ສຸພາສິດ26
1ກຽດສັກສີບໍ່ເໝາະສົມສໍາລັບຄົນໂງ່ຈ້າ,ເໝືອນດັ່ງຫິມະໃນລະດູຮ້ອນ ຫລື ຝົນຕົກໃນລະດູເກັບກ່ຽວ,2ຄຳສາບແຊ່ງທີ່ບໍ່ມີເຫດຜົນກໍບໍ່ສົ່ງຜົນຫຍັງຕາມມາ,ເໝືອນດັ່ງນົກກະຈອກ ຫລື ນົກແອ່ນທີ່ບິນເວີ່ນໄປມາໂດຍບໍ່ມີຈຸດໝາຍ.3ໄມ້ແສ້ມີໄວ້ສຳລັບຕີມ້າ, ບັງຫຽນມີໄວ້ສຳລັບຄວບຄຸມລໍ,ແລະ ໄມ້ແສ້ມີໄວ້ສຳລັບຕີຫລັງຂອງຄົນໂງ່ຈ້າ!4ຢ່າຕອບຄົນໂງ່ຈ້າຕາມຄວາມໂງ່ຂອງລາວຢ້ານວ່າເຈົ້າເອງຈະເປັນຄືລາວ.5ຈົ່ງຕອບຄົນໂງ່ຈ້າຕາມຄວາມໂງ່ຂອງລາວ,ຢ້ານວ່າລາວຈະເປັນຄົນສະຫລາດໃນສາຍຕາຂອງຕົນເອງ.6ການສົ່ງຂ່າວດ້ວຍມືຂອງຄົນໂງ່ຈ້າກໍເໝືອນດັ່ງຕັດຕີນຕົນເອງອອກ ຫລື ດື່ມຢາພິດ.7ສຸພາສິດຢູ່ໃນປາກຂອງຄົນໂງ່ຈ້າກໍເໝືອນຂາຄົນພິການທີ່ໃຊ້ການບໍ່ໄດ້.8ການໃຫ້ກຽດຄົນໂງ່ຈ້າກໍເໝືອນມັດກ້ອນຫີນຕິດກັບກະຖຸນ.9ສຸພາສິດໃນປາກຂອງຄົນໂງ່ຈ້າກໍເໝືອນດັ່ງຟຸ່ມໜາມໃນມືຂອງຄົນຂີ້ເມົາ.10ຜູ້ທີ່ຈ້າງຄົນໂງ່ຈ້າ ຫລື ຜູ້ທີ່ຍ່າງຜ່ານໄປມາກໍເໝືອນດັ່ງນັກທະນູທີ່ຍິງມົ້ວໄປມາ.11ໝາກິນສິ່ງທີ່ມັນຮາກອອກມາຄືນສັນໃດ,ຄົນໂງ່ຈ້າກໍກັບໄປເຮັດສິ່ງທີ່ໂງ່ຈ້າຄືນສັນນັ້ນ.12ເຈົ້າເຫັນບັນດາຄົນທີ່ຄິດວ່າຕົນເອງເປັນຄົນສະຫລາດບໍ?ຄົນໂງ່ຈ້າກໍຍັງມີຄວາມຫວັງຫລາຍກວ່າພວກເຂົາອີກ.13ຄົນຂີ້ຄ້ານເວົ້າວ່າ, “ມີໂຕສິງຢູ່ທາງນອກ,ມີສິງຮ້າຍທີ່ຍ່າງວົນວຽນໄປມາຢູ່ຕາມຖະໜົນ!”14ປະຕູເປີດປິດໄປມາດ້ວຍບານພັບສັນໃດ,ດັ່ງນັ້ນ ຄົນຂີ້ຄ້ານກໍນອນພິກຄີງໄປມາຢູ່ເທິງຕຽງສັນນັ້ນ.15ຄົນຂີ້ຄ້ານແຊ່ມືຂອງຕົນໄວ້ຢູ່ໃນຊາມ;ລາວຂີ້ຄ້ານຫລາຍຈົນບໍ່ຍອມຈັບອາຫານເຂົ້າໃສ່ປາກຕົນເອງ.16ຄົນຂີ້ຄ້ານຄິດວ່າໂຕເອງເປັນຄົນສະຫລາດຫລາຍກວ່າຄົນເຈັດຄົນທີ່ຕອບຢ່າງລະມັດລະວັງ.17ຄົນທີ່ເຂົ້າຮ່ວມວົງຜິດຖຽງກັນໂດຍບໍ່ກ່ຽວຂ້ອງກັບຕົນເອງກໍຄືຄົນທີ່ຈັບຫູໝາທີ່ຍ່າງກາຍໄປນັ້ນ.18ເໝືອນດັ່ງຄົນບ້າທີ່ຍິງລູກທະນູໄຟແຫ່ງຄວາມຕາຍ19ຜູ້ທີ່ຕົວະເພື່ອນບ້ານຂອງຕົນແລະ ເວົ້າວ່າ, “ຂ້ອຍພຽງແຕ່ຢອກຫລິ້ນຊື່ໆ!” ກໍເປັນດັ່ງຄົນບ້າ.20ເມື່ອບໍ່ມີຟືນ ໄຟກໍມອດເມື່ອບໍ່ມີການເວົ້ານິນທາ ກໍມີການຜິດຖຽງກັນສັນນັ້ນ.21ຖ່ານ ແລະ ໄມ້ເຮັດໃຫ້ໄຟລຸກ,ຄົນທີ່ມັກຄວາມເດືອດຮ້ອນ ເຮັດໃຫ້ຜິດກັນ.22ຄຳເວົ້ານິນທາເປັນດັ່ງອາຫານທີ່ແຊບ;ມັນລົງໄປໃນສ່ວນເລິກທີ່ສຸດຂອງຄົນ.23ຮິມສົບທີ່ທີ່ຮ້ອນຮົນ ຈາກຈິດໃຈຊົ່ວຮ້າຍກໍເໝືອນດັ່ງຂີ້ແຮ່ເງິນທີ່ເຄືອບເທິງພາຊະນະດິນເຜົາ.24ສັດຕູແຝງຕົວດ້ວຍຮິບສົບ,ແຕ່ໃນໃຈຂອງພວກເຂົາກໍປິດບັງການຫລອກລວງໄວ້.25ເຖິງແມ່ນວ່າຄໍາເວົ້າຂອງພວກເຂົາເປັນຕາຟັງ, ກໍຢ່າເຊື່ອພວກເຂົາ,ເພາະມີສິ່ງທີ່ໜ້າກຽດຊັງເຈັດຢ່າງເຕັມຢູ່ໃນໃຈຂອງພວກເຂົາ.26ຄວາມກຽດຊັງຂອງພວກເຂົາອາດຈະຖືກປິດບັງໄວ້ດ້ວຍການຫລອກລວງ,ແຕ່ຄວາມຊົ່ວຮ້າຍຂອງພວກເຂົາຈະຖືກເປີດເຜີຍຢູ່ໃນບ່ອນປະຊຸມ.27ຜູ້ໃດຂຸດຂຸມໄວ້ ຜູ້ນັ້ນຈະຕົກລົງໄປໃນຂຸມນັ້ນເອງ;ຖ້າຜູ້ໃດກິ້ງຫີນອອກ, ຫີນນັ້ນຈະກິ້ງທັບຜູ້ນັ້ນເອງ.28ລີ້ນທີ່ເວົ້າຕົວະກໍກຽດຊັງຜູ້ທີ່ມັນທໍາຮ້າຍ,ແລະ ປາກທີ່ປະຈົບປະແຈງກໍນໍາໄປສູ່ຄວາມຈິບຫາຍ.
Biblica, Inc.