຄວາມ​ດີໃຈ.
7ຄົນ​ຊອບທຳ​ກໍ​ເປັນ​ຫວງ​ນໍາ​ຄວາມ​ຍຸຕິທຳ​ເພື່ອ​ຄົນ​ທຸກຍາກ,ແຕ່​ຄົນ​ຊົ່ວຮ້າຍ​ບໍ່​ມີ​ຄວາມ​ກັງວົນ​ເລີຍ.
8ຄົນ​ມັກ​ເຢາະເຍີ້ຍ​ເຮັດ​ໃຫ້​ບ້ານ​ເມືອງ​ວຸ້ນວາຍ,ແຕ່​ຄົນ​ມີ​ປັນຍາ​ເຮັດ​ໃຫ້​ຄວາມ​ໃຈຮ້າຍ​ສະຫງົບ​ລົງ.
9ຖ້າ​ຄົນ​ມີ​ປັນຍາ​ໄປ​ຂຶ້ນ​ສານ​ກັບ​ຄົນ​ໂງ່ຈ້າ,ຄົນ​ໂງ່ຈ້າ​ກໍ​ສະແດງ​ຄວາມ​ໂມໂຫ, ເວົ້າ​ເຢາະເຢີ້ຍ ແລະ ບໍ່​ມີ​ຄວາມ​ສະຫງົບສຸກ.
10ຄົນ​ກະຫາຍ​ເລືອດ​ກຽດຊັງ​ຄົນ​ສັດຊື່ແລະ ຊອກ​ຫາ​ທາງ​ຂ້າ​ຜູ້​ທີ່​ທ່ຽງທຳ.
11ຄົນ​ໂງ່ຈ້າ​ກໍ​ລະບາຍ​ຄວາມ​ໂມໂຫ​ຂອງ​ຕົນ,ແຕ່​ຄົນ​ມີ​ປັນຍາ​ນໍາ​ເອົາ​ຄວາມ​ສະຫງົບ​ມາ​ໃນ​ທີ່​ສຸດ.
12ຖ້າ​ຜູ້ປົກຄອງ​ຟັງ​ຄວາມ​ຕົວະ,ຂ້າລາຊະການ​ທັງໝົດ​ຂອງ​ເພິ່ນ​ຈະ​ກາຍເປັນ​ຄົນ​ຊົ່ວຮ້າຍ​ໄປ​ນໍາ.
13ຄົນ​ທຸກຍາກ ແລະ ຜູ້​ຂົ່ມເຫັງ​ກໍ​ມີ​ສິ່ງ​ໜຶ່ງ​ຄືກັນ​ຄື:ພຣະເຈົ້າ​ຢາເວ​ໃຫ້​ສາຍຕາ​ທີ່ເບິ່ງ​ເຫັນ​ແກ່​ພວກເຂົາ​ທັງສອງ.
14ຖ້າ​ກະສັດ​ຕັດສິນ​ຄວາມ​ຄົນ​ທຸກຍາກ​ຢ່າງ​ຍຸຕິທໍາ,ບັນລັງ​ຂອງ​ເພິ່ນ​ກໍ​ຈະ​ໝັ້ນຄົງ​ຕະຫລອດໄປ.
15ໄມ້​ແສ້ ແລະ ຄຳ​ຕຳໜິ​ຕິຕຽນ​ເຮັດ​ໃຫ້​ເກີດ​ປັນຍາ,ແຕ່​ເດັກນ້ອຍ​ທີ່​ບໍ່​ມີ​ລະບຽບ​ວິໄນ​ເຮັດ​ໃຫ້​ແມ່​ຂອງ​ຕົນ​ອັບອາຍ​ຂາຍໜ້າ.
16ເມື່ອ​ຄົນ​ຊົ່ວຮ້າຍ​ຈະເລີນ, ຄວາມ​ບາບ​ກໍ​ເພີ່ມ​ທະວີ​ຂຶ້ນ,ແຕ່​ຄົນ​ຊອບທຳ​ຈະ​ເຫັນ​ຄວາມ​ຫລົ້ມຈົມ​ຂອງ​ພວກເຂົາ.
