ສຸພາສິດ27
1ຢ່າອວດເຖິງເລື່ອງຂອງມື້ອື່ນ,ເພາະເຈົ້າບໍ່ຮູ້ວ່າມື້ໜຶ່ງຈະມີຫຍັງເກີດຂຶ້ນແດ່.2ຈົ່ງໃຫ້ຄົນອື່ນຍ້ອງຍໍເຈົ້າ, ແລະ ຢ່າຍ້ອງຍໍຕົນເອງ;ຈົ່ງໃຫ້ຄົນພາຍນອກຍ້ອງຍໍເຈົ້າ, ແລະ ບໍ່ແມ່ນດ້ວຍຮິມສົບຂອງເຈົ້າເອງ.3ຫີນກໍໜັກ ແລະ ດິນຊາຍກໍເປັນພາລະ,ແຕ່ການຍົວຍົງຂອງຄົນໂງ່ຈ້າກໍຍິ່ງໜັກກວ່າຫີນ ແລະ ດິນຊາຍ.4ຄວາມໃຈຮ້າຍແມ່ນຄວາມໂຫດຮ້າຍ ແລະ ຄວາມໂມໂຫນັ້ນຖ້ວມລົ້ນ,ແຕ່ຜູ້ໃດຈະອົດທົນຕໍ່ຄວາມອິດສາໄດ້?5ການຕໍາໜິຢ່າງເປີດເຜີຍກໍດີກວ່າເຊື່ອງຄວາມຮັກໄວ້.6ບາດແຜທີ່ມາຈາກໝູ່ເພື່ອນກໍເຊື່ອຖືໄດ້,ແຕ່ຈູບຂອງສັດຕູຫລາຍຄັ້ງກໍວາງໃຈບໍ່ໄດ້.7ຄົນທີ່ກິນອີ່ມແລ້ວກໍບໍ່ສົນໃຈນ້ຳເຜິ້ງຈາກຮັງ,ແຕ່ຄົນທີ່ອຶດຫິວແມ່ນແຕ່ສິ່ງທີ່ຂົມກໍມີລົດຫວານໄດ້.8ຄົນທີ່ໜີອອກຈາກບ້ານກໍເໝືອນດັ່ງນົກທີ່ໜີອອກໄປຈາກຮັງ.9ນ້ຳຫອມ ແລະ ເຄື່ອງຫອມນໍາຄວາມຍິນດີມາສູ່ຈິດໃຈ,ແລະ ຄຳແນະນຳທີ່ມາຈາກໃຈຂອງໝູ່ເພື່ອນກໍເຮັດໃຫ້ເກີດຄວາມສຸກ.10ຢ່າປະຖິ້ມໝູ່ເພື່ອນຂອງເຈົ້າ ຫລື ໝູ່ເພື່ອນຂອງຄອບຄົວເຈົ້າ,ແລະ ຢ່າໄປບ້ານຍາດຕິພີ່ນ້ອງຂອງເຈົ້າເມື່ອເຈົ້າພົບຄວາມຍາກລຳບາກ,ຈົ່ງໄປຫາເພື່ອນບ້ານທີ່ໃກ້ຄຽງກໍດີກວ່າຍາດຕິພີ່ນ້ອງທີ່ຢູ່ຫ່າງໄກ.11ລູກເອີຍ, ຈົ່ງເປັນຄົນມີປັນຍາ, ແລະ ນໍາຄວາມສຸກມາໃຫ້ພໍ່;ເພື່ອພໍ່ຈະຕອບຄົນທີ່ໝິ່ນປະໝາດພໍ່ໄດ້.12ຄົນສະຫລາດເຫັນໄພອັນຕະລາຍ ແລະ ເຂົ້າໄປລີ້ໄພ,ແຕ່ຜູ້ທີ່ບໍ່ຮູ້ຈັກຄິດກໍຍ່າງຕໍ່ໄປ ແລະ ໄດ້ຮັບໂທດ.13ຈົ່ງຢຶດເຄື່ອງນຸ່ງຂອງຜູ້ທີ່ຄ້ຳປະກັນໃຫ້ແກ່ຄົນແປກໜ້າ;ຈົ່ງຢຶດໄວ້ເປັນເຄື່ອງມັດຈໍາຖ້າເຮັດການຄ້ຳປະກັນໃຫ້ຄົນພາຍນອກ.14ຖ້າຜູ້ໃດອວຍພອນເພື່ອນບ້ານດ້ວຍສຽງດັງແຕ່ເຊົ້າມືດ,ຄໍາອວຍພອນນັ້ນຈະຖືວ່າເປັນຄຳສາບແຊ່ງ.15ເມຍທີ່ມັກຜີດຖຽງກັນກໍເໝືອນຫລັງຄາຮົ່ວທີ່ມີນ້ຳຝົນຍ້ອຍໃນເວລາເກີດພະຍຸຝົນ;16ການຫ້າມນາງກໍເໝືອນການໄປຫ້າມລົມຫລື ການໃຊ້ມືກໍານ້ຳມັນ.17ເຫລັກຝົນເຫລັກໃຫ້ຄົມໄດ້ສັນໃດ,ຄົນເຮົາກໍຝົນກັນ ແລະ ກັນໃຫ້ຫລັກແຫລມໄດ້ສັນນັ້ນ.18ຜູ້ທີ່ບົວລະບັດຕົ້ນໝາກເດື່ອຈະໄດ້ກິນໝາກຂອງມັນ,ແລະ ຜູ້ທີ່ປົກປ້ອງນາຍຂອງຕົນຈະໄດ້ຮັບກຽດ.19ນ້ຳສະທ້ອນໃຫ້ເຫັນໜ້າສັນໃດ,ຊີວິດຂອງຄົນກໍສະທ້ອນໃຫ້ເຫັນຈິດໃຈສັນນັ້ນ.20ຄວາມຕາຍ ແລະ ຄວາມຈິບຫາຍບໍ່ເຄີຍອີ່ມສັນໃດ,ຕາຂອງມະນຸດກໍບໍ່ຮູ້ຈັກອີ່ມສັ້ນນັ້ນ.21ເງິນຖືກທົດສອບດ້ວຍເບົ້າຫລອມ ແລະ ຄໍາຖືກທົດສອບດ້ວຍເຕົາໄຟສັນໃດ,ຄຳຍ້ອງຍໍຊົມເຊີຍກໍມີໄວ້ພິສູດຄົນສັນນັ້ນ.22ເຖິງແມ່ນເຈົ້າເອົາຄົນໂງ່ຈ້າໃສ່ຄົກຕຳ,ຕໍາພວກເຂົາເໝືອນດັ່ງເມັດເຂົ້າທີ່ຕໍາດ້ວຍຄົກມອງ,ເຈົ້າກໍບໍ່ສາມາດກຳຈັດຄວາມໂງ່ຂອງພວກເຂົາອອກໄປໄດ້.23ຈົ່ງແນ່ໃຈວ່າເຈົ້າຮູ້ຄວາມເປັນຢູ່ຂອງຝູງແກະຂອງເຈົ້າເປັນຢ່າງດີ,ຈົ່ງເອົາໃຈໃສ່ຝູງງົວຂອງເຈົ້າ;24ເພາະຄວາມຮັ່ງມີບໍ່ຢືນຍົງຕະຫລອດໄປ,ແລະ ມົງກຸດກໍບໍ່ໄດ້ໝັ້ນຄົງທຸກຊົ່ວອາຍຸຄົນ.25ເມື່ອຕັດຫຍ້າແຫ້ງອອກໄປ ແລະ ຫຍ້າໃໝ່ກໍປົ່ງຂຶ້ນມາ,ແລະ ຫຍ້າຈາກເນີນພູກໍຖືກເກັບກ່ຽວໄວ້,26ແກະຈະໃຫ້ເສື້ອຜ້າແກ່ເຈົ້າ,ແລະ ແບ້ຈະໃຫ້ຄ່າທົ່ງນາ.27ເຈົ້າຈະມີນໍ້ານົມແບ້ຢ່າງອຸດົມສົມບູນເພື່ອລ້ຽງຄອບຄົວຂອງເຈົ້າແລະ ລ້ຽງດູບັນດາຄົນຮັບໃຊ້ຍິງຂອງເຈົ້າ.
Biblica, Inc.