ສຸພາສິດ25

1ຕໍ່ໄປນີ້ ແມ່ນ​ສຸພາສິດ​ເພີ່ມເຕີມ​ຂອງ​ໂຊໂລໂມນ, ທີ່​ຄົນ​ຂອງ​ເຮເຊກີຢາ​ກະສັດ​ແຫ່ງ​ຢູດາຍ​ໄດ້​ຮວບຮວມ​ໄວ້​ດັ່ງ​ນີ້:2ພຣະເຈົ້າ​ໄດ້​ຮັບ​ກຽດ​ຈາກ​ການ​ເຊື່ອງບັງ​ສິ່ງ​ຕ່າງໆ​ໄວ້;ແລະ ບັນດາ​ກະສັດ​ໄດ້​ຮັບ​ກຽດ​ຈາກ​ການ​ຄົ້ນ​ພົບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ.3ຟ້າສະຫວັນ​ສູງ​ເທົ່າ​ໃດ ແລະ ແຜ່ນດິນ​ໂລກ​ກໍ​ເລິກ​ເທົ່າໃດ,ຄວາມ​ຄິດ​ຂອງ​ບັນດາ​ກະສັດ​ກໍ​ເກີນ​ກວ່າ​ຈະ​ຄົ້ນຫາ​ໄດ້​ສັນນັ້ນ.
4ເມື່ອ​ກຳຈັດ​ຂີ້ແຮ່​ອອກ​ຈາກ​ເງິນ​ແລ້ວ,ແລະ ຊ່າງ​ຕີ​ເງິນ​ກໍ​ສາມາດ​ເຮັດ​ພາຊະນະ​ໄດ້;5ເມືອ​ຈໍາກັດ​ຂ້າລາຊະການ​ຊົ່ວ​ອອກ​ໄປ​ຈາກ​ບ່ອນ​ທີ່​ກະສັດ​ຢູ່​ແລ້ວ,ບັນລັງ​ຂອງ​ເພິ່ນ​ກໍ​ຈະ​ຖືກ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ຄວາມ​ຊອບທຳ.
6ຢ່າ​ຍົກຍໍ​ຕົນເອງ​ຢູ່​ຕໍ່ໜ້າ​ກະສັດ,ຫລື ເວົ້າ​ໂອ້ອວດ​ເຖິງ​ຕົນເອງ​ໃນ​ບ່ອນ​ທີ່​ມີ​ຄົນ​ສຳຄັນ;7ຈົ່ງ​ລໍຖ້າ​ກະສັດ​ເວົ້າ​ກັບ​ເຈົ້າ​ວ່າ, “ຈົ່ງ​ມາ​ບ່ອນ​ນີ້”,ກໍ​ດີກວ່າ​ທີ່​ເພິ່ນ​ເຮັດ​ໃຫ້​ເຈົ້າ​ອັບອາຍ​ຂາຍໜ້າ​ຕໍ່ໜ້າ​ບັນດາ​ຂຸນນາງ​ຂອງ​ເພິ່ນ.ເຈົ້າ​ໄດ້​ເຫັນ​ຫຍັງ​ດ້ວຍ​ຕາ​ຂອງ​ເຈົ້າ​ເອງ8ຢ່າ​ຟ້າວ​ນຳ​ໄປ​ຟ້ອງ  ສານ,ເພາະ​ໃນ​ບັ້ນປາຍ​ເຈົ້າ​ຈະ​ເຮັດ​ແນວໃດຖ້າ​ເພື່ອນບ້ານ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ອັບອາຍ​ຂາຍ​ໜ້າ?
9ຖ້າ​ເຈົ້າ​ນໍາ​ເອົາ​ເພື່ອນບ້ານ​ຂອງ​ເຈົ້າ​ໄປ​ຂຶ້ນ​ສານ,ຢ່າ​ທໍລະຍົດ​ຕໍ່​ຄວາມ​ໄວ້ວາງໃຈ​ຂອງ​ຄົນ​ອື່ນ,10ຢ້ານ​ວ່າ​ຜູ້​ທີ່​ໄດ້​ຍິນ​ອາດ​ຈະ​ເຮັດ​ໃຫ້​ເຈົ້າ​ຂາຍໜ້າແລະ ຈະ​ກ່າວຫາ​ຕໍ່ສູ້​ເຈົ້າ​ບໍ່​ຈົບ​ສິ້ນ​ຈັກ​ເທື່ອ.
11ການ​ໃຫ້​ຄໍາຕັດສິນ​ຢ່າງ​ຖືກຕ້ອງ ກໍ​ເໝືອນ​ດັ່ງ​ໝາກ​ແອັບເປີ້ນ​ຄຳ​ທີ່​ຫຸ້ມຫໍ່​ດ້ວຍ​ເງິນ.12ຄຳ​ຕຳໜິ​ຂອງ​ຜູ້ພິພາກສາ​ມີ​ປັນຍາ​ສຳລັບ​ຫູ​ທີ່​ຮັບ​ຟັງກໍ​ເໝືອນ​ດັ່ງ​ຕຸ້ມຫູ​ຄໍາ ຫລື ເຄື່ອງ​ປະດັບ​ທີ່​ເຮັດ​ດ້ວຍ​ຄຳ​ບໍລິສຸດ.
13ຜູ້ນຳຂ່າວ​ທີ່​ສັດຊື່ເປັນ​ດັ່ງ​ນໍ້າ​ເຢັນ​ຈາກ​ຫິມະ​ໃນ​ລະດູ​ເກັບກ່ຽວ;ທີ່​ເຮັດ​ໃຫ້​ນາຍ​ທີ່​ສົ່ງ​ລາວ​ໄປ​ນັ້ນ​ຊື່ນບານ​ໃຈ.14ຜູ້​ທີ່​ໂອ້ອວດ​ເລື່ອງ​ຂອງ​ຂວັນ ທີ່​ຕົນ​ບໍ່​ໃຫ້​ຈັກເທື່ອກໍ​ເໝືອນ​ຟ້າ​ຄື້ມ ແລະ ລົມ​ທີ່​ບໍ່​ມີ​ຝົນ.
15ຄວາມ​ອົດທົນ​ສາມາດ​ເອົາ​ຊະນະ​ໃຈ​ຜູ້ປົກຄອງ,ລິ້ນ​ທີ່​ອ່ອນຫວານ​ສາມາດ​ເຮັດ​ໃຫ້​ກະດູກ​ຫັກ​ໄດ້.
16ເມື່ອ​ເຈົ້າ​ເຫັນ​ນໍ້າເຜິ້ງ ຈົ່ງ​ກິນ​ໃຫ້​ພໍ​ດີຖ້າ​ກິນ​ມັນ​ຫລາຍ​ເກີນ​ໄປ, ແລະ ເຈົ້າ​ຈະ​ຮາກ​ອອກ​ມາ.17ຈົ່ງ​ໄປ​ຢ້ຽມຢາມ​ເພື່ອນບ້ານ​ດົນໆ​ເທື່ອ​ໜຶ່ງຖ້າ​ເຈົ້າ​ໄປ​ດຸ​ຫລາຍ, ພວກເຂົາ​ຈະ​ຊັງ​ເຈົ້າ.
18ຜູ້​ທີ່​ເປັນ​ພະຍານ​ບໍ່​ຈິງ​ຕໍ່ສູ້​ເພື່ອນບ້ານກໍ​ເໝືອນດັ່ງ​ໄມ້ຄ້ອນ, ດາບ ຫລື ລູກທະນູ​ທີ່​ແຫລມຄົມ.19ການ​ເພິ່ງພາ​ຄົນ​ບໍ່​ສັດຊື່​ໃນ​ຍາມ​ເດືອດ​ຮ້ອນກໍ​ເໝືອນດັ່ງ​ແຂ້ວ​ຫັກ ຫລື ຕີນ​ທີ່​ພິການ.20ຜູ້​ທີ່​ຮ້ອງເພງ​ໃຫ້​ຄົນ​ທຸກໃຈ​ຟັງກໍ​ເໝືອນດັ່ງ​ຜູ້​ທີ່​ແກ້​ເສື້ອ​ອອກ​ໃນ​ມື້​ທີ​ອາກາດ​ໜາວ,ຫລື ເອົາ​ເກືອ​ໂຮຍ​ໃສ່​ບາດ.
21ຖ້າ​ສັດຕູ​ຂອງ​ເຈົ້າ​ຫິວເຂົ້າ, ຈົ່ງ​ເອົາ​ອາຫານ​ໃຫ້​ລາວ​ກິນ;ຖ້າ​ລາວ​ຫິວ​ນໍ້າ, ຈົ່ງ​ເອົາ​ນ້ຳ​ໃຫ້​ລາວ​ດື່ມ.22ການ​ເຮັດ​ຢ່າງນັ້ນ, ເປັນການ​ທີ່​ເຈົ້າ​ໄດ້​ກອງ​ຖ່ານໄຟ​ທີ່​ລຸກໄໝ້​ຢູ່​ໃສ່​ຫົວ​ຂອງ​ລາວ,ແລະ ພຣະເຈົ້າ​ຢາເວ​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ.
23ຄຳ​ເວົ້າ​ສຽດສີ ທີ່​ເຮັດ​ໃຫ້​ໜ້າ​ບູດບຶ້ງກໍ​ເປັນ​ເໝືອນ​ລົມ​ທິດເໜືອ​ນຳ​ເອົາ​ຝົນ​ມາ​ໂດຍ​ທີ່​ບໍ່​ຄາດ​ຄິດ.
24ອາໄສ​ຢູ່​ເທິງ​ຫລັງຄາ​ເຮືອນກໍ​ດີ​ກວ່າ​ຢູ່​ໃນ​ເຮືອນ​ຮ່ວມ​ກັບ​ເມຍ​ທີ່​ມັກ​ຜິດຖຽງ​ກັນ.
25ຂ່າວ​ດີ​ຈາກ​ແດນ​ໄກກໍ​ເໝືອນດັ່ງ​ເອົາ​ນ້ຳ​ເຢັນ​ໃຫ້​ແກ່​ຈິດໃຈ​ທີ່​ອິດເມື່ອຍ​ອ່ອນແຮງ.26ຖ້າ​ຄົນ​ຊອບທຳ​ເຮັດຕາມ​ຄົນ​ຊົ່ວຮ້າຍກໍ​ເໝືອນດັ່ງ​ນ້ຳ​ພຸ​ມີ​ຂີ້ຕົມ ຫລື ນ້ຳສ້າງ​ທີ່​ເປື້ອນເປີ.
27ກິນ​ນ້ຳເຜິ້ງ​ຫລາຍ​ບໍ່​ດີ​ສັນໃດ,ການ​ຄົ້ນຫາ​ເລື່ອງ​ຕ່າງໆ​ເລິກ​ເກີນ​ໄປ​ກໍ​ເຮັດໃຫ້​ເສຍ​ກຽດ​ສັນນັ້ນ. 
28ຄົນ​ທີ່​ຄວບຄຸມ​ຕົນເອງ​ບໍ່​ໄດ້ກໍ​ເໝືອນດັ່ງ​ເມືອງ​ທີ່​ກຳແພງ​ຖືກ​ທຳລາຍ.

Biblica, Inc.

https://app.library.bible/content/eab9312f9f16b3a2