17ຈົ່ງ​ອົບຮົມ​ບົ່ມ​ສອນ​ລູກ​ຂອງ​ເຈົ້າ, ແລ້ວ​ພວກເຂົາ​ຈະ​ໃຫ້​ສັນຕິສຸກ​ແກ່​ເຈົ້າ;ພວກເຂົາ​ຈະ​ໃຫ້​ຄວາມ​ຍິນດີ​ຕາມ​ທີ່​ເຈົ້າ​ປາຖະໜາ.
18ບ່ອນ​ທີ່​ບໍ່​ມີ​ນິມິດ, ປະຊາຊົນ​ກໍ​ປະ​ຖິ້ມ​ການ​ຄວບຄຸມ​ອາລົມ;ແຕ່​ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ຍອມຮັບ​ຄຳສັ່ງສອນ​ແຫ່ງ​ປັນຍາ.
19ຄົນ​ຮັບໃຊ້​ຈະ​ໄດ້​ຮັບ​ການ​ອົບຮົມ​ບົ່ມ​ສອນ​ດ້ວຍ​ຄຳເວົ້າ​ຢ່າງ​ດຽວ​ບໍ່​ໄດ້.ເຖິງແມ່ນວ່າ​ພວກເຂົາ​ເຂົ້າໃຈ, ແຕ່​ພວກເຂົາ​ຈະ​ບໍ່​ຍອມ​ເຮັດ​ຕາມ.
20ເຈົ້າ​ເຫັນ​ຄົນ​ທີ່​ມັກ​ເວົ້າ​ແບບ​ບໍ່​ຄິດ​ບໍ?ຄົນ​ໂງ່ຈ້າ​ກໍ​ມີ​ຄວາມ​ຫວັງ​ຫລາຍກວ່າ​ພວກເຂົາ.
21ການ​ເຮັດ​ຕາມ​ໃຈ​ຄົນ​ຮັບໃຊ້​ຕັ້ງແຕ່​ຍັງ​ນ້ອຍ,ລາວ​ຈະ​ກາຍ​ເປັນ​ຄົນ​ຈອງຫອງ. 
22ຄົນ​ທີ່​ໃຈຮ້າຍ​ງ່າຍ​ກໍ​ເຮັດ​ໃຫ້​ເກີດ​ການ​ຜິດຖຽງ​ກັນ,ແລະ ຄົນ​ໃຈ​ຮ້ອນ​ເຮັດ​ບາບ​ຢ່າງ​ຫລວງຫລາຍ.
23ການ​ໂອ້ອວດ​ເຮັດ​ໃຫ້​ຄົນ​ຕົກຕ່ຳ​ລົງ,ແຕ່​ຜູ້​ທີ່​ມີ​ໃຈ​ຖ່ອມ​ຈະ​ໄດ້​ຮັບ​ກຽດ.
24ການ​ສົມຮູ້​ຮ່ວມ​ຄິດ​ກັບ​ຄົນ​ຂີ້ລັກ​ກໍ​ເປັນ​ສັດຕູ​ຕໍ່​ຕົນເອງ;ພວກເຂົາ​ຕ້ອງ​ສາບານ ແຕ່​ບໍ່​ກ້າ​ເປັນ​ພະຍານ.
25ຄວາມ​ຢ້ານ​ຂອງ​ຄົນ​ຈະ​ເປັນ​ການ​ຫ້າງ​ແຮ້ວ,ແຕ່​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢາເວ​ກໍ​ປອດໄພ.
26ຫລາຍ​ຄົນ​ເຂົ້າ​ຫາ​ຜູ້​ທີ່​ມີ​ອໍານາດ,ແຕ່​ຄົນ​ໄດ້​ຮັບ​ຄວາມ​ຍຸຕິທຳ​ມາ​ຈາກ​ພຣະເຈົ້າ​ຢາເວ.
27ຄົນ​ຊອບທຳ​ກຽດຊັງ​ຄົນ​ບໍ່​ສັດຊື່;ແຕ່​ຄົນ​ຊົ່ວຮ້າຍ​ກຽດຊັງ​ຄົນ​ທ່ຽງທໍາ.

Biblica, Inc.

https://app.library.bible/content/eab9312f9f16b3a2