ສຸພາສິດ28
1ຄົນຊົ່ວຮ້າຍໜີໄປໂດຍບໍ່ມີຜູ້ໃດໄລ່ຕາມ,ແຕ່ຄົນຊອບທຳກ້າຫານເໝືອນດັ່ງໂຕສິງ.2ເມື່ອປະເທດຊາດເກີດການກະບົດ, ປະເທດນັ້ນກໍຈະມີຜູ້ປົກຄອງຫລາຍຄົນ,ແຕ່ຜູ້ປົກຄອງທີ່ມີຄວາມສະຫລາດຫລັກແຫລມ ແລະ ມີຄວາມຮູ້ຮັກສາຄວາມເປັນລະບຽບໄວ້ໄດ້.3ຜູ້ປົກຄອງ ທີ່ກົດຂີ່ຄົນທຸກຍາກກໍເປັນເໝືອນຝົນຕົກໜັກທີ່ທຳລາຍຜົນລະປູກ.4ຜູ້ທີ່ປະຖິ້ມກົດບັນຍັດກໍຍົກຍ້ອງຄົນຊົ່ວຮ້າຍ,ແຕ່ຜູ້ທີ່ຮັກສາກົດບັນຍັດກໍຕໍ່ຕ້ານຄົນຊົ່ວຮ້າຍ.5ຄົນທີ່ເຮັດຊົ່ວບໍ່ເຂົ້າໃຈສິ່ງທີ່ຖືກຕ້ອງ,ແຕ່ຜູ້ທີ່ສະແຫວງຫາພຣະເຈົ້າຢາເວມີຄວາມເຂົ້າໃຈຢ່າງແທ້ຈິງ.6ເປັນຄົນທຸກຍາກທີ່ດຳເນີນຊີວິດຢ່າງບໍ່ມີຕຳໜິກໍດີກວ່າເປັນຄົນຮັ່ງມີທີ່ຢູ່ໃນທາງຄົດໂກງ.7ລູກທີ່ສະຫລາດກໍປະຕິບັດຕາມຄຳສັ່ງສອນ,ແຕ່ລູກທີ່ມີໝູ່ເປັນຄົນຂີ້ໂລບກໍເຮັດໃຫ້ພໍ່ຂອງຕົນອັບອາຍຂາຍໜ້າ.8ຜູ້ທີ່ຮັ່ງມີເພີ່ມຂຶ້ນດ້ວຍດອກເບ້ຍ ຫລື ຜົນກໍາໄລຈາກຄົນທຸກຍາກກໍສະສົມໄວ້ໃຫ້ຄືນອື່ນ, ທີ່ເມດຕາຕໍ່ຄົນທຸກຍາກ.9ຜູ້ທີ່ປິດຫູບໍ່ຍອມຟັງຄຳສັ່ງສອນຂອງພຣະເຈົ້າ,ແມ່ນແຕ່ຄຳພາວັນນາອະທິຖານຂອງພວກເຂົາກໍເປັນທີ່ກຽດຊັງ.10ຜູ້ທີ່ນໍາພາຄົນທ່ຽງທຳໄປໃນທາງຊົ່ວຈະຕົກລົງໄປໃນບ້ວງແຮ້ວຂອງຕົນເອງ,ແຕ່ຜູ້ທີ່ບໍ່ມີຕຳໜິຈະໄດ້ຮັບສິ່ງດີເປັນມໍລະດົກ.11ຄົນຮັ່ງມີມັກຄິດວ່າຕົນເປັນຄົນມີປັນຍາ;ແຕ່ຄົນທຸກຈົນ ແລະ ຄົນສະຫລາດເຫັນວ່າພວກເຂົາເປັນຄົນຫລອກລວງຫລາຍສໍ່າໃດ.12ເມື່ອຄົນຊອບທຳມີໄຊຊະນະ, ກໍປິຕິຍິນດີຢ່າງຍິ່ງ;ແຕ່ເມື່ອຄົນຊົ່ວຮ້າຍຂຶ້ນມີອຳນາດ, ປະຊາຊົນກໍພາກັນໄປຫລົບລີ້.13ຜູ້ທີ່ປົກປິດບາບຂອງຕົນຈະບໍ່ຈະເລີນຮຸ່ງເຮືອງ,ແຕ່ຜູ້ທີ່ສາລະພາບບາບ ແລະ ປະຖິ້ມບາບນັ້ນຈະໄດ້ຮັບຄວາມເມດຕາ.14ຄວາມສຸກເປັນຂອງຜູ້ທີ່ຢຳເກງພຣະເຈົ້າຢູ່ສະເໝີ,ແຕ່ຜູ້ທີ່ເຮັດໃຈແຂງກະດ້າງຈະຕົກຢູ່ໃນຄວາມເດືອດຮ້ອນ.15ຜູ້ປົກຄອງຊົ່ວປົກຄອງຄົນທຸກຍາກກໍເໝືອນດັ່ງໂຕສິງທີ່ຮ້ອງແຜດສຽງ ຫລື ໝີທີ່ພ້ອມໂດດຄຸບ.16ຜູ້ປົກຄອງທີ່ຂາດຄວາມເຂົ້າໃຈກໍຂູດຮີດປະຊາຊົນ,ແຕ່ຜູ້ທີ່ກຽດຊັງຜົນປະໂຫຍດທີ່ໄດ້ມາໂດຍບໍ່ຖືກຕ້ອງຈະໄດ້ປົກຄອງຍາວນານ.17ຜູ້ໃດທຸກທໍລະມານຍ້ອນຄວາມຜິດຈາກການຂ້າຄົນຈະຊອກຫາບ່ອນຫລົບໄພໃນຂຸມຝັງສົບ;ຢ່າໃຫ້ຜູ້ໃດຖ່ວງພວກເຂົາໄວ້.18ຄົນທີ່ດຳເນີນຊີວິດຢ່າງບໍ່ມີຕຳໜິຈະໄດ້ຮັບຄວາມປອດໄພ,ແຕ່ຄົນທີ່ຢູ່ໃນທາງຄົດໂກງຈະຕົກລົງໄປໃນຂຸມເລິກ.19ຜູ້ທີ່ເຮັດວຽກໄຖດິນຂອງຕົນຈະມີອາຫານຢ່າງອຸດົມສົມບູນ,ແຕ່ຄົນທີ່ມີແຕ່ໃຝ່ຝັນກໍຈະມີຄວາມທຸກຍາກ.20ຄົນສັດຊື່ຈະໄດ້ຮັບພຣະພອນຢ່າງລົ້ນເຫລືອ,ແຕ່ຄົນທີ່ຢາກຮັ່ງມີທາງລັດກໍຈະໜີບໍ່ພົ້ນໂທດ.21ຄວາມລໍາອຽງເປັນສິ່ງທີ່ບໍ່ດີແຕ່ກໍຍັງມີຄົນເຮັດຜິດເພື່ອແລກກັບເຂົ້າຈີ່ປ່ຽງດຽວ.22ຄົນເຫັນແກ່ຕົວກໍຢາກຮັ່ງມີໄວແລະ ຄວາມທຸກຍາກລໍຖ້າພວກເຂົາໂດຍທີ່ບໍ່ຮູ້ໂຕ.23ຜູ້ທີ່ຕິຕຽນຄົນແບບເຊິ່ງໜ້າຈະໄດ້ຮັບການຊົມເຊີຍໃນບັ້ນປາຍຫລາຍກວ່າຜູ້ທີ່ເວົ້າປະຈົບປະແຈງ.24ລູກທີ່ປຸ້ນພໍ່ ຫລື ແມ່ຂອງຕົນແລະ ເວົ້າວ່າ, “ມັນບໍ່ຜິດ”,ກໍເປັນໝູ່ເພື່ອນກັບຄົນຂີ້ລັກ.25ຄົນເຫັນແກ່ຕົວກໍເຮັດໃຫ້ເກີດການຜິດຖຽງກັນ,ແຕ່ຜູ້ທີ່ໄວ້ວາງໃຈໃນພຣະເຈົ້າຢາເວຈະຈະເລີນຮຸ່ງເຮືອງ.26ຜູ້ທີ່ໄວ້ວາງໃຈໃນຕົນເອງກໍເປັນຄົນໂງ່ຈ້າ,ແຕ່ຜູ້ທີ່ດຳເນີນຕາມຄົນມີປັນຍາຈະໄດ້ຮັບການປົກປ້ອງໃຫ້ປອດໄພ.27ຜູ້ທີ່ເອົາໃຫ້ຄົນທຸກຍາກຈະບໍ່ຂັດສົນ,ແຕ່ຜູ້ທີ່ເມີນເສີຍຕໍ່ພວກເຂົາຈະຖືກສາບແຊ່ງຢ່າງຫລວງຫລາຍ.28ເມື່ອຄົນຊົ່ວຮ້າຍຂຶ້ນມີອຳນາດ, ປະຊາຊົນກໍພາກັນໄປຫລົບລີ້;ແຕ່ເມື່ອຄົນຊົ່ວຮ້າຍຈິບຫາຍໄປ, ຄົນຊອບທຳກໍຈະເລີນຮຸ່ງເຮືອງ.
Biblica, Inc.